ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດລະເບີດ ທີ່ເທີກີ


ຕໍາຫລວດພາກັນເກັບກວດ ແລະເຂົ້າຄວບຄຸມສະຖານະການ ຫລັງຈາກເກີດເຫດວາງລະເບີດໃສ່ເຂດນຶ່ງ ຂອງຈະຕຸລັດ Taksim ໃນໃຈກາງນະຄອນອິສຕັງບູລ ຂອງປະເທດເທີກີ ໃນວັນອາທິດ ທີ່ 31 ຕຸລາ.
ຕໍາຫລວດພາກັນເກັບກວດ ແລະເຂົ້າຄວບຄຸມສະຖານະການ ຫລັງຈາກເກີດເຫດວາງລະເບີດໃສ່ເຂດນຶ່ງ ຂອງຈະຕຸລັດ Taksim ໃນໃຈກາງນະຄອນອິສຕັງບູລ ຂອງປະເທດເທີກີ ໃນວັນອາທິດ ທີ່ 31 ຕຸລາ.

ໄດ້​ເກີດ​ເຫດ​ລະ​ເບີດ​ຢູ່​ຈະຕຸລັດໃຫຍ່ ໃນໃຈກາງ​ນະຄອນ
ອິສຕັງບູລ ຂອງ​ປະ​ເທດເທີກີ ທີ່ຍັງຜົນໃຫ້ຕໍາຫລວດແລະ
ພົນລະເຮືອນໄດ້ຮັບບາດເຈັບ 15 ຄົນ ຊຶ່ງ​ທາງ​ການຕໍາ
ຫລວດ​ກ່າວ​ວ່າ​ ເປັນ​ຝີ​ມື​ຂອງຄົນວາງລະເບີດສະລະຊີບ.

ເຈົ້າ​ໜ້າ​ທີ່ກ່າວ​ໃນວັນອາທິດມື້ນີ້ວ່າ ຜູ້ລອບວາງລະເບີດໄດ້
ແນເປົ້າໝາຍໃສ່ເຂດນຶ່ງຂອງຈະຕຸລັດ Taksim ບ່ອນທີ່
ພວກຕໍາຫລວດປາບ ປາມການຈະລາຈົນ ໄດ້​ໄປເຕົ້າໂຮມ
ກັນເພື່ອກຽມຮັບມືກັບການປະທ້ວງ ທີ່ອາດຈະມີຂື້ນ.

ທ່ານ Huseyin Capkin ຫົວໜ້າຕໍາຫລວດນະຄອນ
ອິສຕັງບູລກ່າວວ່າ ຕໍາຫລວດ 9 ຄົນໄດ້ຮັບບາດເຈັບຊຶ່ງສອງຄົນໃນຈໍານວນນີ້ບາດເຈັບ ສາຫັດ.

ຮູບວີດີໂອ ສະ​ແດງ​ໃຫ້ເຫັນຕໍາຫລວດເທີກີ ທໍາການປິດລ້ອມບໍລິ​ເວນເກີດເຫດລະເບີດ ແລະລົດພະຍາບານຫລາຍຄັນ​ແລ່ນມຸ້ງໜ້າໄປຍັງທີ່ເກີດເຫດຢ່າງ​ໄວ ເພື່ອປິ່ນປົວພວກທີ່ ໄດ້ຮັບບາດເຈັບ.

ຈະຕຸລັດ Taksim ເປັນສະຖານທ່ອງທ່ຽວອັນສໍາຄັນ ທີ່ຕັ້ງຢູ່ໃຈກາງ ຂອງເມືອງ​ໃນຄຸ້ມ​ທີ່ທັນ​ສະ​ໄໝ ​ແລະຫລູຫລາ ທີ່ເຕັມໄປດ້ວຍຮ້ານອາ ຫານ ຮ້ານຄ້າ ແລະໂຮງແຮມ. ນອກນີ້ຍັງ​ເປັນທີ່ຕັ້ງຂອງ Republic Monument ຫລືອະນຸສາວະລີ​ສາທາລະນະ​ລັດ ທີ່ສ້າງ ໃນປີ 1928 ເພື່ອເປັນອະນຸສອນ​ແດ່ການສ້າງຕັ້ງສາທາລະນະລັດເທີກີ ຂຶ້ນ​ມາ.

ເວລານີ້ ຍັງບໍ່ມີຝ່າຍໃດອ້າງເອົາຄວາມຮັບຜິດຊອບເທື່ອ.

XS
SM
MD
LG