ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ອະນຸຍາດ ໃຫ້ກ່ຳປັ່ນ ຂອງເທີກີ ນຳເຄື່ອງຊ່ອຍເຫຼືອ ໄປໃຫ້ ຄົນໃນເຂດກາຊາ


ຕູ້ສິນຄ້າຫຼາຍໜ່ວຍ ໄດ້ຖືກເຄື່ອນຍ້າຍອອກຈາກເຮືອກ່ຳປັ່ນ
ຕິດທຸງ ປະເທດປານາມາ ຊື່ວ່າ "Lady Leyla", ເປັນກ່ຳປັ່ນ
ບັນທຸກ ເຄື່ອງຊ່ອຍເຫຼືອດ້ານມະນຸດສະທຳ ຈາກເທີກີ ໄປຍັງ
ເຂດກາຊາ, ໄດ້ໄປຮອດທ່າເຮືອ ທີ່ເມືອງ in Ashdod ຂອງປະເທດອິສຣາແອລ, ວັນທີ 3 ກໍລະກົດ 2016.
ຕູ້ສິນຄ້າຫຼາຍໜ່ວຍ ໄດ້ຖືກເຄື່ອນຍ້າຍອອກຈາກເຮືອກ່ຳປັ່ນ ຕິດທຸງ ປະເທດປານາມາ ຊື່ວ່າ "Lady Leyla", ເປັນກ່ຳປັ່ນ ບັນທຸກ ເຄື່ອງຊ່ອຍເຫຼືອດ້ານມະນຸດສະທຳ ຈາກເທີກີ ໄປຍັງ ເຂດກາຊາ, ໄດ້ໄປຮອດທ່າເຮືອ ທີ່ເມືອງ in Ashdod ຂອງປະເທດອິສຣາແອລ, ວັນທີ 3 ກໍລະກົດ 2016.

ກຳປັ່ນຊື່ວ່າ Lady Leyla ໄດ້ຂົນສົ່ງອາຫານ, ເຄື່ອງຫຼິ້ນຂອງເດັກນ້ອຍ, ເຄື່ອງ ນຸ່ງ ແລະ ເຄື່ອງໃຊ້ອື່ນໆໜັກກວ່າ 10,000 ໂຕນ ໄປໃຫ້ຄອບຄົວຕ່າງໆ ໃນເຂດ ກາຊາ ໃນການກະກຽມຂອງພວກເຂົາເຈົ້າ ສຳລັບວັນພັກຄັ້ງໃຫຍ່ຂອງຊາວ ມຸສລິມຢູ່ນີ້.

ທ່ານ Oren Rosenblatt ຮອງໂຄສົກກະຊວງການຕ່າງປະເທດຂອງ ອິສຣາແອລ ກ່າວວ່າ “ນີ້ແມ່ນການປະຕິບັດໂດຍທັນທີຕາມຂໍ້ຕົກລົງ ລະ ຫວ່າງ ອິສຣາແອລ ແລະ ເທີກີ ທີ່ໄດ້ຖືກລົງນາມໄປພຽງສີ່ວັນທີ່ຜ່ານມາ. ມັນໄດ້ມີ ຄວາມພະຍາຍາມພິເສດ ໂດຍ ລັດຖະບານຂອງ ອິສຣາແອລ ເພື່ອເລັ່ງລັດ ຂັ້ນຕອນຕ່າງໆຢູ່ທ່າເຮືອບ່ອນນີ້ ເພື່ອວ່າເຄື່ອງໃຊ້ບາງ ຈຳນວນຈະຖືກສົ່ງມາ ເຂດ ກາຊາ ມື້ວັນທີ 4 ກໍລະກົດ ນີ້ ກ່ອນເທດສະການ Eid al-Fitr ຂອງຊາວ ມຸສລິມ.”

ໃນຂະນະດຽວກັນ, ບັນດາເຈົ້າໜ້າທີ່ ອິສຣາແອລ ກໍໄດ້ປິດເມືອງແຫ່ງໜຶ່ງ ໃນເຂດ West Bank ແລະ ພວກເຂົາເຈົ້າ ໄດ້ສືບຕໍ່ສືບສວນສອບສວນ ການໂຈມຕີທີ່ຮ້າຍແຮງໃສ່ຊາວ ອິສຣາແອລ ຢູ່ໃນເຂດແດນດັ່ງກ່າວຈຳນວນ ຫຼາຍຄັ້ງ. ໃນການໂຈມຕີຄັ້ງຫຼ້າສຸດໃສວັນສຸກທີ່ຜ່ານມາ, ມືປືນຊາວປາເລສໄຕນ໌ ຄົນໜຶ່ງໄດ້ດັກໂຈມຕີຄອບຄົວຊາວ ອິສຣາແອລ ຄອບຄົວໜຶ່ງທີີ່ເດີນທາງ ດ້ວຍລົດ ເຮັດໃຫ້ຜູ້ຊາຍຄົນໜຶ່ງເສຍຊີວິດ ແລະ ເມຍ ກັບ ລູກຂອງລາວໄດ້ຮັບ ບາດເຈັບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG