ບັນດາເຮືອບິນລົບເທິກີ ໄດ້ທຳການໂຈມຕີທາງອາກາດເພີ້ມຂື້ນ
ໃນຕອນເຊົ້າ ວັນອັງຄານມື້ນີ້ໂດຍແນເປົ້າໝາຍໃສ່ພວກຫົວຮຸນ
ແຮງຊາວ Kurds ໃນຂະນະທີ້ການວາງລະເບີດໃສ່ລົດເມ ໃນ
ພາກຕາເວັນອອກຂອງເທີກີ ເຮັດໃຫ້ເຈົ້າໜ້າທີ່ຕຳຫລວດ ຢ່າງ
ໜ້ອຍ 12 ຄົນເສຍຊີວິດ.
ບັນດາເຈົ້າໜ້າທີ່ເທີກີ ກ່າວວ່າ ເຮືອບິນລົບຫລາຍກວ່າ 40 ລໍາ
ໄດ້ເຂົ້າຮ່ວມການໂຈມຕີທາງອາກາດເປັນເວລາຫົກຊົ່ວໂມງ ໃນ
ພາກເໜືອອີຣັກ ທີ່ສື່ມວນຊົນຂອງລັດກ່າວວ່າ ໄດ້ສັງຫານພວກ
ນັກລົບ ຈາກພວກພັກກຳມະກອນຊາວ Kurds ຫລື PKK ຫຼາຍ
ເຖິງ 40 ຄົນ.
ນີ້ເປັນການໂຈມຕີທາງອາກາດ ເປັນຄືນທີສອງ ນັບແຕ່ພວກນັກລົບ PKK ໄດ້ໃຊ້ລະເບີດ
ແຄມທາງໂຈມຕີຂະບວນລົດທະຫານແລະສັງຫານທະຫານເທີກີ 16 ຄົນ. ການໂຈມຕີໃນ
ວັນອາທິດທີ່ຜ່ານມາ ເປັນການໂຈມຕີທີ່ຮ້າຍແຮງສຸດ ໂດຍ ພວກ PKK ນັບແຕ່ເດືອນ
ກໍລະກົດ ເປັນຕົ້ນມາ ເວລາຄວາມຮຸນແຮງຈາກທັງສອງຝ່າຍ ໄດ້ທຳລາຍການຢຸດຍິງທີ່
ມີມາເປັນເວລາສອງປີ.
ການວາງລະເບີດຄັ້ງໃໝ່ໃນວັນອັງຄານມື້ນີ້ ໄດ້ມີການຖິ້ມໂທດໃສ່ພວກຫົວຮຸນແຮງ ໄດ້
ຖືກລົດເມຂົນເຈົ້າໜ້າທີ່ຕຳຫລວດໃນແຂວງ Igdir ໃກ້ຊາຍແດນເທິກີ ຕິດກັບ
Azerbaijan.
ເທິກີ ໄດ້ເລີ້ມໃນອັນທີ່ຮ້ອງວ່າ ການບຸກໂຈມຕີຕ້ານພວກກໍ່ການຮ້າຍຄັ້ງໃໝ່ ໃນທ້າຍ
ເດືອນກໍລະກົດ ດ້ວຍການໂຈມຕີທາງອາກາດທີ່ແນເປົ້າໝາຍໃສ່ກຸ່ມ PKK ຢູ່ທັງໃນ
ພາກຕາເວັນອອກສຽງໃຕ້ຂອງເທີກີ ແລະໃນພາກເໜືອອີຣັກ.
ການໂຈມຕີທາງທະຫານດັ່ງກ່າວ ແມ່ນໄດ້ຮັບການເຕືອນຈາກສະຫະລັດ ແລະສະຫະ
ພາບຢູໂຣບ ຊຶ່ງທັງສອງກ່າວວ່າ ໃນຂະນະທີ່ເທີກີມີສິດປ້ອງກັນຕົນເອງແຕ່ກໍຄວນທີ່ຈະ
ໃຊ້ຄວາມຍັບຢັ້ງ ແລະທຳການຕອບໂຕ້ “ຢ່າງສົມມາສົມຄວນ.”
ກຸ່ມ PKK ໄດ້ທຳການສູ້ລົບກັບເທີກີ ມາແຕ່ປີ 1984 ໃນການຂັດແຍ້ງທີ່ໄດ້ເຮັດໃຫ້
40,000 ຄົນເສຍຊີວິດ. ເທີກີ ສະຫະລັດ ແລະຢູໂຣ ພິຈາລະນາວ່າ ພວກຫົວຮຸນແຮງ
ຈຸນີ້ ເປັນກຸ່ມກໍ່ການຮ້າຍ.