ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

8 ຄົນເສຍຊີວິດ ຍ້ອນເຫດລະເບີດທີ່ເຕີກກີ


ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງເຕີກກີກ່າວວ່າ ລະເບີດ
ລູກນຶ່ງໄດ້ແຕກຂຶ້ນຢູ່ເທິງລົດຕູ້ນ້ອຍ ໃນພາກຕາເວັນອອກ
ສຽງໃຕ້ຂອງເຕີກກີ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 8 ຄົນ
ຢູ່ເທິງລົດຄັນດັ່ງກ່າວ.

ເຫດລະເບີດໄດ້ເກີດຂຶ້ນໃນວັນພະຫັດມື້ນີ້ ຂະນະທີ່ລົດຕູ້
ພວມເດີນທາງໄປ ໃກ້ຈະຮອດບ້ານ Gecitli ໃນແຂວງ
Hakkari ໃນບໍລິເວນຊາຍແດນທີ່ຕິດກັບປະເທດອີຣ່ານ
ແລະອີຣັກ. ນອກນັ້ນແລ້ວຍັງມີອີກ 3 ຄົນໄດ້ຮັບບາດເຈັບ
ໃນເຫດລະເບີດຄັ້ງນີ້ ຮວມທັງເດັກທາລົກຄົນນຶ່ງ.

ລາຍງານຂ່າວທ້ອງຖິ່ນບາງກະແສແຈ້ງວ່າ ລົດຕູ້ໄດ້ຢຽບລະເບີດຝັງດິນຂະນະທີ່ອີກຫຼາຍ
ກະແສເວົ້າວ່າເປັນລະເບີດທີ່ຄວບຄຸມຈາກໄລຍະໄກທີ່ໄດ້ຖືກນຳໄປຫ້າງໄວ້ຢູ່ໃນຫົນທາງ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບເທື່ອ.

XS
SM
MD
LG