ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Turkey ຈະສົ່ງກຳປັ່ນລົບ ຄຸ້ມກັນເຮືອຂອງຕົນ ໄປຍັງເຂດກາຊາ


کراچی شہر میں کہانیاں سناتے مصوری کے شاہکار
کراچی شہر میں کہانیاں سناتے مصوری کے شاہکار

Turkey ກ່າວວ່າ ກຳປັ່ນລົບຈະແລ່ນຕິດຕາມເຮືອຂອງຕົນທີ່ລຳລຽງການຊ່ອຍເຫຼືອມະນຸດ
ສະທຳໄປຍັງແຫຼມກາຊາເພື່ອປົກປ້ອງຄຸ້ມຄອງບໍ່ໃຫ້ອິສຣາແອລເຂົ້າແຊກແຊງ.

ນາຍົກລັດຖະມົນຕີ Recep Tayyip Erdogan ກ່າວຕໍ່ໂທລະພາບ al-Jazeera ໃນວັນ
ພະຫັດວານນີ້ວ່າ Turkey ຈະສືບຕໍ່ການດຳເນີນຄວາມພະຍາຍາມຂອງຕົນເພື່ອຈັດສົ່ງການ ຊ່ອຍເຫຼືອໄປຍັງແຫຼມກາຊາ ແຕ່ຈະບໍ່ປ່ອຍໃຫ້ເກີດຂຶ້ນຊໍ້າອີກ ການບຸກຂຶ້ນໄປກວດຄົ້ນຂອງ
ອິສຣາແອລໃນປີກາຍນີ້ຕໍ່ເຮືອ Mavi Marmara ທີ່ລຳລຽງການຊ່ອຍເຫຼືອໄປຍັງເຂດກາຊາ
ຂອງ Turkey ທີ່ເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນນັ້ນ.

ທ່ານ Erdogan ເວົ້າວ່າ Turkey ໄດ້ເອົາບາດກ້າວຕ່າງໆ ໃນການລາດຕະເວນຢູ່ໃນເຂດ
ພາກຕາເວັນອອກຂອງທະເລເມດີແຕເຣນຽນ ໂດຍປະກາດວ່າ ຈະຢຸດເຊົາບໍ່ໃຫ້ອິສຣາແອລ ສວຍໃຊ້ປະໂຫຍດຊັບພະຍາກອນທຳມະຊາດຢູ່ໃນເຂດດັ່ງກ່າວຕາມລຳພັງ.

ໃນການໃຫ້ສຳພາດແກ່ວິທະຍຸກອງທັບອິສຣາແອລໃນວັນສຸກມື້ນີ້ ລັດຖະມົນຕີສືບລັບຂອງ
ອິສຣາແອລທ່ານ Dan Meridor ບໍ່ໄດ້ໃຫ້ຄວາມສຳຄັນໃດໆ ຕໍ່ການໃຫ້ຄວາມເຫັນຂອງ
ທ່ານ Erdogan ໂດຍເວົ້າວ່າມັນຈະເຮັດໃຫ້ສະຖານະການທີ່ຮ້າຍແຮງແລະເຄັ່ງຄຽດຢູ່ແລ້ວ
ນັ້ນຊຸດໂຊມລົງຕື່ມແຕ່ກໍບໍ່ຍອມໃຫ້ຄວາມເຫັນຫຍັງຕື່ມໂດຍກ່າວວ່າທ່ານຫວັງວ່າສະຖານະ
ການຈະຜ່ານພົ້ນໄປ.

Turkey ໄດ້ຫຼຸດລະດັບຄວາມສຳພັນທາງດ້ານການທູດກັບອິສຣາແອລລົງ ໃນສັບປະດານີ້.
Turkey ໄດ້ຂັບໄລ່ເອກອັກຄະລັດຖະທູດອິສຣາແອລ ແລະພວກນັກການທູດອະວຸໂສຈຳ
ນວນນຶ່ງ ຈາກນະຄອນຫຼວງອັງກາຣາ ຕະຫຼອດທັງໄດ້ໂຈະການການຮ່ວມມືທາງດ້ານທະ
ຫານແລະການຄ້າກັບອະດີດພັນທະມິດເກົ່າຂອງຕົນ.

ເຈົ້າໜ້າທີ່ຄົນນຶ່ງຂອງພັກລັດຖະບານ Turkey ກ່າວວ່າຄວາມສຳພັນລະຫວ່າງປະເທດທັງ
ສອງສາມາດຫວນກັບຄືນໄປສູ່ຍຸກສະໄໝເກົ່າໄດ້ ພາຍໃຕ້ເງື່ອນໄຂບາງຢ່າງໂດຍ ເນັ້ນຢໍ້າ
ໃຫ້ອິສຣາແອລຂໍຂະມາໂທດກ່ຽວກັບການບຸກຂຶ້ນໄປກວດ ຄົ້ນ Mavi Marmara ແຕ່ອິສ
ຣາແອລຢືນຢັດວ່າ ຕົນຈະບໍ່ຂໍຂະມາໂທດກ່ຽວກັບເລື່ອງນີ້.

XS
SM
MD
LG