ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ລົງແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີ ເທີກີ ກ່າວຄຳປາໄສ ຈາກຄຸກ


ປະຊາຊົນເຕັ້ນ ຢູ່ຕໍ່ໜ້າປ້າຍໂຄສະນາຫາສຽງການເລືອກຕັ້ງ ຂອງທ່ານ ເຊລາຮັດຕິນ ເດເມຍທັສ ນັກການເມືອງ ສະໜັບສະໜູນຊາວ ເຄີດ ທີ່ຖືກຈັບເຂົ້າຄຸກ ແລະ ເປັນຜູ້ລົງແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີຂອງ ເທີກີ, ນະຄອນ ອິສຕັນບູລ, 5 ມິຖຸນາ, 2018.
ປະຊາຊົນເຕັ້ນ ຢູ່ຕໍ່ໜ້າປ້າຍໂຄສະນາຫາສຽງການເລືອກຕັ້ງ ຂອງທ່ານ ເຊລາຮັດຕິນ ເດເມຍທັສ ນັກການເມືອງ ສະໜັບສະໜູນຊາວ ເຄີດ ທີ່ຖືກຈັບເຂົ້າຄຸກ ແລະ ເປັນຜູ້ລົງແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີຂອງ ເທີກີ, ນະຄອນ ອິສຕັນບູລ, 5 ມິຖຸນາ, 2018.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ເທີກີ ຄົນນຶ່ງໄດ້ກ່າວຄຳ ປາໄສໂຄສະນາ
ຫາສຽງຂອງລາວຈາກຄຸກ ເມື່ອວັນອາທິດວານນີ້.

ທ່ານ ເຊລາຮັດຕິນ ເດເມຍທັສ ຈາກພັກປະຊາທິປະໄຕປະຊາຊົນທີ່ ສະໜັບສະໜູນ
ຊາວ ເຄີດ ໄດ້ກ່າວຄຳປາໄສ ອອກໂອລະພາບຈາກ ຫ້ອງຂັງຂອງລາວ ໃນພາກຕາ
ເວັນຕົກຂອງປະເທດ ເທີກີ.

ກົດໝາຍ ເທີກີ ອະນຸຍາດໃຫ້ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິ ບໍດີທຸກຄົນມີເວ
ລາ 20 ນາທີ ສຳລັບການກ່າວຄຳປາໄສອອກໂທລະ ພາບ.

ທ່ານ ເດເມຍທັສ ໄດ້ກ່າວວ່າ ເພິ່ນໄດ້ຖືກຈັບເຂົ້າຄຸກ ຢ່າງບໍ່ຖືກຕ້ອງ ຕາມກົດໝາຍ
ເມື່ອ 20 ເດືອນທີ່ຜ່ານມາ, ບໍ່ແມ່ນຍ້ອນການກໍ່ຄະດີອາຊະຍາກຳໃດໆ ແຕ່ເປັນຍ້ອນ
ລັດຖະບານ “ຢ້ານ” ທ່ານ.

ທ່ານໄດ້ເຕືອນບັນດາຜູ້ລົງຄະແນນສຽງ ຕໍ່ການບ່ອນບັດເອົາປະທານາ ທິບໍດີ ຣີເຊັບ
ໄຕຢິບ ເອີດູອານ ເພື່ອປ້ອງກັນລະບອບການປົກຄອງ ແບບ “ຜະເດັດການ.”

ທ່ານໄດ້ເວົ້າວ່າ ພາຍໃຕ້ກົດໝາຍສະບັບໃໝ່ຂອງ ເທີກີ, ບໍ່ມີສະຖາ ບັນລັດຖະບານ
ໃດ ສາມາດກວດສອບທ່ານ ເອີດູອານ ຫຼື ຈຳກັດການ ປົກຄອງຂອງທ່ານໄດ້.

ທ່ານ ເດເມຍທັສ ໄດ້ກ່າວວ່າຕໍ່ຜູ້ຊົມວ່າ ການລົງລະແນນສຽງໃຫ້ທ່ານ ເອງ ແລະ ພັກ
ປະຊາທິປະໄຕປະຊາຊົນ ສຳລັບຕຳແໜ່ງໃນສະພາ ແຫ່ງຊາດ ຈະເປັນການລົງຄະ
ແນນສຽງ ເພື່ອສັນຕິພາບ.

ທ່ານ ເດເມຍທັສ ໄດ້ຖືກຈັບກຸມ ໃນຂໍ້ກ່າວຫາ ເປັນໄພຂົ່ມຂູ່ຕໍ່ຊາດ. ພັກຂອງທ່ານ
ໄດ້ຖືກກ່າວຫາ ກ່ຽວກັບ ການມີສາຍພົວພັນ ກັບພວກກະບົດຊາວ ເຄີດ, ຜູ້ທີ່ລັດຖະ
ບານຖືວ່າ ເປັນພວກກໍ່ການຮ້າຍ. ພັກດັ່ງກ່າວໄດ້ໂຕ້ແຍ່ງ ຕໍ່ຂໍ່ກ່າວຫາ ແລະ ທ່ານ
ເດເມຍທັສ ກ່າວວ່າ ລາວຈະໄດ້ຮັບການປ່ອຍຕົວ.

ເທີກີ ຈະຈັດການເລືອກຕັ້ງ ປະທານາທິບໍດີ ແລະ ສະພາແຫ່ງຊາດ ກ່ອນກຳນົດ ໃນ
ວັນທີ 24 ມິຖຸນານີ້. ພວກຜູ້ລົງຄະແນນສຽງໄດ້ຮັບ ຮອງເອົາການລົງປະຊາມະຕິປ່ຽນ
ແປງລັດຖະທຳມະນູນເພື່ອລົບລ້າງຫ້ອງການນາຍົກລັດຖະມົນຕີ ແລະມອບອຳນາດ
ໃນການບໍລິຫານປະເທດໃຫ້ປະທານາທິບໍດີກຳພຽງຜູ້ດຽວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG