ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ເທີກີ ເຊື້ອເຊີນ ປ. ທຣຳ ໄປຢ້ຽມຢາມ ໃນປີ 2019 ແຕ່ທຳນຽບຂາວ ວ່າ ຍັງ​ບໍ່​ມີ​ແຜນ ​ທີ່ ແນ່ນອນ​ເທື່ອ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈັບມືກັບ ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຍິບ ເອີດວານ ໃນລະຫວ່າງ ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ຢູ່ທີ່ໂຮງແຮມ ປາເລັສ ໃນນະຄອນ ນິວຢອກ, ວັນທີ 21 ກັນຍາ 2017.

ເຈົ້າ​ໜ້າ​ທີ່​ເທີ​ກີກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ປະ​ທາ​ນາ​ທິ​ບໍ​ດີ ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ
ໄດ້​ຮັບ​ເອົາ​ການ​ເຊື້ອ​ເຊີນ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີ ທ່ານ​ ຣີ​ເຊັບ ໄຕ​ຢິບ ເອີດ​ວານ ທີ່​
ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ປະ​ເທດ​ເທີ​ກີ.

​ໂຄ​ສົກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ ອີບ​ຣາ​ຮິມ ກາ​ລິນ ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ຫຼັງ​ຈາກ
ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ ​ວ່າ ທ່ານ​ທ​ຣຳ ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ​ໃນປີ 2019
ແຕ່​ຍັງ​ບໍ່​ທັນ​ກຳ​ນົດ​ວັນ​ເວ​ລາ​ເທື່ອ.

ທຳ​ນຽບ​ຂາວ​ໄດ້​ໃຫ້​ການ​ຢືນ​ຢັນ ກ່ຽວ​ກັບ​ການ​ເຊື້ອ​ເຊີນ​ໃຫ້​ທ່ານ​ທ​ຣຳ ໄປ​ຢ້ຽມຢ​າມ ​
ໃນ​ປີ​ໜ້າ ໂດຍ​ກ່າ​ວ​ຕື່ມ​ວ່າ “ໃນ​ເມື່ອ​ວ່າ​ ຍັງ​ບໍ່​ທັນ​ມີ​ຫຍັງ​ວາງ​ແຜນ ​ຢ່າງ​ເປັນການ
ແນ່ນອນ​ເທື່ອ ປະ​ທາ​ນາ​ທິ​ບໍ​ດີ​ແມ່ນ​ເປີດກວ້າງ​ສຳ​ລັບ​ການ​ພົບ​ປະ​ໃນ​ອະ​ນາຄົດ.”

ທ່ານ ​ຄາ​ລິນ ​ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ເອີດ​ວານ​ໄດ້​ທຳ​ການ​ເຊື້ອ​ເຊີນ ໃນ​ລະ​ຫວ່າງ
ການ​ໂອ້​ລົມກັນທາງ​ໂທ​ລະ​ສັບ​ເມື່ອ​ສັບ​ປະ​ດາ​ແລ້ວ ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ທັງສອງ
ກ່ຽວ​ກັບ​ການ​ຖອນ​ທະ​ຫານ​ອາ​ເມ​ຣິ​ກັນ ອອກ​ຈາກ​ຊີ​ເຣຍ.

ທ່ານ​ທ​ຣຳ ໄດ້​ຂຽນ​ລົງ​ໃນ​ທ​ວີດ​ເຕີ້ ໃນ​ວັນ​ອາ​ທິດ​ຜ່ານ​ມານີ້​ວ່າ ທ່ານ​ໄດ້ໂອ້​ລົມ “ຢ່າງ​
ຍືດ ຍາວ ​ແລະ​ມີ​ໝາກ​ຜົນ”
ກັບ​ປະ​ທາ​ນາ​ທິ​ບໍ​ດີ​ເອີດ​ວານ ຊຶ່ງ​ພວກ​ທ່ານ​ໄດ້ຫ​າ​ລື​ກັນ
ກ່ຽວ​ກັບ “ການ​ປະ​ສານ​ງານ​ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປ ແລະ​ມີ​ປະ​ສິດ​ທິຜົນ​” ໃນ​ການ
​ຖອນ​ໂຕ​ຂອງ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG