ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ປົກ​ປ້ອງ ສິດ​ທິ​ມະ​ນຸດ ໃນ ສ​ຫລ ກ່າວ​ວ່າ ເທີ​ກີ ຟ້ອງ​ຮ້ອງ ທະ​ນາຍ​ຄວາມ​ ຈຳ​ນວນຫຼາຍ


ບັນ​ດາ​ທະ​ນາຍ​ຄວາມ ເທີ​ກີ ຍົກ​ປ້າຍ​ປະ​ທ້ວງ​ ຢູ່ນອກ​ສານ​ນະ​ຄອນ ອິ​ສ​ຕັນ​ບູ​ລ. 17 ກໍ​ລະ​ກົດ, 2017.
ບັນ​ດາ​ທະ​ນາຍ​ຄວາມ ເທີ​ກີ ຍົກ​ປ້າຍ​ປະ​ທ້ວງ​ ຢູ່ນອກ​ສານ​ນະ​ຄອນ ອິ​ສ​ຕັນ​ບູ​ລ. 17 ກໍ​ລະ​ກົດ, 2017.

ເທີ​ກີ ໄດ້​ຈັບ​ທະ​ນາຍ​ຄວາມ​ຫຼາຍ​ຮ້ອຍ​ຄົນ​ເຂົ້າ​ຄຸກ ຢ່າງ​ບໍ່​ມີ​ເຫດ​ຜົນ, ອີງ​ຕາມ​ລາຍ​ງານ
ທີ່ຖືກເປີດເຜີຍໃນວັນພຸດມື້ນີ້ໂດຍກຸ່ມປົກປ້ອງສິດທິມະນຸດ Human Rights Watch
ທີ່ມີຫ້ອງການຕັ້ງຢູ່ ສະຫະລັດ. ການຈັບກຸມດັ່ງກ່າວແມ່ນພວກສ່ວນຂອງການປາບ
ປາມ ທາງກົດໝາຍ ທີ່ຍັງດຳເນີນຢູ່ ລຸນຫຼັງການພະຍາຍາມກໍ່ລັດຖະປະຫານ ທີ່ບໍ່ສຳ
ເລັດໃນປີ 2016.

“ຈຳ​ນວນທະ​ນາຍ​ຄວາມທີ່​ໄດ້​ປະ​ເຊີນ​ກັບ​ການ​ຟ້ອງ​ຮ້ອງ ແມ່ນ​ສູງກວ່າ​ຍຸກ​ໃດໆ​ທີ່​ເຮົາ​
ເຄີຍເຫັນມາຫຼາຍ,” ອີງຕາມການກ່າວຂອງທ່ານນາງ ເອັມມາ ຊິນແຄລ-ເວັບ, ນັກຄົ້ນ
ຄວ້າອະວຸໂສ ເທີກີ ຂອງກຸ່ມປົກປ້ອງສິດທິມະນຸດ HRW.

ທ່ານ​ນາງ​ໄດ້​ກ່າວ​ຕື່​ມ​ວ່າ “ເທີ​ກີ ແມ່ນ​ຢູ່​ໃນ​ຍຸກ​ທີ່​ຕ່າງຫຼາຍ, ໃນ​ແງ່​ຂອງ​ການ​ໃຊ້​ຂໍ້​ກ່າວ​
ຫາທາງອາຍາໃນທາງທີ່ຜິດ. ກຸ່ມຜູ້ຊ່ຽວຊານທຸກກຸ່ມ ໄດ້ຖືກແນເປົ້າໃສ່ ຖ້າບໍ່ແມ່ນວິທີ
ນຶ່ງ ກໍມີອີກວິທີອື່ນ. ແນວໃດກໍຕາມ, ມັນໜ້າຕົກໃຈເປັນພິເສດ ເມື່ອບັນດາທະນາຍ
ຄວາມກໍຖືກແນເປົ້າໃສ່ເຊັ່ນກັນ, ໃນຂະນະທີ່ການມີເຂົາເຈົ້າ ແມ່ນເພື່ອປົກປ້ອງເຈົ້າ
ໃນເວລາທີ່ເຈົ້າໄປຂຶ້ນສານ. ມັນໄດ້ສົ່ງສັນຍານທີ່ເປັນຕາຂົນຫົວລຸກໃຫ້ສັງຄົມຢ່າງ
ກວ້າງຂວາງ.”

ລາຍ​ງານ​ຍາວ 56 ໜ້າມີ​ຊື່​ວ່າ “ທະ​ນາຍ​ຄວາມ​ຖືກ​ດຳ​ເນີນ​ຄະ​ດີ: ການ​ຟ້ອງ​ຮ້ອງ​ໃນ​
ທາງທີ່ຜິດ ແລະ ການຊຸດໂຊມຂອງສິດທິໃນການດຳເນີນຄະດີທີ່ຍຸຕິທຳໃນ ເທີກີ.”
ມັນໄດ້ອະທິບາຍເຖິງວິທີທີ່ພວກທະນາຍຄວາມ ທີ່ເປັນຕົວແທນໃຫ້ລູກຄວາມຂອງ
ເຂົາເຈົ້າ ທີ່ຖືກກ່າວຫາ ກ່ຽວກັບ ຄວາມຜິດຖານກໍ່ການຮ້າຍນັ້ນ ໄດ້ຕົກເປັນເປົ້າ
ໝາຍໃນການຟ້ອງຮ້ອງ ແລະ ກັກຂັງຢ່າງບໍ່ມີເຫດຜົນຫຼາຍຂຶ້ນ.

ທ່ານ ຮິວ ວິ​ລ​ລຽມ​ສັນ ຜູ້​ອຳ​ນວຍ​ການ​ພະ​ແນກ ຢູ​ໂຣ​ບ ແລະ ເອ​ເຊຍ​ກາງ ຂອງ​ກຸ່ມ
HRW ເວົ້າວ່າ “ການຈັບທະນາຍຄວາມຫຼາຍຮ້ອຍຄົນເຂົ້າຄຸກ ແລະ ດຳເນີນຄະດີ
ແລະ ຈຳກັດຄວາມສາມາດຂອງເຂົາເຈົ້າທີ່ຈະດຳເນີນການເພື່ອປະຊາຊົນທີ່ຖືກຕຳ
ຫຼວດຄວບຄຸມຕົວ ແລະ ໃນສານນັ້ນ, ໄດ້ສະແດງໃຫ້ເຫັນລະບົບຄວາມຍຸຕິທຳຕໍ່ຜູ້
ກະທຳຜິດທີ່ຮ້າຍແຮງໃນ ເທີກີ ແລະ ຄວນເປັນຄວາມກັງວົນທີ່ສຳຄັນຕໍ່ທຸກຄົນໃນ
ເທີກີ ແລະ ສາກົນ.”

ລາຍ​ງານ​ຂອງ​ກຸ່ມ HRW ໄດ້​ອ້າງ​ເຖິງ​ ອົງ​ການ​ທະ​ນາຍ​ຄວາມ​ທີ່​ຖືກ​ຈັບ​ກຸມ, ກຸ່ມ​ປົກ
ປ້ອງສິດທິມະນຸດ ເທີກີ, ເຊິ່ງໄດ້ລາຍງານໃນເດືອນເມສາ 2019 ນີ້ວ່າ ທະນາຍຄວາມ
1,546 ໄດ້ຖືກຟ້ອງຮ້ອງ, ເຊິ່ງ 274 ຄົນຖືກຕັດສິນມີຄວາມຜິດ ກ່ຽວກັບ ການເປັນສະ
ມາຊິກຂອງອົງການກໍ່ການຮ້າຍ, ແລະ 598 ຄົນຖືກກັກຂັງກ່ອນການດຳເນີນຄະດີ
ເປັນຫຼາຍໄລຍະ.

ທ່ານ​ນາງ ຊິນ​ແຄ​ລ ເວັບ ໄດ້​ກ່າວ​ວ່າ “ໃນ​ສາມ​ອາ​ທິດ​ທີ່​ຜ່ານ​ມາ, ຄະ​ດີ​ນຶ່ງ​ຫາ​ກໍໄດ້​
ຈົບລົງ, ທະນາຍຄວາມ 18 ຄົນ ຖືກຕັດສິນໃຫ້ຂັງຄຸກເຖິງ 18 ປີ, ສຳລັບການເປັນ
ສະມາຊິກຂອງອົງການກໍ່ການຮ້າຍ. ສຳລັບການປົກປ້ອງລູກຄວາມທີ່ສະໜັບສະໜູນ
ພັກນິຍົມຊ້າຍ, ແລະ ຖືກກ່າວຫາມີສ່ວນກ່ຽວພັນ ກັບກຸ່ມປະຕິວັດຝ່າຍຊ້າຍທີ່ຜິດກົດ
ໝາຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG