ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທະຫານເທີກີ ສັງຫານ ພວກກະບົດຊາວເຄີດສ໌ 16 ຄົນ


ແຜນທີ່ເມືອງ Hakkari ໃນເທີກີ ໃກ້ກັບຊາຍແດນອີຣັກ ແລະອີຣ່ານ ທີ່ມີລະເບີດ ທີ່ຫ້າງໄວ້ຂ້າງຖະໜົນໃຫ້ແຕກຂຶ້ນ ໃນວັນພຸດ ທີ 22 ສິງຫາ ວານນີ້
ແຜນທີ່ເມືອງ Hakkari ໃນເທີກີ ໃກ້ກັບຊາຍແດນອີຣັກ ແລະອີຣ່ານ ທີ່ມີລະເບີດ ທີ່ຫ້າງໄວ້ຂ້າງຖະໜົນໃຫ້ແຕກຂຶ້ນ ໃນວັນພຸດ ທີ 22 ສິງຫາ ວານນີ້
ທະຫານເທີກີໄດ້ສັງຫານພວກກະບົດຊາວເຄີດສ໌ 16 ຄົນ ຢູ່
ທາງພາກຕາເວັນອອກສຽງ ໃຕ້ຂອງປະເທດ ໃນການປະທະກັນ ທີ່ເກີດຂຶ້ນລຸນຫລັງການໂຈມຕີຂະບວນລົດທະຫານ ຈຸນຶ່ງ.

ພວກເຈົ້າໜ້າທີ່ເທີກີເວົ້າວ່າ ພວກກະບົດຈາກພັກກໍາມະກອນ
ຊາວເຄີດສຫລື PKK ຊຶ່ງເປັນກຸ່ມນອກກົດໝາຍ ໄດ້ບີບຂະນວນ
ລະເບີດ ທີ່ຫ້າງໄວ້ຂ້າງຖະໜົນໃຫ້ແຕກຂຶ້ນ ໃນວັນພຸດວານນີ້ ຢູ່
ທີ່ເມືອງ Hakkari ໃກ້ກັບຊາຍແດນອີຣັກ ແລະອີຣ່ານ ຊຶ່ງໄດ້
ເຮັດໃຫ້ທະຫານ 5 ຄົນເສຍຊີວິດ ແລະອີກ 7 ຄົນໄດ້ຮັບບາດເຈັບ.

ກອງທັບເທີກີໄດ້ຕອບໂຕ້ຄືນ ໂດຍການເສີມກໍາລັງທະຫານແລະ
ໃຊ້ຍົນເຮລິຄອບເຕີຕິດ ອາຍຸດຍິງໂຈມຕີ ຊຶ່ງໄດ້ສັງຫານພວກກະ
ບົດ 16 ຄົນ.

ພວກເຈົ້າໜ້າທີ່ເທີກີໄດ້ຖິ້ມໂທດໃສ່ພັກ PKK ວ່າເປັນຜູ້ວາງລະເບີດໃສ່ລົດຄັນນຶ່ງ ໃນວັນ ຈັນທີ່ຜ່ານມາ ຢູ່ເມືອງ Gaziantep ທາງພາກໃຕ້ຂອງປະເທດ ຢູ່ໃກ້ກັບຊາຍແດນຊີເຣຍ ທີ່ໄດ້ເຮັດໃຫ້ 9 ຄົນເສຍຊີວິດນັ້ນ. ພັກ PKK ບໍ່ຍອມຮັບເອົາຄວາມຮັບຜິດຊອບ ໃນການ ໂຈມຕີດັ່ງກ່າວນັ້ນ.

ມີປະຊາຊົນຫລາຍກວ່າ 40 ພັນຄົນ ຊຶ່ງສ່ວນໃຫຍ່ແມ່ນຊາວເຄີດສ໌ ໄດ້ເສຍຊີວິດ ນັບຕັ້ງ ແຕ່ພວກຊາວເຄີດສ໌ ໄດ້ເລີ້ມຈັບອາວຸດລຸກຂຶ້ນຕໍ່ສູ້ໃນປີ 1984 ເປັນຕົ້ນມາເພື່ອທວງເອົາ ອໍານາດ ປົກຄອງຕົນເອງ.
XS
SM
MD
LG