ຜູ້ພິພາກສາສານເທີກີ ທ່ານນຶ່ງ ໃນຄະນະກຳມະການ ອາຊະຍາກຳສົງຄາມຂອງອົງການ
ສະຫະປະຊາຊາດ ໄດ້ຖືກຈັບກຸມ ໃນເທີກີ ໃນຖານະທີ່ພົວພັນກັບກໍ່ລັດຖະປະຫານທີ່ປະ
ສົບກັບຄວາມລົ້ມແຫຼວໃນເດືອນກໍລະກົດຜ່ານມານີ້ຊຶ່ງເປັນການລະເມີດຕໍ່ສິດພິເສດທາງ ການທູດ.
ປະທານຂອງສານອາຊະຍາກຳນາໆຊາດ ທ່ານ Theodor Meron ໄດ້ກ່າວວ່າ ຜູ້ພິພາກ
ສາ Aydin Sedaf Akay ແມ່ນໄດ້ຖືກຈັບໃນເດືອນກັນຍາຜ່ານມານີ້ ໃນຂໍ້ຫາ “ພົວພັນ ກັບເຫດ ການຂອງເດືອນກໍລະກົດປີ 2016 ທີ່ບໍ່ໄດ້ປະຕິບັດຕາມ ກົດ ໝາຍລັດຖະທຳມະນູນຂອງ ເທີກີ.”
ທ່ານ Meron ກ່າວຕໍ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດວ່າ ເທີກີໄດ້ ປະຕິເສດຕໍ່ການຮ້ອງຮຽນ ທີ່ຂໍໄປຢ້ຽມທ່ານ Akay ແລະຮຽກຮ້ອງໃຫ້ປ່ອຍຕົວທ່ານໃນ ທັນທີ.
ສານດັ່ງກ່າວ ໄດ້ດຳເນີນຄະດີການກໍ່ອາຊະຍາກຳສົງຄາມໃນອະດີດປະເທດ Yugosla- via ແລະການຂ້າລ້າງເຜົ່າພັນ ໃນ Rwanda.
ມີຫຼາຍກວ່າ 30 ພັນຄົນ ໄດ້ຖືກຈັບກຸມ ນັບຕັ້ງແຕ່ ເດືອນກໍລະກົດຜ່ານມານີ້ໃນການພົວ ພັນກັບການກໍ່ລັດຖະປະຫານທີ່ປະສັບກັບຄວາມລົ້ມແຫຼວ ຊຶ່ງສ່ວນໃຫຍ່ ແມ່ນພວກທະ ຫານ ພວກເຈົ້າໜ້າທີ່ຝ່າຍສຶກສາ ແລະຝ່າຍນິຕິບັນຍັດຕ່າງໆ
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ