ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີເທີກີ ທ່ານ Erdogan ເຕືອນ ອີຣັກ ກ່ຽວກັບສົງຄາມໃນເມືອງ Mosul


ປະທານາທິບໍດີເທີກີ ທ່ານ Recep Tayyip Erdogan.
ປະທານາທິບໍດີເທີກີ ທ່ານ Recep Tayyip Erdogan.

ປະທານາທິບໍດີ​ເທີ​ກີ ທ່ານ Recep Tayyip Erdogan ​ໄດ້ເຕືອນ​ນາຍົກລັດຖະມົນຕີ ອີຣັກ ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ກຳລັງ​ທະຫານ​ເທີ​ກີຫລາຍ​ກວ່າ​ 1000 ຄົນ​ໄດ້​ຕັ້ງຄ້າຍຢູ່ ໃ​ນພາກ​ເໜືອ​ຂອງ​ອີຣັກ ຊຶ່ງບໍ່​ສາມາດ​ທີ່ຈະຫ້າມ​ບໍ່ໃຫ້ເຂົ້າ​ຮ່ວມກັບ​ກຳລັງ​ທະຫານ​ທີ່ີຕຽມ​ສູ້​ລົບ​ກັບພວກ​ຫົວ​ຮຸ່ນ​ແຮງ​ລັດ​ອິສລາມ ທີ່​ຄວບ​ຄຸມ​ເມືອງ Mosul ຂອງອີຣັກຢູ່.

ທ່ານ Erdogan ໄດ້ກ່າວ​ຢູ່ໃນ​ນະຄອນ Istanbul ບອກ​ໃຫ້​ບັນດາ​ຜູ້ນຳ​ສາ​ສະໜາ​ມຸສລິ​ມນິກາຍ Sunni ວ່່າ ​ກຳລັງ​ທະຫານເທີ​ກີ​ໄດ້​ຢູ່​ໃນ​ອີຣັກ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ​ແລະ​ຈະ​ບໍ່​ຖອນ​ໂຕ​ອອກ​ໄປຈາກ​ຖານ​ທັບ​ໃກ້​ກັບ​ເມືອງ Mosul​. ນອກນັ້ນ ທ່ານ​ຍັງໄດ້​ກ່າວ​ອີກ​ວ່າ ກຳລັງ​ທະຫານສ່ວນ​ໃຫຍ່ເປັນຊາວ Sunni Turkey ຈະ​ບໍ່​ຮັບ​ຄຳ​ສັ່ງ​ຈາກ​ລັດຖະບານ Shi'ite ຢູ່​ໃນ​ນະຄອນ Bagdad.

ເມືອງ Mosul ປະເທດ Iraq.
ເມືອງ Mosul ປະເທດ Iraq.

ທ່ານ Erdogan ກ່າວ​ອ້າງ​ເຖິງຄຳ​ສັ່ງ​ຈາກ Baghdad ​ໃນການໃຫ້​ຖອນ​ກຳລັງ​ທະຫານ​ເທີ​ກີທັງ​ໝົດວ່າ “ທະຫານ​ເທີ​ກີ​ຍັງ​ບໍ່​ທັນ​ໄດ້​ສູ​ນ​ເສຍ​ຄຸ​ນນະພາ​ບພຽງພໍ​ ທີ່​ຈະ​ຮັບເອົາ​ຄຳ​ສັ່ງ​ຈາກ​ທ່ານ.”

ສຳພັນ​ທະ​ໄມ​ຕີ​ລະ​ຫວ່າງ​ສອງ​ອຳນາດ​ໄດ້​ເຄັ່ງ​ຕືງ​ເພີ້​ມຂຶ້ນ ​ຫລັງໃນ​ທ້າຍ​ປີ​ກາຍ​ນີ້ ຫລັງ​ຈາກ​ເທີ​ກີ​ໄດ້​ສົ່ງ​ກຳລັງ​ທະຫານເຂົ້າ​ໄປ​ໃນ​ເຂດທີ່​ສ່ວນ​ໃຫຍ່ເປັນ​ຊາວ Sunni ຢູ່​ທາງ​ພາກ​ເໜືອ​ຂອງ​ເມືອງ Mosul ​ເພື່ອ​ຝຶກ​ແອ​ບບັນດາຄົນ​ທ້ອງ​ຖິ່ນ​ສູ້​ລົບ​ຕ້ານພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ. ນັບ​ແຕ່​ນັ້ນ​ມາ Bagdad ​ໄດ້​ຮ້ອງ​ການ​ສົ່ງ​ທະຫານເຂົ້າໄປນີ້ວ່າ ຝ່າຝືນ​ຄວາມ​ເປັນ​ເອກ​ກະລາດ​ຂອງ​ຕົນ ​ແລະຮຽກ​ຮ້ອງ​ໃຫ້​ເທີ​ກີ​ຖອນ​ທະຫານ​ອອກ.

ທະຫານສະຫະລັດຢູ່ປ້ອມຍາມ Camp Swift ພາກເໜືອອີຣັກ.
ທະຫານສະຫະລັດຢູ່ປ້ອມຍາມ Camp Swift ພາກເໜືອອີຣັກ.

ເທີ​ກີ ​ໄດ້​ເຕືອນ​ຊໍ້າ​ແລ້ວ​ຊໍ້າ​ອີກ​ວ່າ ​ຈະເກີດ​ຄວາມ​ຮຸນ​ແຮງ​ກັບ​ຜູ້​ທີ່​ບໍ່​ເຫັນ​ພ້ອມ​ທາງສາສະ ໜາ​ຢູ່​ໃນ ​ແລະ​ໃກ້​ກັບ​ເມືອງ Mosul ຖ້າຫາກຂົງ​ເຂດ​ຊາວ Sunni ສ່ວ​ນ​ໃຫຍ່ຕົກ​ຢູ່​ພາຍ​ໃຕ້​ການຄວບ​ຄຸ​ມຂອງ ທະຫານ​ບ້ານ Shi’ite ຖ້າ​ຫາກ​ວ່າ ​ແລະ​ເວລາ​ໃດ​ທີ່​ພວກ​ຫົວ​ຮຸນ​ແຮງ​ຖືກ​ຂັບ​ໄລ່​ອອກ​ໄປຈາກ​ເມືອງ Mosul.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG