ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນ Turkey ໂຈມຕີກະບົດ PKK


ການໂຈມຕີທາງອາກາດຂອງກອງທັບ Turkey ຕໍ່ພວກກະບົດ PKK
ການໂຈມຕີທາງອາກາດຂອງກອງທັບ Turkey ຕໍ່ພວກກະບົດ PKK

ກອງທັບ Turkey ກ່າວວ່າ ເຮືອບິນລົບຂອງຕົນ ໄດ້ຖິ້ມລະເບີດໂຈມຕີ ຂ້າມຊາຍແດນໃສ່
ບ່ອນທີ່ສົງໄສວ່າ ເປັນທີ່ຕັ້ງພວກກະບົດຊາວ Kurd ຢູ່ໃນພາກເໜືອຂອງປະເທດອີຣັກເປັນ
ມື້ທີ 3 ລຽນຕິດ.

ກອງທັບ Turkey ກ່າວໃນວັນເສົາມື້ນີ້ວ່າ ນອກນັ້ນແລ້ວ ຍັງມີການຍິງປືນໃຫຍ່ໂຈມຕີເປົ້າ ໝາຍອື່ນໆອີກຂອງພວກກະບົດ 85 ແຫ່ງ.

ການໂຈມຕີທາງອາກາດໄດ້ມີຂຶ້ນ ລຸນຫຼັງທີ່ພວກກະບົດຈາກພັກກຳມະກອນ Kurdistan
ຫຼື PKK ໄດ້ທຳການໂຈມຕີທະຫານ Turkey ເພີ່ມຂຶ້ນ.

Turkey ເລີ່ມທຳການໂຈມຕີທາງອາກາດເທື່ອລ່າສຸດໃນມື້ວັນພຸດແລ້ວຫຼັງຈາກພວກກະບົດ
PKK ດັກສະກັດໂຈມຕີ ຂະບວນລົດທະຫານ Turkey ທີ່ເຮັດໃຫ້ທະຫານ Turkey ເສຍ
ຊີວິດຢ່າງນ້ອຍ 8 ຄົນໃກ້ໆຊາຍແດນອີຣັກນັ້ນ.

Turkey ໃຫ້ຄຳໝັ້ນສັນຍາວ່າ ຈະເລີ່ມທຳການປາບປາມ ພວກກະບົດ PKK ຮອບໃໝ່.
ໃນຕົ້ນອາທິດນີ້ນາຍົກລັດຖະມົນຕີ Turkey ທ່ານ Recep Tayyip Ergogan ກ່າວວ່າ ຄວາມອົດທົນຂອງອັງກາຣາຕໍ່ພວກກະບົດໃກ້ຈະໝົດລົງແລ້ວ. ພວກກະບົດ PKK ໄດ້ທຳ
ການຕໍ່ສູ້ ເພື່ອປົກຄອງຕົນເອງຢູ່ໃນເຂດພາກຕາອອກສຽງໃຕ້ຂອງ Turkey ຊຶ່ງປະຊາຊົນ
ສ່ວນໃຫຍ່ເປັນຊາວ Kurd ນັ້ນ ມາແຕ່ປີ 1984. ບັນຫາຂັດແຍ້ງທີ່ວ່ານີ້ ເຮັດໃຫ້ມີຜູ້ເສຍ
ຊີວິດຫຼາຍ ກວ່າ 40,000 ຄົນແລ້ວ.

XS
SM
MD
LG