ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກອງກຳລັງ ເທີກີ ຂ້າມເຂົ້າໄປ ໃນອີຣັກ ເພື່ອຕາມລ່າ ພວກກະບົດຊາວເຄີດ PKK


ຄວັນພຸ້ງຂຶ້ນສູ່ທ້ອງຟ້າ ຈາກໄຟໄໝ້ ໃນລະຫວ່າງ ການຍິງຕອບໂຕ້ກັນ ລະຫວ່າງ ຕຳຫຼວດເທີກີ ແລະ ພວກຫົວຮຸນແຮງ ພັກກຳມະກອນ ຊາວເຄີດ ຫຼື PKK ໃນເມືອງ Silopi ທາງພາກຕາເວັນອອກສຽງໃຕ້ຂອງເທີກີ, ວັນທີ 7 ກໍລະກົດ 2015.
ຄວັນພຸ້ງຂຶ້ນສູ່ທ້ອງຟ້າ ຈາກໄຟໄໝ້ ໃນລະຫວ່າງ ການຍິງຕອບໂຕ້ກັນ ລະຫວ່າງ ຕຳຫຼວດເທີກີ ແລະ ພວກຫົວຮຸນແຮງ ພັກກຳມະກອນ ຊາວເຄີດ ຫຼື PKK ໃນເມືອງ Silopi ທາງພາກຕາເວັນອອກສຽງໃຕ້ຂອງເທີກີ, ວັນທີ 7 ກໍລະກົດ 2015.

ກອງ​ກຳລັງ​ພາກ​ພື້ນ​ດິນ​ຂອງ​ເທີ​ກີ ບຸກ​ເຂົ້າ​ໄປ​ໃນພາກ​ເໜືອ​ຂອງ
​ອີຣັກ ​ໃນ​ວັນ​ອັງຄານ​ວານ​ນີ້​ເປັນເທື່ອທຳ​ອິ​ດ ນັບ​ຕັ້ງ​ແຕ່ 2011
​ເປັນຕົ້ນມາ ໃນອັນ​ທີ່​ເຈົ້າໜ້າ​ທີ່​ທ່ານ​ນຶ່ງ ​ເອີ້ນ​ວ່າ ປະຕິບັດ​ການ
“​ໄລຍະ​ສັ້ນ” ​ເພື່ອ​ຕາມ​ລ່າຫາ​ພວກ​ກະບົດ​ຊາວ​ເຄີ​ດ ຜູ້​ທີ່ຢູ່​ເບື້ອງ
ຫລັງ​ການ​ໂຈມ​ຕີ ຕໍ່​ພວກ ທະຫານ ​ແລະ ຕຳຫຼວດ ​ເທີ​ກີ.

​ໂດຍ​ບໍ່ໄດ້​ໃຫ້​ລາຍລະອຽດຢ່າງເຈາະ​ຈົງ ​ເຈົ້າໜ້າ​ທີ່​ລັດຖະບານ​ເທີ​ກີ
ກ່າວ​ວ່າ ກອງ​ກຳລັງຂອງຕົນ ​ໄດ້​ຂ້າມ​ເຂົ້າ​ໄປ ​ໃນ​ລະຫວ່າງ ການ
“ຕິດຕາມ​ຢ່າງ​ໃກ້ຊິດ” ພວກ​ພັກ​ກຳມະກອນ​ຊາວ​ເຄີ​ດ ຫຼື PKK
ທີ່​ໄດ້​ຖືກ​ຫ້າມນັ້ນ.

ກອງທັບ​ອາກາດ​ຂອງ​ເທີ​ກີ ​ໄດ້​ທຳ​ການ​ໂຈມ​ຕີ​ທາ​ງອາກາດ​ເມື່ອ​ຕອນ​ເຊົ້າວັນ​ອັງຄານ​ວານ​ນີ້ ຕໍ່​ບໍລິ​ເວນຕ່າງໆ ​ທີ່​ສົງ​ໄສ​ວ່າ​ເປັນຖານ​ທັບຂອງ ກຸ່ມ PKK ​ໃນ​ອີຣັກ. ອົງການ​ຂ່າວ Anadolu ​ຂອງ​ທາງ​ການ ກ່າວ​ວ່າ ​ເຮືອ​ບິນ​ລົບ​ຂອງ​ເທີ​ກີ ຫຼາຍກວ່າ 50 ລຳ ​ໄດ້​ເຂົ້າຮ່ວມ ​ໃນ​ການ​ ​ໂຈມ​ຕີ​ເປັນ​ເວລາ 6 ຊົ່ວ​ໂມງ ທີ່​ໄດ້​ສັງຫານ​ພວກ​ກະບົດ ​ຫຼາຍເຖິງ 40 ຄົນ.

ການປະຕິບັດງານ​ຂອງ​ເທີ​ກີ ມີ​ຂຶ້ນຫຼັງຈາກ​ ການ​ໂຈມ​ຕີ​ດດ້ວຍລະ​ເບີດ​ແຄມ​ທາງ​ທີ່​ໄດ້​ສັງຫານ​ທະຫານ​ເທີ​ກີ ຈຳນວນ 16 ຄົນ ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ ຢູ່ໃນຂົງ​ເຂດ Hakkari ຊຶ່ງ​ເປັນ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຂອງກຸ່ມ PKK ນັບ​ແຕ່​ເດືອນກໍລະກົດເປັນຕົ້ນມາ ເວລາ​ຄວາມຮຸນ​ແຮງ​ຈາກ​ທັງ​ສອງຝ່າຍ ​ໄດ້​ທຳລາຍ​ການ​ຢຸດ​ຍິງທີ່ມີມາ​ເປັນ​ເວລາ​ສອງ​ປີ.

ລະ​ເບີດ​ແຄມ​ທາງ​ອີກ​ລູກ​ນຶ່ງ ​ໄດ້​ສັງຫານ​ ເຈົ້າໜ້າ​ທີ່​ຕຳຫຼວດ​ເທີ​ກີ ຢ່າງ​ນ້ອຍ ​14 ຄົນ ​ໃນ​ວັນ​ອັງຄານ​ວານ​ນີ້ ໃນແຂວງ Igdir ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ເອກ​ອັກຄະ​ລັດຖະທູດ​ອັງກິດ ປະຈຳ​ເທີ​ກີ ທ່ານ Richard Moore ​ໄດ້​ຮຽກຮ້ອງ​ໃຫ້​ຍຸດຕິ ອັນ​ທີ່​ທ່ານ​ເອີ້ນ​ວ່າ “ຄວາມ​ຮຸນ​ແຮງ​ທີ່​ບໍ່​ມີ​ຄວາມ​ໝາຍ​ເລີຍ” ​ແລະ ​ໄດ້​ສະ​ແດງ​ຄວາມ​ເຫັນ​ອົກເຫັນ​ໃຈ ​ໄປ​ຍັງ​ຄອບຄົວ​ຂອງ​ພວກ​ທະຫານ​ ​ແລະ ຕຳຫຼວດເທີກີ ​ທີ່​ໄດ້​ຖືກ​ຂ້າ​ຕາຍ ​ໃນ​ຄວາມ​ຮຸນ​ແຮງ​ເມື່ອ​ບໍ່​ດົນ​ມາ​ນີ້.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 26 ເມສາ 2024

XS
SM
MD
LG