ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນຍ. ເທີກີ ເຕືອນຄັ້ງສຸດທ້າຍ ໃຫ້ພວກປະທ້ວງ ສະຫຼາຍຕົວ (ວີດິໂອ/ສະໄລດ໌)


ຄົນງານຂອງເທດສະບານໃຊ້ນໍ້າສີດທໍາຄວາມສະອາດ ຢູ່ຂັ້ນໄດຊີມັງ ທີ່ຈະຕຸລັດ Taksim ໃນຂະນະຜູ້ປະທ້ວງຄົນນຶ່ງ ນຶ່ງຢູ່ເທິງສິ່ງຕັນທາງ ຢູ່ນະຄອນ Istanbul ໃນວັນທີ 13 ມິຖຸນາ 2013.
ຄົນງານຂອງເທດສະບານໃຊ້ນໍ້າສີດທໍາຄວາມສະອາດ ຢູ່ຂັ້ນໄດຊີມັງ ທີ່ຈະຕຸລັດ Taksim ໃນຂະນະຜູ້ປະທ້ວງຄົນນຶ່ງ ນຶ່ງຢູ່ເທິງສິ່ງຕັນທາງ ຢູ່ນະຄອນ Istanbul ໃນວັນທີ 13 ມິຖຸນາ 2013.
ນາຍົກລັດຖະມົນຕີເທີກີໄດ້ໃຫ້ “ຄໍາເຕືອນ​ເປັນຄັ້ງສຸດທ້າຍ”
ແກ່ພວກປະທ້ວງ ໃຫ້ພາກັນອອກ​ໄປຈາກຈະຕຸ​ລັດ​ Taksim
ຂອງ​ນະຄ​ອນ Istanbul.

ນາຍົກລັດຖະມົນຕີ Recep Tayyip Erdogan ເວົ້າວ່າ ຕໍາ
ຫລວດຈະຂັບ​ໄລ່ “ພວກສ້າງບັນຫາ” ທັງໝົດ ​ໃຫ້ອອກ​ໄປຈາກ
ຈະຕຸ​ລັດ​ Taksim ພາຍໃນ 24 ຊົ່ວໂມງ.

ລັດຖະບານເທີກີເວົ້າວ່າ ຕົນອາດຈະຍິນດີ​ ​ຈັດ​ໃຫ້​ມີການ​ລົງ​ປະ
ຊາ​ມະຕິ​ກ່ຽວ​ກັບ​ຄຳ​ຖາມໃນການສ້າງຕຶກ​ອາຄານ ໃສ່ສວນສາ
ທາລະນະແຫ່ງນຶ່ງ ຊຶ່ງເປັນບັນຫາທີ່ໄດ້ພາໃຫ້ເກີດການປະທ້ວງ
ຕໍ່ຕ້ານລັດຖະບານຢ່າງຮຸນແຮງ ​ເລີ້ມຂຶ້ນ​ເມື່ອສອງອາທິດກ່ອນນັ້ນ. ທ່ານ Erdogan
ກ່າວວ່າ ພວກປະທ້ວງພະຍາຍາມທໍາລາຍພາບພົດແລະເສດຖະກິດຂອງເທີກີ ຢ່າງຈົງ
ໃຈ. ທ່ານນາຍົກລັດຖະມົນຕີ ໄດ້ພົບປະກັບຄະນະຜູ້ຕາງໜ້າຂອງພວກປະທ້ວງໃນວັນ
ພຸດວານນີ້. ແຕ່ພວກເດີນຂະບວນປະທ້ວງຫລາຍໆຄົນ​ໄດ້​ປະຕິ​ເສດບໍ່​ຍອມ​ເຂົ້າຮ່ວມ
ການເຈລະຈາ ​ໂດຍ​ເວົ້າວ່າ ລັດຖະບານດ້ເລືອກເອົາຜູ້ແທນດັ່ງກ່າວດ້ວຍຕົນເອງ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:



ລັດຖະບານມີແຜນທີ່ຈະ​ທັບ​ມ້າງສວນສາທາລະນະຂອງນະຄອນ Istanbul ແລະສ້າງ
ສູນກາງການຂົນສົ່ງທາງເຮືອ ຊຶ່ງໄດ້ເຮັດໃຫ້ມີການປະທ້ວງລະເບີດຂຶ້ນ. ການ​ປະທ້ວງ
ທີ່​ວ່າ​ນີ້​ໄດ້ກາຍ​ເປັນການ​ໂຮມ​ຊຸມນຸມເດີນຂະບວນ​ຕໍ່ຕ້ານລັດຖະບານແລະຕໍ່ຕ້ານທ່ານ
Erdogan ຢ່າງ​ໄວວາ. ພວກປະທ້ວງກ່າວຫາ​ທ່ານ​ວ່າ​ ບັງຄັບ​ໃຫ້​ນໍາ​ໃຊ້​ແນວ​ຄິດ​ອິສລາມ
ຈາຮີດ​ນິຍົມ ຂອງ​ທ່ານ ເຂົ້າໃນການ​ປົກຄອງຊາວເທີກີທີ່ບໍ່ນິຍົມສາສະໜາ​ນັ້ນ.

ພວກ​ຕໍາຫຼວດ​ປາບການຈາລະຈົນໄດ້​ຍິງ​ແກ໊ສນໍ້າຕາ, ​ສີດນໍ້າ ແລະ​ແກວ່ງລະ​ເບີດທີ່ເຮັດ​
ໃຫ້​ຊອ໊ກ ​ເຂົ້າ​ໃສ່ພວກເດີນຂະບວນຢູ່ໃນນະຄອນ Istanbul ແລະນະຄອນຫລວງ
Ankara ເພື່ອ​ໃຫ້ການ​ປະ​ທ້ວງສະຫລາຍຕົວໄປ. ມີ 4 ຄົນເສຍຊີວິດ ປະມານ 5 ພັນຄົນ
ໄດ້ຮັບບາດເຈັບ ແລະອີກຫລາຍໆພັນຄົນຖືກຈັບກຸມ.

ເບິ່ງສະໄລດ໌ກ່ຽວກັບຂ່າວນີ້:
XS
SM
MD
LG