ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີ ຂອງພວກກະບົດ ໃນເຕີກກີ


ເຕີກກີ ໂຈມຕີພວກກະບົດ PKK
ເຕີກກີ ໂຈມຕີພວກກະບົດ PKK

ກອງທັບເຕີກກີ ກ່າວວ່າ ພວກກະບົດ ຊາວ KURD ໄດ້ໂຈມຕີ ດ່ານແຫ່ງນຶ່ງ ຂອງເຕີກກີ ໃກ້ໆຊາຍແດນ ທີ່ຕິດກັບອີຣັກ ໂດຍໄດ້ສັງຫານ ທະຫານຢ່າງນ້ອຍ 8 ຄົນ ແລະໄດ້ຮັບບາດເຈັບ ອີກຈຳນວນນຶ່ງ.

ເຈົ້າໜ້າທີ່ເວົ້າວ່າ ພັກກຳມະກອນ ຊາວ KURD ຊຶ່ງເປັນທີ່ຮູ້ຈັກກັນດີ ໃນຊື່ຫຍໍ້ PKK ນັ້ນ ໄດ້ທຳການໂຈມຕີ ໃນຕອນເຊົ້າ ຂອງວັນເສົາມື້ນີ້.

ກອງທັບເຕີກກີ ເວົ້າວ່າ ໃນການສູ້ລົບກັນ ຄັ້ງນີ້ ທະຫານໄດ້ສັງຫານ ພວກກະບົດ PKK 12 ຄົນ. ໃນອີກດ້ານນຶ່ງນັ້ນ ເຕີກກີຖະແຫຼງວ່າ ໃນວັນເສົາມື້ນີ້ ເຮືອບິນລົບ ຂອງຕົນ ໄດ້ໂຈມຕີ ທີ່ຕັ້ງຂອງພວກກະບົດ ຂ້າມຊາຍແດນ ເຂົ້າໄປໃນ ພາກເໜືອອີຣັກ.

ໃນມື້ວັນພຸດ ຜ່ານມານີ້ ທະຫານ ແລະເຮືອບິນລົບ ຂອງເຕີກກີ ກໍໄດ້ຂ້າມຊາຍແດນ ເຂົ້າໄປໃນ ພາກເໜືອອີຣັກ ເພື່ອໄລ່ຕິດຕາມ ພວກກະບົດຊາວ KURD ທີ່ໄດ້ໂຈມຕີ ດ່ານຊາຍແດນແຫ່ງນຶ່ງ ຂອງເຕີກກີ.

ພວກກະບົດ PKK ໄດ້ທຳການຕໍ່ສູ້ ເພື່ອຢາກສ້າງຕັ້ງ ເຂດປົກຄອງຕົນເອງຂຶ້ນ ໃນພາກຕາເວັນອອກ ສຽງໃຕ້ຂອງເຕີກກີ ແລະເມື່ອໄວໆມານີ້ ໄດ້ຍົກເລີກ ການຢຸດຍິງ ທີ່ດຳເນີນມາ ເປັນເວລານຶ່ງປີ ຍ້ອນອັນທີ່ ກຸ່ມກະບົດຈຸນີ້ ເວົ້າວ່າ ການໂຈມຕີ ຊໍ້າແລ້ວຊໍ້າອີກ ຂອງທະຫານ ເຕີກກີ.

ອັງກາຣາ ແລະສ່ວນໃຫຍ່ ຂອງປະຊາຄົມ ນາໆຊາດ ຮວມທັງສະຫະລັດ ແລະ ສະຫະພາບຢູໂຣບ ຖືວ່າ ກຸ່ມກະບົດ PKK ເປັນອົງການ ກໍ່ການຮ້າຍ.

XS
SM
MD
LG