ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີກີ ປະເຊີນກັບ ການຈັດຕັ້ງ ດ້ານການເມືອງ ຄືນໃໝ່ ຫຼັງຈາກ ທ. ເອີດູອານ ຜ່າຍແພ້ ໃນເມືອງທີ່ສຳຄັນໆ


Turkey Faces Political Reset After Erdogan Loses Key Cities
please wait

No media source currently available

0:00 0:02:30 0:00

ເຊີນຊົມວີດີໂອ ພາສາອັງກິດ

ປະທານາທິບໍດີ ເທີກີ ທ່ານຣີເຊັບ ໄຕຢິບ ເອີດູອານ ໄດ້ຮັບຄວາມຜ່າຍແພ້ຢ່າງໜັກ
ທີ່ສຸດ ໃນການເລືອກຕັ້ງ ໂດຍພັກຍຸຕິທຳ ແລະການພັດທະນາ ຫຼື AKP ທີ່ເປັນພັກ
ປົກຄອງປະເທດ ໃນປັດຈຸບັນຂອງທ່ານ ໄດ້ສູນເສຍການຄວບຄຸມ ນະຄອນຫຼວງ
ອັງກາຣາ ແລະເບິ່ງຄືວ່າ ຈະສູນເສຍການຄວບຄຸມນະຄອນ ອິສຕັນບູລ ນຳດ້ວຍ
ພາຍຫຼັງຈາກການເລືອກຕັ້ງ ຂັ້ນທ້ອງຖິ່ນ ໃນວັນອາທິດ ຜ່ານມານີ້.

ຢູ່ໃນນະຄອນອິສຕັນບູລ ພວກປ້າຍໂຄສະນາ ທີ່ໄດ້ຖືກຕິດຕັ້ງຢູ່ອ້ອມເມືອງ ໃນ​ຕອນ
​ເຊົ້າວັນຈັນວານນີ້ ​ແມ່ນເປັນການສະເຫຼີມສະຫຼອງ ໄຊຊະນະ ຂອງທ່ານ ບີນາລີ
ຢຽວດີຣີມ ຜູ້ສະໝັກເປັນເຈົ້າ​ຄອງ​ນະ​ຄອນຂອງພັກ AKP ຫາກແຕ່ວ່າ ຜູ້ສະໝັກ
ພັກຝ່າຍຄ້ານ ຈາກພັກຣີພັບບລີກັນຂອງປະຊາຊົນ ຫຼື CHP ທ່ານເອກເຣມ
ອີມາໂມກລູ ໄດ້ຮັບຄະແນນສຽງພຽງພໍ ແລະກໍໄດ້ອ້າງວ່າ ​ທ່ານໄດ້ຮັບໄຊຊະນະ
ໃນນະຄອນ ອິສຕັນບູລ ເຖິງແມ່ນວ່າ ໄດ້ເອົາຊະນະ ທ່ານຢຽວດີຣີມ ດ້ວຍ ຄະແນນ
ສຽງພຽງເລັກນ້ອຍ ກໍຕາມ.

ທ່ານຊາດີ ກູເວັນ ຫົວໜ້າຄະນະກຳມະການເລືອກຕັ້ງຂັ້ນສູງ ຂອງເທີກີ ຫຼື YSK
ຊຶ່ງເປັນຜູ້ຈັດການຄຸ້ມຄອງ ການເລືອກຕັ້ງຂອງປະເທດ ໄດ້ຢືນຢັນວ່າ ທ່ານ
ອີມາໂມກລູ ໄດ້ຮັບຄະແນນສຽງ ປະມານ 25,000 ສຽງ ຫຼາຍກວ່າ ທ່ານຢຽວດີຣີມ
ຈາກຈຳນວນບັດເລືອກຕັ້ງ 9 ລ້ານບັດ ທີ່ໄດ້ປ່ອນໄປແລ້ວນັ້ນ.

ພັກຝ່າຍຄ້ານຕ່າງໆ ໄດ້ຕຳນິ ທ່ານກູເວັນ ຜູ້ທີ່ຖືກແຕ່ງຕັ້ງໂດຍທ່ານເອີດູອານ ວ່າ
ຢູ່ໃກ້ຊິດກັບພັກ AKP ຫຼາຍເກີນໄປ ໃນການລົງຄະແນນສຽງເມື່ອກ່ອນ ທີ່ເກີດເປັນ
ບັນຫາຖົກຖຽງກັນ.

ທ່ານຢຽວດີຣີມ ຢາກ​ໃຫ້ທ່ານກູເວັນ ​ຕ່າວປີ້ນຜົນການ​ເລືອກ​ຕັ້ງ ຄັ້ງຫຼ້າສຸດນັ້ນ.

ທ່ານຢຽວດີຣີມ ໄດ້ກ່າວວ່າ “ໃຫ້ຂ້າພະເຈົ້າບອກພວກເຈົ້າວ່າ ແມ່ນຫຍັງ ຈະເກີດ
ຂຶ້ນຕໍ່ໄປ. ຜູ້ໃດກໍຕາມ ທີ່ຈະໄດ້ຮັບໃບອະນຸຍາດ ໂດຍ YSK ກໍຈະໄດ້ເປັນຜູ້ປົກ
ຄອງເມືອງ.”

ທ່ານຢຽວດີຣີມ ກ່າວວ່າ ມີຄະແນນສຽງຈຳນວນຫຼາຍທີ່ບໍ່ຖືກຕ້ອງ ຈຶ່ງເຮັດໃຫ້
ຂ້າພະເຈົ້າ ເສຍໄຊ ຊຶ່ງເປັນການກ່າວຫາ ທີ່ທ່ານອີມາໂມກລູ ບໍ່ໄດ້ເອົາຫົວຊາ.

ເຂດເມືອງອຸສກູດາຣ ຂອງນະຄອນອິສຕັນບູລ ແມ່ນເປັນບ້ານເກີດ ຂອງທ່ານ
ເອີດູອານ ແລະ ເປັນຖານທີ່ໝັ້ນຂອງພັກ AKP ຂອງທ່ານ ອັນເປັນບ່ອນ​ໃຫ້ການ
ສະໜັບສະໜຸນແກ່ທ່ານຢຽວດີຣີມ ຢູ່ນະທີ່ນັ້ນ. ຜູ້ສະໜັບສະໜຸນພັກ AKP ຄົນນຶ່ງ
ຜູ້ທີ່ປະສົງບໍ່ຂໍອອກຊື່ ກ່າວວ່າ “ທ່ານຢຽວດີຣີມ ໄດ້ຮັບໄຊຊະນະ ໃນ ອິສຕັນບູລ.
ດ້ວຍຄວາມຕ້ອງການຂອງພະເຈົ້າ ທ່ານກໍຈະໄດ້ຮັບການຢືນຢັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG