ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເທີກີ ກ່າວຫາພວກ IS ວ່າໂຈມຕີ ດ້ວຍອາວຸດເຄມີໃນ ຊີເຣຍ


ລົດຄັນໜຶ່ງຂັບຜ່ານຕຶກທີ່ໄດ້ຮັບຄວາມເສຍຫາຍໃນເມືອງ al-Rai, ເຂດບ້ານນອກທາງພາກເໜືອຂອງເມືອງ Aleppo, ຊີເຣຍ, 2 ຕຸລາ, 2016.
ລົດຄັນໜຶ່ງຂັບຜ່ານຕຶກທີ່ໄດ້ຮັບຄວາມເສຍຫາຍໃນເມືອງ al-Rai, ເຂດບ້ານນອກທາງພາກເໜືອຂອງເມືອງ Aleppo, ຊີເຣຍ, 2 ຕຸລາ, 2016.

ອີງຕາມອົງການຂ່າວລັດຖະບານ Anadolu ຂອງ ເທີກີແລ້ວແມ່ນວ່າ ກອງທັບ ເທີກີ ໄດ້ ລະບຸໃນວັນອາທິດວານນີ້ວ່າ ພວກນັກຮົບ IS ໃນພາກເໜືອຂອງ ຊີເຣຍ ໄດ້ໃຊ້ອາວຸດເຄ ມີ ກັບພວກກະບົດທີ່ໄດ້ຮັບການໜູນຫຼັງໂດຍ ເທີກີ.

ໃນຖະແຫຼງການສະບັບໜຶ່ງ, ເຈົ້າໜ້າທີ່ທະຫານ ເທີກີ ກ່າວວ່າ ພວກກະບົດ 22 ຄົນ ມີອາ ການຖືກສຳຜັດກັບ “ແກ໊ສເຄມີ” ຫຼັງຈາກການໂຈມຕີດ້ວຍຈະຫຼວດໃນພາກຕາເວັນອອກ ຂອງເມືອງ Rai, ໃກ້ກັບເຂດຊາຍແດນ ເທີກີ-ຊີເຣຍ. ຖະແຫຼງການດັ່ງກ່າວບໍ່ໄດ້ລະບຸວ່າ ການໂຈມຕີໄດ້ເກີດຂຶ້ນຍາມໃດ.

ສື່ມວນຊົນ ເທີກີ ໄດ້ລາຍງານວ່າ ຜູ້ທີ່ໄດ້ຮັບບາດເຈັບ ຖືກອົບພະຍົບໄປເມືອງ Kilis ທີ່ຕັ້ງ ຢູ່ເຂດຊາຍແດນ ບ່ອນທີ່ພວກເຂົາເຈົ້າຖືກກວດສອບເພື່ອຮ່ອງຮອຍຂອງ ອາວຸດເຄມີ.

ການໃຊ້ອາວຸດເຄມີໃນຄວາມຂັດແຍ້ງ ຊີເຣຍ ໄດ້ສ້າງຄວາມເປັນຫ່ວງນັບຕັ້ງແຕ່ສົງຄາມ ກາງເມືອງໄດ້ເລີ່ມຂຶ້ນໃນປີ 2011. ໃນເດືອນສິງຫາທີ່ຜ່່ານມາ, ລາຍງານສະບັບໜຶ່ງໂດຍ ຂະບວນການສືບສວນສອບສວນຮ່ວມ ຂອງອົງການເພື່ອການຫ້າມອາວຸດເຄມີ ໄດ້ກ່າວ ວ່າ ມັນບໍ່ມີຫຼັກຖານພຽງພໍ ທີ່ຈະກ່າວອ້າງ ການໂຈມຕີແກ໊ສ ຄລໍຣີນ ໃສ່ລັດຖະບານຂອງ ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad, ແລະ ການໂຈມຕີແກ໊ສພິດ ຕໍ່ກຸ່ມກໍ່ ການຮ້າຍ IS.

ກອງທັບ ອິສຣາແອລ ກ່າວວ່າ ພວກເຂົາເຈົ້າໄດ້ຂ້າມືປືນ 4 ຄົນທີ່ຖືກເຊື່ອມໂຍງກັບພວກ ຫົວຮຸນແຮງທີ່ເປັນພັນທະມິດກັບພວກລັດອິສລາມໃນ ຊີເຣຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG