ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມກະບົດເຄີດໂຈມຕີຄ້າຍ ທະຫານເຕີກີອີກ


ອົງການຂ່າວຂອງລັດຖະບານເຕີກີ ກ່າວວ່າ ພວກກຸ່ມກະບົດເຄີດໄດ້ ຂ້າທະຫານເຕີກີຄົນນຶ່ງ ແລະອີກຄົນນຶ່ງບາດເຈັບ ໃນການໂຈມຕີຄ້າຍປະຕິບັດ ການທະຫານແຫ່ງນຶ່ງໃນເຂດຕາເວັນອອກຂອງປະເທດ.

ອົງການຂ່າວ Anatolia ກ່າວ​ໃນວັນອາທິດມື້ນີ້ວ່າ ການໂຈມຕີ​ໃກ້ເມືອງ ປາລູ ໃນພາກຕາເວັນອອກສຽງໃຕ້ຂອງແຂວງອີລາຊິກນັ້ນ ຍັງຜົນໃຫ້ທະຫານ ເຕີກີເສຍຊີວິດເພີ່ມຂື້ນເປັນຈຳນວນ 12 ຄົນໃນການໂຈມຕີສອງມື້ຜ່ານ​ມາ.

ເຮືອບິນທະຫານຂອງເຕີກີ ໄດ້ທຳການໂຈມຕີທາງອາກາດ ຕໍ່ທີ່ໝັ້ນ ຫລາຍແຫ່ງຂອງພວກຕ້ອງສົງໃສວ່າ ເປັນກຸ່ມກະບົດຊາວເຄີດ ທີ່ຕັ້ງຢູ່ທາງໃນເຂດ ພາກເໜືອຂອງອີຣັກ​ໃນວັນເສົາວານນີ້ ຫລັງຈາກມີການ ປະທະກັນຫລາຍໆບັ້ນ ລະວ່າງພວກທະຫານ​ເຕີ​ກີ ແລະພວກຫົວຮຸນແຮງທີ່​ໄດ້ຍັງຜົນໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 23 ຄົນ. ອົງການຂ່າວຝລັ່ງລາຍງານວ່າກຳລັງທະຫານຂອງເຕີກີ ໄດ້ເຂົ້າໄປໃນເຂດພາກເໜືອຂອງອີຣັກໃນຄ່ຳ​ຄືນຜ່ານ​ມາ​ນີ້ ​ຂ້າມຊາຍແດນເຂົ້າໄປສິບກິໂລເມດ ເພື່ອຊອກຫາກຸ່ມຫົວຮຸນແຮງຊາວເຄີດນັ້ນ.

XS
SM
MD
LG