ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກເທີກີ ກັບຄືນປະເທດ ຂະນະທີ່ ຍັງມີ ການປະທ້ວງຢູ່ (ວີດິໂອ/ສະໄລດ໌)


ສະມາຊິກຂອງສະຫະພັນກໍາມະບານ ຮ້ອງຄໍາຂວັນ ຕ້ານນາຍົກ Tayyip Erdogan ໃນຂະນະທີ່ເດີນຂະບວນທີ່ຈະຕຸລັດ Taksim ໃນນະຄອນ Istanbul ໃນວັນທີ 5 ມິຖຸນາ 2013.
ສະມາຊິກຂອງສະຫະພັນກໍາມະບານ ຮ້ອງຄໍາຂວັນ ຕ້ານນາຍົກ Tayyip Erdogan ໃນຂະນະທີ່ເດີນຂະບວນທີ່ຈະຕຸລັດ Taksim ໃນນະຄອນ Istanbul ໃນວັນທີ 5 ມິຖຸນາ 2013.
ທ່ານ Recep Tayyip Erdogan ນາຍົກລັດຖະມົນຕີເທີກີ
ໄດ້ເດີນທາງກັບຄືນປະເທດຂອງທ່ານໃນວັນພະຫັດມື້ນີ້ ລຸນ
ຫລັງໄດ້ໃຊ້ເວລາຫລາຍວັນ ຢູ່ໃນຂົງເຂດອາຟຣິກາເໜືອ
ໃນຂະນະທີ່ພວກປະທ້ວງພາກັນຮຽກຮ້ອງໃຫ້ທ່ານລາອອກ
ຈາກຕໍາແໜ່ງ.

ລັດຖະບານເທີກີມີແຜນທີ່ຈະທັບມ້າງສວນສາທາລະນະແຫ່ງ
ນຶ່ງຢູ່ໃນນະຄອນອີສຕັນບູລ ເພື່ອປຸກສ້າງຕຶກອາຄານຕ່າງໆ ພາໃຫ້ເກີດການປະທ້ວງໃນວັນສຸກອາທິດແລ້ວນີ້ ຊຶ່ງໄດ້ ກາຍ
ມາເປັນການເດີນຂະບວນ ຕໍ່ຕ້ານທ່ານ Erdogan. ພວກຕິຕຽນ
ກ່າວຫາທ່ານວ່າ ປົກຄອງປະເທດແບບໃຊ້ອໍານາດຜະເດັດການ ແລະໃຊ້ຄວາມຄິດເຫັນທາງສາສະໜາອິສລາມກັບປະເທດທີ່ບໍ່ຖືກສາສະໜາເຄັ່ງຄັດ
ແຫ່ງນັ້ນ.

ທ່ານນາຍົກລັດຖະມົນຕີ ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການປະທ້ວງເຫຼົ່ານີ້ ໂດຍຖືວ່າມັນເປັນ ຄວາມຂົມຂື່ນຂອງພວກຝ່າຍຄ້ານ ທີ່ໄດ້ເສຍໄຊໃນການເລືອກຕັ້ງ ແລະວ່າການເດີນຂະ ບວນປະທ້ວງ ບໍ່ໄດ້ຮັບການສະໜັບສະໜຸນຈາກຊາວເທີກີສ່ວນໃຫຍ່.

ທ່ານ Huseyin Celik ຮອງຫົວໜ້າພັກຂອງທ່ານ Erdogan ຮຽກຮ້ອງໃຫ້ພວກສະໜັບ ສະໜຸນທ່ານ ບໍ່ໃຫ້ລວມຕົວກັນຢູ່ທີ່ສະໜາມບິນ ໃນວັນພະຫັດມື້ນີ້ ເພື່ອສະແດງການສະ ໜັບສະໜຸນແກ່ທ່ານນາຍົກ.

ຕໍາຫຼວດໄດ້ໃຊ້ແກ໊ສນໍ້າຕາ ເພື່ອເຮັດໃຫ້ພວກປະທ້ວງສະຫລາຍຕົວ ໃນຄືນວານນີ້ ຢູ່ໃຈ ກາງນະຄອນຫລວງ Ankara ໃນຂະນະທີ່ນະຄອນອີສຕັນບູລນັ້ນ ໂດຍສ່ວນໃຫຍ່ແລ້ວ ແມ່ນງຽບສະຫງົບ.

ກ່ອນໜ້ານັ້ນ ໃນວັນພຸດວານນີ້ ພວກປະທ້ວງໄດ້ຍື່ນຄຳຮຽກຮ້ອງຈຳນວນນຶ່ງ ຕໍ່ທ່ານ Bulent Arinc ຮອງນາຍົກລັດຖະມົນຕີ ຊຶ່ງລວມທັງ ການໄລ່ພວກເຈົ້າໜ້າທີ່ຮັບຜິດ ຊອບໃນການໃຊ້ກໍາລັງຕໍ່ພວກເດີນຂະບວນ ອອກການ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:



ມີສອງຄົນໄດ້ເສຍຊີວິດ, ຫລາຍພັນຄົນໄດ້ຮັບບາດເຈັບ ແລະອີກຫລາຍພັນຄົນ ໄດ້ຖືກ ຈັບກຸມນັບແຕ່ອາທິດແລ້ວນີ້ເປັນຕົ້ນມາ. ທ່ານ Arinc ໄດ້ຂໍຂະມາໂທດໃນການຕອບໂຕ້ ຂອງຕໍາຫລວດຕໍ່ການປະທ້ວງດັ່ງກ່າວ.

ພ້ອມກັນນັ້ນ ພວກປະທ້ວງຍັງຮຽກຮ້ອງໃຫ້ປ່ອຍພວກທີ່ຖືກຕິດຄຸກທັງໝົດເປັນອິດສະລະ ແລະຮຽກຮ້ອງໃຫ້ລັດຖະບານ ໂຈະແຜນການຂອງຕົນໃນການສ້າງຕຶກອາຄານຕ່າງໆ ຢູ່ ໃນເຂດສວນສາທາລະນະ.

ປະມວນພາບຫລ້າສຸດຂອງສະພາບການໃນເທີກີ:

XS
SM
MD
LG