ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລະເບີດແຕກທີ່ແນເປົ້າໝາຍໃສ່ ຕຳຫຼວດໃນ ເທີກີ ໄດ້ສັງຫານ 38 ຄົນໃນນະຄອນ ອິສຕັງບູລ


ເຈົ້າໜ້າທີ່ຕຳຫຼວດ ຫາມໂລງສົບຂອງເພື່ອນຕຳຫຼວດ ໃນລະຫວ່າງ ພິທີສົ່ງສະການໃຫ້ແກ່ບັນດາຕຳຫຼວດທີ່ຖືກ
ຂ້າຕາຍໃນເຫດລະເບີດແຕກວັນເສົາວານນີ້, ນະຄອນ ອິສຕັງບູລ, ເທີກີ. 11 ທັນວາ, 2016.
ເຈົ້າໜ້າທີ່ຕຳຫຼວດ ຫາມໂລງສົບຂອງເພື່ອນຕຳຫຼວດ ໃນລະຫວ່າງ ພິທີສົ່ງສະການໃຫ້ແກ່ບັນດາຕຳຫຼວດທີ່ຖືກ ຂ້າຕາຍໃນເຫດລະເບີດແຕກວັນເສົາວານນີ້, ນະຄອນ ອິສຕັງບູລ, ເທີກີ. 11 ທັນວາ, 2016.

ປະເທດ ເທີກີ ໄດ້ປະກາດວັນໄວ້ອາໄລແຫ່ງຊາດ,​ ມື້ໜຶ່ງຫຼັງຈາກເຫດລະເບີດແຕກສອງ ຄັ້ງໃນນະຄອນ Istanbul ໄດ້ເຮັດໃຫ້ປະຊາຊົນຢ່າງໜ້ອຍ 38 ຄົນເສຍຊີວິດ ແລະ ບາດ ເຈັບອີກຫຼາຍຄົນ.

ລະເບີດແຕກໄດ້ສັ່ນສະເທືອນສະໜາມກິລາເຕະບານຂະໜາດໃຫຍ່ ໃນຕອນແລງຂອງ ວັນເສົາວານນີ້. ຜູ້ເຫັນເຫດການ ແລະ ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ການໂຈມຕີດ້ວຍລົດ ລະເບີດ ແລະ ການລະເບີດສະຫຼະຊີບ ໄດ້ແນເປົ້າໝາຍໃສ່ບັນດາເຈົ້າໜ້າທີ່ຮັກສາຄວາມ ປອດໄພ ຫຼັງຈາກການແຂ່ງຂັນກິລາເຕະບານໄດ້ຈົບລົງ.

ລັດຖະມົນຕີກະຊວງພາຍໃນ ເທີກີ ທ່ານ Suleyman Soylu ໄດ້ ກ່າວວ່າ ເຫດລະເບີດ ແຕກໄດ້ສັງຫານປະຊາຊົນ 38 ຄົນ ແລະ ໄດ້ເຮັດໃຫ້ໄດ້ຮັບບາດເຈັບຫຼາຍກວ່າ 150 ຄົນ. ທ່ານກ່າວວ່າ ເຈົ້າໜ້າທີ່ຕຳຫຼວດ 30 ຄົນໄດ້ເສຍຊີວິດໄປພ້ອມໆກັບພົນລະເຮືອນ 7 ຄົນ ແລະ ອີກຄົນໜຶ່ງແມ່ນບໍ່ສາມາດລະບຸຕົວໄດ້.

ບັນດາເຈົ້າໜ້າທີ່ກ່າວວ່າ ລະເບີດໄດ້ແນເປົ້າໝາຍໃສ່ລົດເມທີ່ຂົນສົ່ງຕຳຫຼວດ ປ້ອງກັນ ການຈະລາຈົນຈາກສະໜາມກິລາ Besiktas Vodafone Arena ຕັ້ງຢູ່ແຄມຝັ່ງຂອງ ເມືອງ Bosporus.

ບໍ່ມີໃຜອອກມາອ້າງຄວາມຮັບຜິດຊອບສຳລັບການໂຈມຕີດັ່ງກ່າວ, ແຕ່ຮອງນາຍົກລັດຖະ ມົນຕີ ທ່ານ Numan Kurtulmus ກ່າວວ່າ ມັນ ປະກົດວ່າພວກອາຊະຍາກອນພັກກຳ ມະກອນຊາວ ເຄີດ ຫຼື PKK ຄົງຈະເປັນຜູ້ກະທຳຜິດ. ທ່ານໄດ້ກ່າວວ່າປະຈຸບັນນີ້ມີ 10 ຄົນທີ່ເຊື່ອມໂຍງກັບການລະເບີດນັ້ນໄດ້ຖືກຈັບກຸມ.

ລັດຖະບານຂອງ ເທີກີ ໄດ້ກຳນົດໃຫ້ມີການປິດຂໍ້ມູນຂ່າວ ກ່ຽວກັບ ການໂຈມຕີ ແລະ ຜົນ ທີ່ຕາມມາຂອງມັນ, ໂດຍອ້າງວ່າເພື່ອຄວາມປອດໄພຂອງປະເທດ ແລະ ຄວາມເປັນຫ່ວງ ທາງລະບຽບສັງຄົມ.

ຕຳຫຼວດເດີນທາງຮອດສະຖານທີ່ເກີດເຫດລະເບີດແຕກ ໃນກາງນະຄອນ ອິສຕານບູລ, 10 ທັນວາ 2016.
ຕຳຫຼວດເດີນທາງຮອດສະຖານທີ່ເກີດເຫດລະເບີດແຕກ ໃນກາງນະຄອນ ອິສຕານບູລ, 10 ທັນວາ 2016.

ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ຜູ້ທີ່ໄດ້ເລື່ອນການເດີນທາໄປ ປະເທດ ກາຊັກສຖານ ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ ການໂຈມຕີໄດ້ແນເປົ້າ ໝາຍໃສ່ຕຳຫຼວດ ແລະ “ມີຈຸດປະສົງເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຫຼາຍທີ່ສຸດ.”

ຖະແຫຼງການຂອງປະທານາທິບໍດີ ໄດ້ອະທິບາຍວ່າການເບີດນັ້ນເປັນການກະທຳຂອງ ລັດທິກໍ່ການຮ້າຍ, ແລະ ໄດ້ກ່າວວ່າ “ຜົນທີ່ອອກມາຈາກການໂຈມຕີດັ່ງກ່າວນີ້ກໍແມ່ນ ພວກເຮົາໄດ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບ.”

ນາຍົກລັດຖະມົນຕີ ທ່ານ Binali Yildirim ໄດ້ອອກຄຳສັ່ງໃຫ້ລົດທຸງຊາດລົງເຄິ່ງເສົາ.

ນັກຂ່າວວີໂອເອໃນນະຄອນ Istanbul Dorian Jones ໄດ້ກ່າວວ່າ ແຮງຈຸດປະສົງຂອງ ການໂຈມຕີນັ້ນ ແມ່ນແນເປົ້າໝາຍໃສ່ຕຳຫຼວດຫຼັງຈາກ ການແຂ່ງຂັນເຕະບານໄດ້ຈົບລົງ ແທນທີ່ຈະແມ່ນພວກຝູງກອງເຊຍຈຳ ນວນຫຼວງຫຼາຍ, ລາວໄດ້ສະເໜີແນະວ່າ ມັນຖືກ ຈັດການໂດຍພວກອາຊະຍາກອນຫົວຮຸນແຮງຊາວ ເຄີດ ແທນທີ່ຈະແມ່ນພວກຫົວຮຸນ ແຮງລັດ ອິສລາມ, ດັ່ງທີ່ບາງຄົນໄດ້ສະເໜີແນະມານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG