ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ເທີກີ ໃຊ້ລົດສີດນ້ຳ ແລະ ແກ໊ສນ້ຳຕາ ເພື່ອມ້າງເພກຸ່ມພວກປະທ້ວງ


ພົນລະເຮືອນຄົນໜຶ່ງ, ຊ້າຍ, ແລະເຈົ້າໜ້າທີ່ຮັກສາຄວາມ
ປອດໄພຄົນໜຶ່ງຕີພວກປະທ້ວງ ໃນຂະນະທີ່ຕຳຫຼວດໃຊ້ລົດ
ສີດນ້ຳເພື່ອສະຫຼາຍຕົວກຸ່ມປະທ້ວງຂອງປະຊາຊົນທີ່ ກ່ຽວກັບ ການກັກຂັງສະມາຊິກສະພາ 12 ຄົນ ຈາກພັກປະຊາທິປະໄຕ ປະຊາຊົນ ທີ່ສະໜັບສະໜູນຊາວ ເຄີດ ຫຼື HDP, ໃນນະຄອນ Istanbul, 5 ພະຈິກ, 2016.
ພົນລະເຮືອນຄົນໜຶ່ງ, ຊ້າຍ, ແລະເຈົ້າໜ້າທີ່ຮັກສາຄວາມ ປອດໄພຄົນໜຶ່ງຕີພວກປະທ້ວງ ໃນຂະນະທີ່ຕຳຫຼວດໃຊ້ລົດ ສີດນ້ຳເພື່ອສະຫຼາຍຕົວກຸ່ມປະທ້ວງຂອງປະຊາຊົນທີ່ ກ່ຽວກັບ ການກັກຂັງສະມາຊິກສະພາ 12 ຄົນ ຈາກພັກປະຊາທິປະໄຕ ປະຊາຊົນ ທີ່ສະໜັບສະໜູນຊາວ ເຄີດ ຫຼື HDP, ໃນນະຄອນ Istanbul, 5 ພະຈິກ, 2016.

ຕຳຫຼວດ ເທີກີ ໄດ້ໃຊ້ລົດສີດນ້ຳ ແລະ ຍິງແກ໊ສນ້ຳຕາໃສ່ພວກປະທ້ວງຫຼາຍພັນຄົນໃນວັນ ເສົາວານນີ້ໃນນະຄອນ Istanbul, ເພື່ອສະຫຼາຍການເດີນຂະບວນສະໜັບສະໜູນໜັງສື ພິມຝ່າຍຄ້ານ ທີ່ພະນັກງານຂອງພວກເຂົາເຈົ້າໄດ້ຖືກຈັບກຸມກ່ອນໜ້ານີ້ ຖືວ່າເປັນສ່ວນ ໜຶ່ງຂອງການປາບປາມຂອງລັດຖະບານທີ່ກຳລັງດຳເນີນຢູ່.

ການປະທ້ວງໄດ້ເກີດຂຶ້ນບໍ່ເທົ່າໃດຊົ່ວໂມງຫຼັງຈາກບັນດາເຈົ້າໜ້າທີ່ ເທີກີ ໄດ້ສັ່ງໃຫ້ຜູ້ບໍລິ ຫານ 9 ຄົນ ແລະ ນັກຂ່າວຫຼາຍຄົນຂອງໜັງສື ພິມຝ່າຍຄ້ານ ແລະ ສາສະໜາ Cumhuriyet ມາດຳເນີນຄະດີ.

ບັນດາໄອຍະການໄດ້ເຊື່ອມໂຍງການຈັບກຸມໃສ່ການອ້າງອີງສະໜັບສະໜູນຂອງໜັງສື ພິມໃສ່ນັກສອນສາສະໜາ ທີ່ລີ້ໄພຢູ່ຕ່າງປະເທດ ເຊິ່ງຖືກສົງໄສວ່າ ເປັນຜູ້ບົງການຄວາມ ພະຍາຍາມກໍ່ລັດຖະປະຫານ ທີ່ບໍ່ປະສົບຄວາມສຳເລັດໃນເດືອນກໍລະກົດທີ່ຜ່ານມາ, ແລະ ສຳລັບ ການອ້າງອີງຂອງພວກເຂົາເຈົ້າ ທີ່ເຊື່ອມໂຍງໃສ່ພວກທະຫານບ້ານຊາວ ເຄີດ ທີ່ ກຳລັງຕໍ່ສູ້ກັບລັດຖະບານ ອັງກາຣາ ເພື່ອຢາກປົກຄອງບ້ານເກີດຂອງຕົນເອງຢູ່ ທາງພາກຕາເວັນອອກສຽງໃຕ້ຂອງ ເທີກີນັ້ນ.

ໜັງສືພິມ Cumhuriyet ແມ່ນໜຶ່ງໃນສອງສາມໜັງສືພິມໃນ ເທີກີ ທີ່ຍັງກ່າວວິຈານ ກ່ຽວ ກັບ ປະທານາທິບໍດີ ທ່ານ Recep Tayyip Erdogan ຜູ້ທີ່ໄດ້ເປີດການປາບປາມຄັ້ງ ໃຫຍ່ທີ່ນຳໄປສູ່ການຈັບ ກຸມປະຊາຊົນຫຼາຍກວ່າ 100,000 ຄົນ ລວມທັງຄູອາຈານ, ນັກ ຂ່າວ, ຕຳຫຼວດ, ແລະ ຜູ້ພິພາກສາ ນັບຕັ້ງແຕ່ການພະຍາຍາມກໍ່ລັດ ຖະປະຫານໃນວັນທີ 15 ກໍລະກົດທີ່ຜານມາ.

ການປາບປາມດັ່ງກ່າວໄດ້ກໍ່ໃຫ້ມີຄວາມເປັນຫ່ວງຢ່າງກວ້າງຂວາງ ໃນບັນດາປະເທດຕາ ເວັນຕົກທີ່ເປັນພັນທະມິດຂອງ ເທີກີ ເຊິ່ງຄວາມເປັນຫ່ວງໄດ້ເພີ່ມຂຶ້ນຈາກວັນສຸກທີ່ຜ່ານ ມາ ເມື່ອຕຳຫຼວດໄດ້ຈັບກຸມບັນດາສະມາຊິກສະພາຫຼາຍສິບຄົນ ຜູ້ທີ່ສະໜັບສະໜູນພັກ ປະຊາທິປະໄຕປະຊາຊົນຊາວ ເຄີດ ຫຼື HDP, ເປັນພັກການເມືອງ ທີ່ໃຫຍ່ທີ່ສຸດເປັນອັນ ດັບສາມຂອງປະເທດ.

ໃນຈຳນວນນຜູ້ທີ່ໄດ້ຈັບກຸມນັ້ນ ແມ່ນບັນດາຜູ້ນຳຮ່ວມຂອງພັກ HDP ທ່ານ Selahattin Demirtas ແລະ ທ່ານ Figen Yuksekdag. ບັນດາສະມາຊິກສະພາຂອງພັກ HDP ໄດ້ ຖືກຄວບຄຸມຕົວໄວ້ຫຼັງຈາກ ບໍ່ໄດ້ຕອບສະໜອງການຮຽກຕົວເຂົ້າໄປພົບຂອງບັນດາໄອຍາ ການ ທີ່ຂໍໃຫ້ພວກເຂົາເຈົ້າໄປໃຫ້ປາກຄຳ ໃນຄະດີໂຄສະນາຊວນເຊື່ອ ກ່ຽວກັບ ລັດທິກໍ່ ການຮ້າຍ, ອີງຕາມຖະແຫຼງການສະບັບໜຶ່ງ ປະກາດໂດຍຫ້ອງການລັດຖະບານແຫ່ງ ໜຶ່ງນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Turkey Protesters
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG