ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເທີກີ ສືບຕໍ່ກວາດລ້າງ ຕຳຫຼວດ 12,000 ຄົນ ຫຼັງການພະຍາຍາມ ກໍ່ລັດຖະປະຫານ


ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ກ່າວຄຳປາໄສໃນສະພາແຫ່ງຊາດ ທີ່ນະຄອນຫຼວງ ອັງກາຣາ, ເທີກີ, 1 ຕຸລາ, 2016.
ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ກ່າວຄຳປາໄສໃນສະພາແຫ່ງຊາດ ທີ່ນະຄອນຫຼວງ ອັງກາຣາ, ເທີກີ, 1 ຕຸລາ, 2016.

ຕຳຫຼວດ ເທີກີ ຫຼາຍກວ່າ 12,000 ຄົນຖືກສັ່ງ​ໃຫ້​ຢຸດ​ວຽກຊົ່ວຄາວໃນວັນອັງຄານມື້ນີ້ ຍ້ອນ​ຖືກຂໍ້ຫາມີສາຍພົວພັນກັບຜູ້ສອນສາສະໜາອິສລາມ ທ່ານ Fethullah Gullen ທີ່ອາ​ໄສ​ຢູ່ໃນ ສະຫະລັດ, ເຊິ່ງຖືກກ່າວຫາວ່າເປັນຜູ້ນຳພາ​ໃນການພະຍາຍາມກໍ່ລັດຖະປະຫານ ທີ່ປະສົບ ຄວາມລົ້ມແຫຼວໃນເດືອນກໍລະກົດທີ່ຜ່ານມາ.

ບັນດາເຈົ້າໜ້າທີ່ ເທີກີ ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ ຜູ້​ບັນຊາ​ການຕຳຫຼວດ ຫຼາຍກວ່າ 2,500 ຄົນ ແມ່ນລວມຢູ່ໃນຈຳນວນຕຳຫຼວດ 12,801 ຄົນທີ່ໄດ້ຖືກສັ່ງຢຸດວຽກ ຊົ່ວຄາວ ໃນການເຊື່ອມໂຍງກັບການພະຍາຍາມກໍ່ລັດຖະປະຫານທີ່ປະສົບຄວາມລົ້ມ ແຫຼວນັ້ນ.

ການສັ່ງພັກການໄດ້ເກີດຂຶ້ນພຽງມື້ໜຶ່ງຫຼັງຈາກລັດຖະບານຂອງ ເທີກີ ໄດ້ປະກາດວ່າຕົນ ຈະຂະຫຍາຍພາວະສຸກເສີນອອກໄປອີກສາມເດືອນ. ການປະກາດພາວະສຸກເສີນ ໄດ້ມີ​ຂຶ້ນບໍ່ດົນຫຼັງຈາກການພະຍາຍາມກໍ່ລັດຖະປະຫານ ແລະ ໄດ້ເຮັດໃຫ້ລັດຖະບານເຂົ້າ ຮ່ວມໃນການປາບປາມພະນັກງານຂອງລັດຖະບານ.

ນັບຕັ້ງແຕ່ການພະຍາຍາມກໍ່ລັດຖະປະຫານເປັນຕົ້ນມາ, ທະຫານ, ຕຳຫຼວດ, ໄອຍະການ ແລະ ພະນັກງານດ້ານການສຶກສາປະມານ 100,000 ຄົນໄດ້ຖືກໄລ່ອອກຈາກໜ້າ​ທີ່. ປະ ມານ 30,000 ຄົນໄດ້ຖືກຈັບຖານຖືກກ່າວຫາວ່າ ເຊື່ອມໂຍງກັບການກໍ່ລັດຖະປະຫານ.

ໄອຍະການຫຼາຍພັນຄົນໄດ້ຖືກກັກຕົວໄວ້ພາຍໃຕ້ກົດໝາຍສຸກເສີນ, ລວມທັງສະມາຊິກ ສານລັດຖະທຳມະນູນ 2 ຄົນ.

ຜູ້ສອນສາສະໜາຊາວ ມຸສລິມ ທີ່ຕັ້ງຖິ່ນຖານໃນ ສະຫະລັດ ທ່ານ Fethullah Gulen ຢູ່ບ້ານຂອງ ລາວໃນເມືອງ Saylorsburg, ລັດ Pensylvania, ສະຫະລັດ. 29 ກໍລະກົດ 2016.
ຜູ້ສອນສາສະໜາຊາວ ມຸສລິມ ທີ່ຕັ້ງຖິ່ນຖານໃນ ສະຫະລັດ ທ່ານ Fethullah Gulen ຢູ່ບ້ານຂອງ ລາວໃນເມືອງ Saylorsburg, ລັດ Pensylvania, ສະຫະລັດ. 29 ກໍລະກົດ 2016.

ອີງຕາມບັນດາຜູ້ຊ່ຽວຊານ, ທ່ານ Gulen ມີຜູ້ສະໜັບສະໜູນຫຼາຍຮ້ອຍພັນຄົນໃນ ເທີກີ, ຜູ້ທີ່ໄດ້ສ້າງເຄືອຂ່າຍທຸລະກິດ ແລະໂຮງຮຽນເອກະຊົນ ແລະ ຜູ້ສະໜັບສະໜູນໃນທົ່ວ ປະເທດຢ່າງກວ້າງຂວາງ.

ລັດຖະບານໄດ້ກ່າວວ່າ ພວກເຂົາເຈົ້າມີກຳນົດຈະທັບມ້າງເຄືອຂ່າຍພວກນີ້, ເຊິ່ງພວກ ເຂົາເຈົ້າກ່າວຫາວ່າ ມັນບໍ່ພຽງແຕ່ສະໜັບສະໜູນຄວາມພະຍາຍາມກໍ່ລັດຖະປະຫານ ພຽງເທົ່ານັ້ນ, ແຕ່ກຳລັງດຳເນີນສະຖາບັນຄືກັບລັດຖະບານ ທີ່ເຂົ້າຂ້າງພວກສະໜັບສະ ໜູນ ແລະ ບົດແຫຼກຝ່າຍກົງກັນຂ້າມ.

ທ່ານ Gulen ຜູ້ທີ່ອາໄສຢູ່ໃນ ສະຫະລັດ, ໄດ້ປະຕິເສດຕໍ່ທຸກໆການກ່າວຫານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG