ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສຍຊີວິດ 19 ຄົນ ຍ້ອນການປະທະກັນ ລະຫວ່າງຊາວເຄີດ ແລະທະຫານເທີກີ


ປະທານາທິບໍດີ ເທີກີ ທ່ານ Abdullah Gul (ທີ່ສາມຈາກຂວາ) ພ້ອມດ້ວຍເຈົ້າໜ້າທີ່ລະດັບສູງຂອງເທີກີ ກໍາລັງຄໍານັບສົບທະຫານ ທີ່ເສຍຊີວິດໃນການສູ້ລົບ ກັບກຸ່ມຫົວຮຸນແຮງຊາວເຄີດ, ວັນທີ 3 ສິງຫາ 2012.
ປະທານາທິບໍດີ ເທີກີ ທ່ານ Abdullah Gul (ທີ່ສາມຈາກຂວາ) ພ້ອມດ້ວຍເຈົ້າໜ້າທີ່ລະດັບສູງຂອງເທີກີ ກໍາລັງຄໍານັບສົບທະຫານ ທີ່ເສຍຊີວິດໃນການສູ້ລົບ ກັບກຸ່ມຫົວຮຸນແຮງຊາວເຄີດ, ວັນທີ 3 ສິງຫາ 2012.

ເຈົ້າໜ້າ​ທີ່​ເທີ​ກີ​ກ່າວ​ວ່າ 19 ຄົນ​ຖືກ​ຂ້າ​ຕາຍ​ໃນ​ການ​ສູ້​ລົບ​ກັນ​ຕະຫຼອດຄືນ ລະຫວ່າງ​ທະຫານ​ເທີ​ກີ ​ແລະ​ພວກ​ກະບົດຊາວ​ເຄິດ ຢູ​ໃກ້​ເຂດ​ຊາ​ຍ​ແດນ​ຕິດ​ກັບ​ອີຣັກ ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ເທີ​ກີ ນັ້ນ.

​ເຈົ້າໜ້າ​ທີ່​ກ່າວ​ອີກ​ວ່າ ທະຫານ​ຫົກ​ຄົນ ທະຫານ​ບ້ານ​ລັດ​ສອງ​ຄົນ ​ແລະ​ພວກ​ກະບົດ​ຫົວ​ຮຸນ​ແຮງ​ຊາວ​ເຄິດ 11 ຄົນ​ຖືກ​ຂ້າ​ຕາຍ ​ແລະ​ຢ່າງ​ໜ້ອຍ​ມີທະຫານ 15 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ​ຂອງ​ພວກກະບົດ​ໃນ​ແຂວງ Hakkari.

​ການ​ປະ​ທະ​ກັນ​ລະຫວ່າງ​ທະຫານ​ຂອງ​ລັດຖະບານ​ແລະ​ພວກກະບົດ​ແມ່ນ​ໜັກໜ່ວງຫຼາຍຂຶ້ນ​ໃນ​ໄລ​ຍະ​ບໍ່​ເທົ່າ​ໃດ​ອາທິດ​ຜ່ານ​ມາ ​ເວລາເທີ​ກີເປີດ​ສາກ ການ​ປະຕິບັດ​ການ​ທາງ​ພາກ​ພື້ນ​ດິນ​ແລະ​ທາງ​ອາກາດ​ບັ້ນ​ໃຫຍ່ ​ເພື່ອ​ກວດ​ລ້າງ​ພວກ​ກະບົດ.

​ມີ​ປະຊາຊົນຫຼາຍກວ່າ 40,000 ຄົນ ຖືກ​ຂ້າ​ຕາຍ ສ່ວນ​ໃຫຍ່​ແມ່ນ​ຊາວ​ເຄິດ ນັບ​ຕັ້ງ​ແຕ່​ພັກຄົນ​ງານ​ຊາວ​ເຄີ​ດ Kurdistan Workers ຫຼື PKK ລຸກ​ຂຶ້ນ​ມາ​ຖື​ອາວຸດ​ ຕໍ່ສູ້​ກັບ​ຝ່າຍ​ລັດຖະບານ ​ໃນ​ປີ 1984 ​ເພື່ອ​ທວງ​ໃຫ້​ແຍກ​ດິນ​ແດນເປັນ​ລັດ​ Kurdish ຕ່າງຫາກນັ້ນ.

XS
SM
MD
LG