ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາ​ຍົກ​ລັດຖະມຸນຕີ ​ເທີກີ ​ເຕືອນ​ຄູ່​ແຂ່ງ​ ຈະຕາມ​ລ່າ​ໂຕ ​ແລະຫັກ​ມືພວກ​ເຂົາ​ເຈົ້າ (ວີດີໂອ)


Turkey PM Promises to Punish Rivals
please wait

No media source currently available

0:00 0:00:39 0:00
ລິງໂດຍກົງ

Turkey PM Promises to Punish Rivals

ນາ​ຍົກ​ລັດຖະມຸນຕີ ​ເທີກີ ​ໄດ້​ເຕືອນ​ຄູ່​ແຂ່ງ​ຂອງທ່ານ​ວ່າ ທ່ານຈະ
ຕາມ​ ລ່າ​ໂຕ ​ແລະ “ຫັກ​ມືພວກ​ເຂົາ​ຈົ້າ” ​ຕາມ​ຄໍາ​ເວົ້າ​ຂອງ​ທ່ານ​
ເອງ​ນັ້ນ ຖ້າ​ເຂົາ​ເຈົ້າຫາກ​ສວຍໃຊ້ຂ່າວ​ນອງນັນ ເລື້ອງການສໍ້
​ລາດ​ບັງ​ຫລວງ ທີ່ຂະ ຫຍາ​ຍ​ກ້ວາງ​ອອກ​ນັບ​ມື້​ນັ້ນ ບ່ອນ​ທໍາລາຍ
ການ​ປົກຄອງຂອງ​ທ່ານ. ທ່ານ​ Recep Tayyip Erdogan ໄດ້​
ມີ​ຄວາມ​ເຫັນ​ດັ່ງກ່າວ​ ໃນ​ວັນ​ອາທິດ​ວານ​ນີ້ ​ໃນ​ຂະນະ​ທີ່​ພວກ​ປະ
​ທ້ວງ​ທີ່​ໂມ​ໂຫ ສືບ​ຕໍ່ຮຽກຮ້ອງ​ໃຫ້ ລັດຖະບານ​ລາ​ອອກ.

ທ່ານ Erdogan ​ໄດ້​ປະນາມ​ການ​ສອບ​ສວນເລື້ອງການສໍ້​ລາດ​
ບັງ​ຫລວງ ວ່າ​ເປັນການວຽກ​ງານ​ຂອງພວກ​ທີ່​ທ່ານ​ເອີ້ນ​ວ່າ ກຸ່ມ
“ພັນທະ​ມິດດໍາ” ​ແລະໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະ​ເຜີຍ​ແບ ພວກ​ທີ່ມີ​ສ່ວນ​ພົ​ວພັນ.

ຕໍາ​ຫລວດເທີ​ກີ ​ໄດ້​ຍິງ​ປືນນໍ້າແລະ​ແກັສນໍ້າຕາ ຢູ່ນະຄອນ​ອິສ​ແຕນ​ບຸູລ​ ​ເພື່ອ​ຂັບ​ໄລ່​ຫລາຍ
​ພັນ​ຄົນ ​ທີ່​ພາກັນ​ປະ​ທ້ວງ​ຕ້ານການສໍ້​ລາດ​ບັງ​ຫລວງ ທີ່ເຮັດ​ໃຫ້​ຫລາຍ​ຄົນ ຖືກ​ຈັບ ຮວມ​ທັງ​
ພວກ​ລູກ​ຊາຍ​ຂອງລັດຖະມຸນຕີ ຫລາຍ​ຄົນ​. ນອກນັ້ນ ​ເຂົາ​ເຈົ້າ​ຍັງ​ພາກັນ​ປະ​ທ້ວງແຜນການ
ຂະຫຍາຍ​ໂຕເມືອງ ຂອງລັດຖະບານອີກ.

ພວກ​ປະ​ທ້ວງໄດ້​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ຈະຕຸ​ລັດເມືອງ Kadikoy ​ແລະ​ຮຽກ​ຮ້ອງ​ໃຫ້ລັດຖະບານ
ພັກ​ຍຸດຕິ​ທໍາແລະການພັດທະນາ​ ຂອງທ່ານ Erdogan ລາ​ອອກ.

ນາຍົກລັດຖະມຸນ​ຕີ ​ໄດ້​ຕອບ​ໂຕ້​ຕໍ່​ການສອບ​ສວນ ດ້ວຍ​ການກວດ​ລ້າງ​ ກໍາລັງ​ຕໍາຫລວດ
ແລະຂັບ​ໄລ່​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ຫລາຍ​ຄົນ ທີ່ໃຫ້ການ​ຮ່ວມ​ມືໃນ​ການ​ສືບສວນ ​ໂດ​ຍ​ບໍ່
ໄດ້​ຮັບ​ອະນຸຍາດ.
XS
SM
MD
LG