ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີຜູ້ເສຍຊີວິດ ຍ້ອນ ອຸບັດເຫດ ບໍ່ຖ່ານຫີນ ຢູ່ເທີກີ ກາຍ 300 ຄົນແລ້ວ (ສະໄລດ໌/ວີດີໂອ)


ຍາດຕິພີ່ນ້ອງຂອງຜູ້ເຄາະຮ້າຍ ຢູ່ບໍ່ຖ່ານຫີນ ທີ່ປະເທດເທິກີ ພາກັນຢືນໄວ້ອາໄລ ຢູ່ຂຸມຝັງສົບ
ຍາດຕິພີ່ນ້ອງຂອງຜູ້ເຄາະຮ້າຍ ຢູ່ບໍ່ຖ່ານຫີນ ທີ່ປະເທດເທິກີ ພາກັນຢືນໄວ້ອາໄລ ຢູ່ຂຸມຝັງສົບ
ມີອີກ​ຫລາຍ​ສົບ ທີ່​ໄດ້​ນຳ​ອອກ​ມາ​ຈາກບໍ່ຖ່ານ​ຫີນ ​ໃນ​ປະ
​ເທດ​ເທິ​ກີ ​ເຮັດ​ໃຫ້​ຈຳນວນ​ຜູ້​ເສຍ​ຊີວິດ​ຍ້ອນ​ເຫດ​ລະ​ເບີດ
​ແລ​ະ​ໄຟ​ໄໝ້​ ເພີ້ມຂື້ນເປັນ 301 ຄົນ.

ທ່ານ Taner Yildiz ລັດຖະມົນຕີພະລັງງານແລະຊັບພະ
ຍາກອນທຳມະຊາດ ຂອງເທີກີ ກ່າວວ່າ ມີອີກແຕ່ພຽງສາ​ມ
ຄົນເທົ່ານັ້ນ ​ທີ່​ເຊື່ອ​ວ່າຍັງ​ຫາຍ​ສາບ​ສູນ ມາຮອດວັນ​ເສົາມື້​
ນີ້ ຊຶ່ງ​ມີ​ຄວາມ​ຫວັງໜ້ອຍເຕັມທີ ທີ່​ຈະພົບເຫັນພວກກ່ຽວ
ຍັງ​ມີ​ຊີວິດ​ຢູ່.

​ເກີດ​ໄຟ​ໄໝ້ຕື່ມ​ອີກ ຢູ່​ໃນ​ບໍ່​ຖ່ານ​ຫີ​ນ ​ໃນ​ວັນ​ເສົາ​ມື້​ນີ້ ເຮັດ​
ໃຫ້ຄວາມ​ພະຍາຍາ​ມ ໃນການກູ້​ໄພ ​ແລະເກັບ​ຊາກ​ສົບ ມີ​ຄວາ​ມລຳບາກຫຍຸ້ງຍາກ.

​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ​ໝໍ້ແປງໄຟຟ້າ​ໄດ້ລະ​ເບີດ ຢູ່ບໍ່ຖ່ານຫີນ​ເມືອງ Soma ​ອັນ​ເປັນໄພພິບັດທາງບໍ່ຖ່ານຫີນທີ່ຮ້າຍ​ແຮງສຸດ ແບບບໍ່ເຄີຍ​ມີ​ມາ​ກ່ອນ​ ໃນ​ເທີ​ກີ.

​ໄຟ​ໄດ້ລຸກໄໝ້​ຢູ່ໃນ​ບໍ່​ຖ່ານ​ຫີນ​ເປັນ​ເວລາ​ຫລາຍ​ມື້ ຊຶ່ງໄດ້ເປັນອຸບປະສັກຢ່າງ​ຮ້າຍ​
ແຮງ​ໃນ​ຄວາມ​ພະຍາຍາມ ​ເພື່ອຊອກຄົ້ນຫາຜູ້​ລອດ​ຊີວິດມາໄດ້. ສາມ​ມື້​ໄດ້​ຜ່ານ​ພົ້ນ​
ໄປ ນັບ​ແຕ່​ມີຜູ້ໃດ​ຜູ້​ນຶ່ງ​ ໄດ້​ຖືກ​ນຳ​ອອກ​ມາ​ ທີີ່ຍັງ​ມີ​ຊີວິດ​ຢູ່. ບັນດາ​ເຈົາໜ້າ​ທີ່ ກ່າວ
​ວ່າພວກຄົນງານ​ສ່ວນໃຫຍ່​ເສຍ​ຊີວິດ​ຍ້ອນແກັສພິດ carbon monoxide.

ລັດຖະບານ ​ແລະ​ເຈົ້າໜ້າທີ່ບໍລິສັດ​ບໍ່​ຖ່ານ​ຫີນ ກ່າວ​ວ່າ ​ມີພວກຄົນງານຂຸດຖ່ານ​ຫີນ
ເກືອບ 450 ຄົນ ​ໄດ້​ຖືກ​ຊ່ວຍຊີວິດອອກມາ​ໄວ້.

ຕຳຫລວດ​ໃນ​ນະຄອນ Istanbul ​ໄດ້​ໃຊ້​ແກັສນໍ້າຕາ ​ແລະທໍ່​ສີດນໍ້າ​ ​ໃນ​ຕອນແລງ​ວັນ​
ສຸກ​ວານ​ນີ້ ​ເພື່ອ​ຂັບ​ໄລ່ພວກ​ປະ​ທ້ວງ ​ທີ່​ປະຕິ​ເສດ​ບໍ່ຍອມສະຫຼາຍຕົວ ຫລັງ​ຈາກ​ການ
​ເດີນຂະບວນ​ປະ​ທ້ວງ​ແບບ​ສັນຕິ ​ເພື່ອ​ໄວ້ອາໄລໃຫ້ແກ່ພວກຄົນ ງານຂຸດ​ຖ່ານ​ຫີນ.

​ພິທີທີ່ໄດ້ເລີ້ມຂຶ້ນດ້ວຍຖື​ທຽນໄຂໄວ້ອາ​ໄລຢ່າງ​ສະຫງົບ ​ໄດ້ກາຍເປັນຄວາມວຸ້ນວາຍ
ຂຶ້ນເວລາ​ຫລາຍ​ຄົນ​ພາກັນ​ປະຕິ​ເສດບໍ່ຍອມສະຫຼາຍ ຕົວ ຫລັງ​ຈາກ​ພິທີໄດ້​ສີ້​ນສຸດ​
ລົງ ​ແລະ​ປະ​ທະ​ກັບ​ຕຳຫລວດ.

​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ ບັນດາພວກຄົນງານ​ໃນທົ່ວປະເທດ​ເທີ​ກີ ໄດ້ພາກັນ​ນັດຢຸດ
ງານປະ​ທ້ວງ​ມາດຕະຖານດ້ານ​ຄວາມ​ປອດ​ໄພທີ່​ອ່ອນ​ແອຂອງປະເທດ.
TURKEY MINE DISASTER CNPK
please wait

No media source currently available

0:00 0:01:45 0:00
XS
SM
MD
LG