ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບັນຊາການ ຂອງກອງທັບເທີກີ ພາກັນລາອອກ


ປະທານາທິບໍດີເທີກີ ທ່ານ Abdullah Gul (ຊ້າຍ) ແລະຫົວໜ້າເສນາທິການກອງທັບເທີກີ ນາຍພົນ Isik Kosaner ທີ່ນະຄອນຫຼວງອັງກາຣາ (19 ພຶດສະພາ 2011).
ປະທານາທິບໍດີເທີກີ ທ່ານ Abdullah Gul (ຊ້າຍ) ແລະຫົວໜ້າເສນາທິການກອງທັບເທີກີ ນາຍພົນ Isik Kosaner ທີ່ນະຄອນຫຼວງອັງກາຣາ (19 ພຶດສະພາ 2011).

ພວກຜູ້ບັນຊາການທະຫານທັງໝົດຂອງເທີກີ ໄດ້ພາກັນລາອອກ ທ່າມກາງຄວາມເຄັ່ງຕຶງ
ທີ່ເພີ່ມທະວີຂຶ້ນລະຫວ່າງກອງທັບທີ່ເຫັນວ່າສາສະໜາບໍ່ຄວນເຂົ້າມາຍຸ່ງກ່ຽວກັບການເມືອງ ແລະລັດຖະບານທີ່ມີຮາກຖານມາຈາກສາສະໜາອິສລາມ.

ສື່ມວນຊົນຂອງເທີກີ ລາຍງານໃນວັນສຸກ ມື້ວານນີ້ວ່າ ຜູ້ບັນຊາການສູງສຸດຂອງກອງທັບ
ເທີກີ ນາຍພົນ Isik Kosaner ພ້ອມໆທັງຜູ້ບັນຊາການກອງທັບບົກ ກອງທັບເຮືອແລະ ກອງທັບອາກາດໄດ້ຍື່ນໃບລາອອກຕໍ່ລັດຖະບານ.

ລາຍງານຂ່າວຂອງສື່ມວນຊົນຍັງແຈ້ງໃຫ້ຊາບວ່າ ນາຍພົນ Kosaner ໄດ້ລາອອກຍ້ອນ
ທ່ານຮູ້ສຶກວ່າ ມັນເປັນສິ່ງຈຳເປັນ. ການລາອອກຂອງບັນດາຜູ້ບັນຊາການທະຫານເທີກີ
ໄດ້ມີຂຶ້ນຫຼັງຈາກນາຍພົນ Kosaner ໄດ້ພົບປະກັບນາຍົກລັດຖະມົນຕີ Recep Tayyip
Erdogan ແລະປະທານາທິບໍດີ Abdullah Gul ເພື່ອປຶກສາຫາລືກ່ຽວກັບການຂຶ້ນຊັ້ນທີ່
ສຳຄັນໆ ໃຫ້ແກ່ພວກນາຍທະຫານໃນກອງປະຊຸມສະພາສູງສຸດຂອງກອງທັບໃນສັບປະດາ
ໜ້າ. ມີລາຍງານວ່າທ່ານ Erdogan ໄດ້ສົ່ງສັນຍານໃຫ້ຮູ້ວ່ າທ່ານອາດຈະຂັດຂວາງການ
ຂຶ້ນຊັ້ນໃຫ້ແກ່ພວກນາຍທະຫານ ທີ່ທ່ານເຊື່ອວ່າເປັນພາກສ່ວນນຶ່ງທີ່ສົມຮູ້ຮ່ວມຄິດໃນການ ໂຄ່ນລົ້ມລັດຖະບານຂອງທ່ານ.

ເປັນທີ່ຄາດກັນວ່າ ນາຍພົນ Necdet Ozel ຈະຖືກແຕ່ງຕັ້ງໃຫ້ເປັນຜູ້ບັນຊາການທະ
ຫານສູງສຸດຂອງເທີກີໃນວັນເສົາມື້ນີ້.

ເຈົ້າໜ້າທີ່ໄດ້ຈັບກຸມ 300 ກວ່າຄົນ ອັນເປັນພາກສ່ວນນຶ່ງໃນການສືບສວນໃນຂອບເຂດ
ທີ່ກວ້າງຂວາງ ກ່ຽວກັບການວາງແຜນເພື່ອບ່ອນທຳລາຍລັດຖະບານ. ມີພວກນາຍທະ
ຫານທີ່ອອກກິນເບ້ຍບຳນານແລ້ວ ແລະຍັງປະຈຳການຢູ່ປະມານ 200 ຄົນຮວມທັງນາຍ
ພົນ 30 ຄົນໄດ້ຖືກກ່າວຫາ ໃນການສືບສວນທີ່ວ່ານີ້. ສ່ວນໃຫຍ່ຂອງພວກນາຍທະຫານ
ທີ່ຖືກຟ້ອງຮ້ອງນັ້ນໄດ້ຖືກຄຸມຂັງຢູ່ໃນຄຸກເວລານີ້.

XS
SM
MD
LG