ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ເທີກີ ທ່ານ Erdogan ຮຽກຮ້ອງ ໃຫ້ໂລກ ເຄົາລົບນັບຖື ໄຊຊະນະ ຂອງພັກທ່ານ


ຜູ້ສະໜັບສະໜູນພັກຍຸດຕິທຳ ແລະ ການພັດທະນາ (AKP) ຖືຮູບພາບ ຂອງປະທານາທິບໍດີ Recep Tayyip Erdogan ຢູ່ທີ່ການສະເຫຼີມສະຫຼອງ ໄຊຊະນະ ຢູ່ນອກສຳນັກງານໃຫຍ່ຂອງພັກໃນນະຄອນ Istanbul, ປະເທດເທີກີ, ວັນທີ 1 ພະຈິກ 2015.
ຜູ້ສະໜັບສະໜູນພັກຍຸດຕິທຳ ແລະ ການພັດທະນາ (AKP) ຖືຮູບພາບ ຂອງປະທານາທິບໍດີ Recep Tayyip Erdogan ຢູ່ທີ່ການສະເຫຼີມສະຫຼອງ ໄຊຊະນະ ຢູ່ນອກສຳນັກງານໃຫຍ່ຂອງພັກໃນນະຄອນ Istanbul, ປະເທດເທີກີ, ວັນທີ 1 ພະຈິກ 2015.

ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ກ່າວ
ໃນວັນຈັນມື້ນີ້ ວ່າ ໂລກຄວນເຄົາລົບນັບຖື ໄຊຊະນະຂອງພັກ
ຍຸດຕິທຳ ແລະ ການພັດທະນາຂອງທ່ານ ໃນການປ່ອນບັດລົງ
ຄະແນນສຽງເລືອກຕັ້ງ ລັດຖະສະພາ ຊຶ່ງທ່ານໄດ້ອະທິບາຍວ່າ
ປະຊາຊົນຂອງເທີກີ ໄດ້ອອກສຽງ ເລືອກເອົາຄວາມໝັ້ນຄົງເປັນ
ພື້ນຖານ.

ການເລືອກຕັ້ງ ໃນວັນອາທິດວານນີ້ ໄດ້ນຳເອົາເທີກີ ກັບຄືນສູ່
ການປົກຄອງແບບພັກດຽວ ພຽງ 5 ເດືອນ ຫຼັງຈາກທີ່ ພັກ AKP
ໄດ້ສູນເສຍ ການມີສຽງສ່ວນຫຼາຍຂອງຕົນໃນສະພາ ເປັນຄັ້ງ
ທຳອິດ ໃນຫຼາຍທົດສະຫວັດຜ່ານມາ. ພັກດັ່ງກ່າວ ໄດ້ຮັບຄະແນນສຽງຫຼຸດ 50 ເປີເຊັນ
ເພື່ອທີ່ຈະໄດ້ບ່ອນນັ່ງປະມານ 316 ທີ່ນັ່ງ ໃນສະພາທີ່ມີສະມາຊິກຈຳນວນ 550 ຄົນ.

ພັກ CHP ທີ່ເປັນຝ່າຍຄ້ານຫລັກ ໄດ້ຮັບຄະແນນສຽງ ກາຍພຽງ 25 ເປີເຊັນ ອັນເປັນ
ຂອບເຂດຂອງໄຊຊະນະ ທີ່ຫ່າງໄກກັນຫຼາຍ ສຳຫລັບ ພັກ AKP ຈາກທີ່ໄດ້ຄາດຄະເນ
ກັນໄວ້ນັ້ນ.

ນາຍົກລັດຖະມົນຕີ ເທີກີ ທ່ານ Ahmet Davutoglu ຖັກທາຍ ບັນດາຜູ້ສະໜັບສະໜູນທີ່ໄດ້ເຕົ້າໂຮມຊຸມນຸມກັນ ຢູ່ນອກ ສຳນັກງານໃຫຍ່ ຂອງພັກຍຸດຕິທຳ ແລະ ການພັດທະນາ ໃນນະຄອນຫລວງ Ankara, ປະເທດເທີກີ, ວັນອາທິດ ທີ 1 ພະຈິກ 2015.
ນາຍົກລັດຖະມົນຕີ ເທີກີ ທ່ານ Ahmet Davutoglu ຖັກທາຍ ບັນດາຜູ້ສະໜັບສະໜູນທີ່ໄດ້ເຕົ້າໂຮມຊຸມນຸມກັນ ຢູ່ນອກ ສຳນັກງານໃຫຍ່ ຂອງພັກຍຸດຕິທຳ ແລະ ການພັດທະນາ ໃນນະຄອນຫລວງ Ankara, ປະເທດເທີກີ, ວັນອາທິດ ທີ 1 ພະຈິກ 2015.

ນາຍົກລັດຖະມົນຕີ ເທີກີ ທ່ານ Ahmet Davutoglu ໄດ້ສະແດງຄວາມປາຖະໜາ
ຢາກໃຫ້ມີຄວາມສາມັກຄີ ໃນຂະນະທີ່ ທ່ານກ່າວຄຳປາໄສ ຕໍ່ບັນດາຜູ້ສະໜັບສະໜູນ
ໃນນະຄອນຫຼວງ Ankara ເມື່ອຕອນແລງວັນອາທິດວານນີ້. ທ່ານ ໄດ້ຮຽກຮ້ອງ ໃຫ້
“ເທີກີໃໝ່ນີ້ ມີການເມືອງ ແບບປົກກະຕິຄືນ.”

ທ່ານກ່າວອີກວ່າ “ໃນລະຫວ່າງ ຂະບວນການ ໂຄສະນາຫານສຽງຢູ່ນັ້ນ ເຖິງແມ່ນ
ວ່າບໍ່ເປັນການຕັ້ງໃຈ ຖ້າມັນໄດ້ເຮັດໃຫ້ຜູ້ໃດຜູ້ນຶ່ງ ເສຍອົກເສຍໃຈ ໂກດແຄ້ນ ຫຼື
ຜິິດໃຈ ຂໍໃຫ້ພວກເຂົາເຈົ້າ ຈົ່ງອວຍພອນໄຊໃຫ້ແກ່ພວກເຮົາດ້ວຍ.”

ຜູ້ສະໜັບສະໜູນພັກ AK ຄົນນຶ່ງ ຢືນຖ້າ ການເລີ້ມກ່າວຄຳປາໄສ ຂອງນາຍົກລັດຖະມົນຕີ ເທີກີ ທ່ານ Ahmet Davutoglu ຢູ່ດ້ານໜ້າ ສຳນັກງານໃຫຍ່ຂອງພັກ ໃນນະຄອນຫຼວງ Ankara ປະເທດເທີກີ, ວັນທີ 2 ພະຈິກ 2015.
ຜູ້ສະໜັບສະໜູນພັກ AK ຄົນນຶ່ງ ຢືນຖ້າ ການເລີ້ມກ່າວຄຳປາໄສ ຂອງນາຍົກລັດຖະມົນຕີ ເທີກີ ທ່ານ Ahmet Davutoglu ຢູ່ດ້ານໜ້າ ສຳນັກງານໃຫຍ່ຂອງພັກ ໃນນະຄອນຫຼວງ Ankara ປະເທດເທີກີ, ວັນທີ 2 ພະຈິກ 2015.

Turkey Election
please wait
Embed

No media source currently available

0:00 0:03:18 0:00

XS
SM
MD
LG