ໄດ້ມີການປ່ອນບັດລົງຄະແນນສຽງເລືອກຕັ້ງລັດຖະສະພາໃນ ປະເທດ ເທີກີ ໃນວັນອາທິດ ມື້ນີ້ ເຊິ່ງອາດເປັນການຕັດສິນວ່າ ພັກລັດຖະບານ ທີ່ກຳລັງປົກຄອງປະເທດໃນປະຈຸບັນ ຈະສາມາດ ເອົາຊະນະຄືນ ສຽງສ່ວນຫຼາຍທີ່ພວກເຂົາເຈົ້າ ໄດ້ຮັບມາເປັນ ເວລາຫຼາຍປີນັ້ນ ຫຼືບໍ່.
ໜ່ວຍປ່ອນບັດເລືອກຕັ້ງໄດ້ໄຂຂຶ້ນຫຼັງຈາກເຊົ້າມືດ ເວລາ 7 ໂມງ ເຊົ້າໃນພາກຕາເວັນ ອອກຂອງ ເທີກີ, ພ້ອມກັບອີກຫຼາຍໜ່ວຍ ເລືອກຕັ້ງໃນພາກຕາເວັນຕົກ 1 ຊົ່ວໂມງຕໍ່ມາ.
ການເລືອກຕັ້ງໃນວັນອາທິດມື້ນີ້ ແມ່ນຄັ້ງທີ 2 ໃນ 5 ເດືອນ, ຊຶ່ງ ຮຽກຮ້ອງໃຫ້ຈັດຂຶ້ນໂດຍ ປະທານາທິບໍດີ Recep Tayyip Erdogan ຫຼັງ ຈາກພັກຍຸດຕິທຳ ແລະ ການພັດທະນາ ຂອງທ່ານ ໄດ້ສູນເສຍຄະແນນ ສະໜັບສະໜູນສ່ວນຫຼາຍຂອງພວກ ເຂົາເຈົ້າ ຢ່າງໜ້າຕົກ ໃຈໃນສະພາແຫ່ງຊາດໃຫຍ່ເປັນຄັ້ງທຳອິດໃນຮອບ 13 ປີ. ຫຼັງຈາກການ ພ່າຍແພ້ໄປ, ນາຍົກລັດຖະມົນຕີ ທ່ານ Ahmet Davutoglu ກໍໄດ້ລົ້ມແຫຼວໃນການສ້າງພັນ ທະມິດ ປົກຄອງປະເທດ ກັບ ພັກຝ່າຍຄ້ານ 3 ພັກທີ່ເປັນ ຕົວແທນໃນສະພາ.
ການເລືອກຕັ້ງຄືນ ແມ່ນດຳເນີນຂຶ້ນຖ້າມກາງເສດຖະກິດທີ່ຝືດເຄືອງ, ຄວາມຮຸນແຮງລະ ຫວ່າງ ລັດຖະບານ ແລະ ພັກກຳມະກອນຊາວ ເຄີດ ຫຼື PKK ເຊິ່ງເປັນກຸ່ມນອກກົດ ໝາຍທີ່ໄດ້ ຜູກມັດໃນການດີ້ນຮົນເພື່ອ ການປົກຄອງຕົນເອງຈາກ ນະຄອນຫຼວງ Ankara ແລະ ດຳເນີນ ການໂຈມຕີກໍ່ການຮ້າຍ, ລວມທັງການລະເບີດສະຫຼະຊີບສອງ ຄັ້ງໃນທີ່ຊຸມນຸມ ສັນຕິພາບໃນ ຕົ້ນເດືອນນີ້ຂອງການຊຸມນຸມພັກ PKK ທີ່ໄດ້ເຮັດໃຫ້ມີຄົນ ເສຍຊີວິດ 130 ຄົນ.