ອະດີດຜູ້ບັນຊາການກອງທັບປະເທດເທີກີ ຖືກຈັບກຸມເມື່ອວັນສຸກມື້ນີ້ ໃນຂໍ້ຫາວາງແຜນ
ໂຄ່ນລົ້ມລັດຖະບານ ຂອງນາຍົກລັດຖະມົນຕີເທີກີ ທ່ານ Recep Tayyip Erdogan ນັ້ນ.
ທະນາຍຂອງນາຍພົນ Ilker Basbug ກ່າວວ່າ ພວກເຈົ້າໜ້າທີ່ເທີກີ ໄດ້ຈໍາຄຸກທ່ານ
Basbug ຜູ້ທີ່ຖືກກ່າວຫາວ່າເປັນຜູ້ນໍາອົງການການກໍ່ການຮ້າຍ.
ໄອຍະການເທີກີຄົນນຶ່ງ ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ຄວບຄຸມຕົວ ທ່ານ Basbug ໄວ້ເມື່ອ
ວັນພະຫັດວານນີ້ ຫລັງຈາກຖືກບົ່ງຊື່ວ່າເປັນຜູ້ຕ້ອງສົງ ໃສທໍາການປຸກລະດົມທາງອິນເທີ
ເນັທ ທີ່ແນໃສ່ການໂຄ່ນລົ້ມລັດຖະບານ ອີີສລາມຂອງທ່ານ Erdogan ທີ່ຖືກກ່າວຫານັ້ນ.
ສື່ມວນຊົນເທີກີ ລາຍງານເມື່ອຕົ້ນອາທິດນີ້ວ່າ ນາຍພົນ Basbug ທີ່ພົ້ນ ກະສຽນແລ້ວ
ຖືກຮຽກຕົວໄປສອບປາກຄໍາ ທີ່ພົວພັນກັບການດໍາເນີນຄະດີຂອງພວກເຈົ້າໜ້າທີ່ທັງອະດີດ
ແລະປັດຈຸບັນ ທີ່ເຊຶ່ອມໂຍງກັບທີ່ເອີ້ນວ່າ ເຄືອຂ່າຍທີ່ບໍ່ກ່ຽວກັບສາສະໜາ ທີ່ມີຊື່ວ່າ
Ergenekon ນັ້ນ.
ພວກເຈົ້າໜ້າທີ່ເທີກີ ໄດ້ກັກຂັງຫລາຍກວ່າ 300 ຄົນ ໂຮມທັງພວກນັກຂ່າວ ນັກສຶກສາ
ແລະນັກການເມືອງ ອັນເປັນພາກສ່ວນຂອງການສືບສວນສອບສວນຢ່າງກວ້າງຂວາງຕໍ່
ເຄືອຂ່າຍ Ergenekon ນັ້ນ.
ກໍລະນີດັ່ງກ່າວນີ້ ແມ່ນໄດ້ເນັ້ນຍໍ້າ ໃຫ້ເກີດຄວາມເປັນຫ່ວງຈາກນານາ ຊາດກ່ຽວກັບເສລີ
ພາບໃນການອອກຂາວຢູ່ໃນເທີກີ.