ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ​ເທີ​ກີ ກ່າວວ່າ ການວາງ​ແຜນ​ຄອບຄົວ​​ ແມ່ນບໍ່ເປັນໄປ ຕາມຮີດຄອງ​ ​ມຸສລິ​ມ


ພາບທີ່ສະແດງໃຫ້ເຫັນວ່າ ແມ່ຍິງຖືຢາຄຸມກຳເນີດ
ພາບທີ່ສະແດງໃຫ້ເຫັນວ່າ ແມ່ຍິງຖືຢາຄຸມກຳເນີດ

ທ່ານ Tayyip Erdogan ​ປະທານາທິບໍດີ​ເທີ​ກີ ​ໄດ້​ກ່າວ​ວ່າ ຄອບຄົວ​ຊາວ​ມຸສລິ​ມນັ້ນ​ແມ່ນ​ບໍ່​ຄວນ​ໃຊ້​ຢາ​ຄຸມ​ກຳ​ເນີ​ດຫຼື​ແມ່ນ​ແຕ່​ກ່ຽວຂ້ອງ​ພົວພັນ​ກັບ​ການວາງ​ແຜນ​ຄອບຄົວ​ຊຶ່ງ​ນັ້ນ​ແມ່ນ ​ການຕ້ານ​ຕໍ່​ປະ​ເພນີ​ຂອງ​ຊາວ​ມຸສລິ​ມ.

“ພວກ​ເຮົາ​ຈະ​ສາມາດ​ຂະຫຍາຍ​ເພີ້​ມປະຊາກອນ​ຂອງ​ພວກ​ເຮົາ ພວກ​ເຂົາ​ເຈົ້າ​ເວົ້າ​ເຖິງ​ເລື້ອງ​ການວາງ​ແຜນ​ຄອບຄົວ ການ​ຄຸມ​ກຳ​ເນີ​ດ ຈະ​ບໍ່​ມີ​ຄອບຄົວ​ມຸສລິ​ມໃດ​ໆ​ ສາມາດ​ປະກອບ​ເຂົ້າ​ໃນ​ກຳມະວິທີ​ທີ່​ວ່າ​ນີ້” ນັ້ນຄື​ຄຳ​ເວົ້າທ່ານ Erdogan ໃນ​ຄຳ​ປາ​ໄສ​ທາງ​ໂທລະພາບ ຕໍ່​ປະຊາ ຊົນ ​ໃນ​ວັນ​ຈັນ​ວານ​ນີ້.

​ທ່ານ Erdogan ​ແມ່ນເປັນ​ມຸສລິ​ມທີ່​ເຄັ່ງ​ຄັດ​ໃນ​ສາສະໜາ ຊຶ່ງ​ໄດ້​ສ້າງຄວາມ​ຄຽດ​ແຄ້ນໃຫ້​ອົງການ​ແມ່ຍິງ​ໃນ​ອະດີດ ທີ່​ໃຊ້​ກົດ​ລະບຽບການ​ໃນ​ວິທີ​ບັງຄັບ ທີ່​ວ່າ ​ແມ່ຍິງ​ຈະ​ສາມາດ​ມີ​ລູກ​ໄດ້​ຈັກ​ຄົນ ​ແລະກ້າ​ປາກກ້າ​ເວົ້າ​ຕໍ່​ການ​ກີດ​ກັນ ຄວາມ​ສະ​ເໜີ​ພາບ​ທາງ​ເພດ.

ທ່ານ​ຍັງ​ເຄີຍ​ໄດ້​ພະຍາຍາມ​ໃຫ້​ມີ​ການ​ຫ້າມ​ການ​ຮີດລູກໃນ​ປະ​ເທດ ມາ​ກ່ອນ​ແລ້ວ ​ແລະ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການຜ່າ​ຄອດ​ລູກໃນ​ຈຳນວນ​ຈຳກັດ​ອີກ​ດ້ວຍ ​ໂດຍ​ກ່າວ​ວ່າ ​ແມ່ນ​ຍິງ​ທີ່​ຄອດ​ລູກ ດ້ວຍວິທີ​ການ​ຜ່າອອກ​ນັ້ນ ບໍ່​ສາມາດ​ທີ່​ຈະ​ມີ​ລູກຫຼາຍກວ່າ​ນຶ່ງ​ຄົນ ​ໄດ້.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG