ທີ່ປະເທດເທີກີ ຕໍາຫຼວດປາບຈະລາຈົນ ໄດ້ໃຊ້ ທໍ່ນໍ້າແລະລະ
ເບີດນໍ້າຕາ ເພື່ອຂັບໄລ່ ຫຼາຍ ຮ້ອຍຄົນ ທີ່ປະທ້ວງກົດໝາຍ
ທີ່ພວກນັກວິຈານເວົ້າວ່າ ຈະອໍານວຍໃຫ້ລັດຖະບານຄວບຄຸມ
ອິນເທີເນັດໄດ້ ຢ່າງເຄັ່ງຄັດຂຶ້ນນັ້ນ.
ວັນເສົາວານນີ້ ພວກເດີນຂະບວນປະທ້ວງ ໄດ້ຂວ່າງໝາກ
ກະໂພກແລະກ້ອນຫິນ ໃສ່ຕໍາຫຼວດປາບຈະລາຈົນ ທີ່ປິດລ້ອມຈະຕຸລັດ Taksim ຂອງ
ນະຄອນ Istanbul ໄວ້ນັ້ນ.
ກົດໝາຍດັ່ງກ່າວຈະອະນຸຍາດ ໃຫ້ເຈົ້າໜ້າທີ່ປິດກັ້ນ ເວັບໄຊ້ຕ່າງໆໄດ້ ໃນຂໍ້ຫາລະເມີດຄວາມເປັນສ່ວນຕົວ ໂດຍປາດສະຈາກການຕິດສິນໃດໆຂອງສານ. ພວກສະໜອງອິນ
ເທີເນັດທັງຫຼາຍ ຈະຖືກບັງຄັບໃຫ້ເກັບຮັກ ສາຂໍ້ມູນຂອງພວກຊົມໃຊ້ອິນເທີເນັດໄວ້ ແລະ
ມອບໃຫ້ເຈົ້າໜ້າທີ່ຂອງລັດເພື່ອກວດກາ.
ກ່ອນໜ້ານັ້ນ ໃນວັນເສົາວານນີ້ ນາຍົກລັດຖະມົນຕີ Recep Tayyip Erdogan ໄດ້ຄັດຄ້ານຢ່າງໜັກແໜ້ນ ຕໍ່ການຕໍາໜິຕິຕຽນ ກົດໝາຍຈໍາກັດຮັດແຄບໃໝ່ ທີ່ສະພາໄດ້ຮັບ
ຜ່ານເອົາເມື່ອວັນພຸດຜ່ານມານີ້ ໃນຄໍາປາໄສຕໍ່ພວກຝຸງຊົນຜູ້ສະໜັບສະໜຸນທ່ານ ຫຼາຍພັນ
ຄົນ ຢູ່ Istanbul ນັ້ນ.