ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. Erdogan ກ່າວຕຳນິ ປະເທດຕາເວັນຕົກ ທີ່ປ່ອຍປະ ລະເລີຍ ເທີກີ ຕາມລຳພັງ


ປະທານາທິບໍດີ ຂອງເທີກີ ທ່ານ Recep Tayyip Erdogan ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມ ໃນນະຄອນ Istanbul ຂອງເທີກີ, ວັນທີ 8 ພຶດສະພາ 2016.
ປະທານາທິບໍດີ ຂອງເທີກີ ທ່ານ Recep Tayyip Erdogan ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມ ໃນນະຄອນ Istanbul ຂອງເທີກີ, ວັນທີ 8 ພຶດສະພາ 2016.

ປະທານາທິບໍດີ ຂອງເທີກີ ທ່ານ Recep Tayyip Erdogan ກ່າວຫາ ພວກມະຫາ ອຳນາດຕາເວັນຕົກ ຜູ້ທີ່ກຳລັງຕໍ່ສູ້ກັບກຸ່ມພວກຫົວຮຸນແຮງຈັດ ລັດອິສລາມ ຢູ່ໃນພາກ ເໜືອຂອງຊີເຣຍ ວ່າ ພວກເຂົາເຈົ້າຂາດຕົກບົກຜ່ອງ ທີ່ຈະຊ່ອຍເຫຼຶືອ ລັດຖະບານຂອງ ທ່ານ ຕໍ່ສູ້ກັບພວກຈີຮາດ ຢູ່ໃນດິນແດນຂອງຕົນ.

ທ່ານ Erdogan ໄດ້ຖະແຫລງ ໃນວັນອາທິດວານນີ້ ຢູ່ໃນນະຄອນ Istanbul ວ່າ “ພວກ ເຂົາເຈົ້າໄດ້ປ່ອຍປະລະເລີຍພວກເຮົາຕາມລຳພັງ ໃນການຕໍ່ສູ້ຕ້ານກຸ່ມລັດອິສລາມນີ້ ທີ່ໄດ້ເອົາເລືອດເນື້ອຂອງພວກເຮົາ ໂດຍຜ່ານທັງ ການໂຈມຕີດ້ວຍລະເບີດ ສະຫລະ ຊີບ” ແລະ ໂດຍການໂຈມຕີຍິງຈະຫລວດຂ້າມຊາຍແດນ ໃສ່ເມືອງ Kilis ຢູ່ຟາກຊາຍ ແດນຂອງເທີກີ.

ພວກພົນລະເມືອງ ກຳລັງໜີ ການໂຈມຕີດ້ວຍຈະຫຼວດ ຈາກຊີເຣຍ ທີ່ຕົກໃສ່ເມືອງ Kilis ຂອງພວກຊົນເຜົ່າເຄີດ, ວັນທີ 19 ເມສາ 2016.
ພວກພົນລະເມືອງ ກຳລັງໜີ ການໂຈມຕີດ້ວຍຈະຫຼວດ ຈາກຊີເຣຍ ທີ່ຕົກໃສ່ເມືອງ Kilis ຂອງພວກຊົນເຜົ່າເຄີດ, ວັນທີ 19 ເມສາ 2016.

ຂໍ້ຄວາມຂອງທ່ານ Erdogan ມີຂຶ້ນ ມື້ນຶ່ງ ຫຼັງຈາກບັນດາເຈົ້າໜ້າທີ່ ກ່າວວ່າ ການຍິງປືນ ໃຫຍ່ ຂອງເທີກີ ໄດ້ສັງຫານ ພວກກະບົດລັດອິສລາມ 55 ຄົນ ຢູ່ໃນພາກເໜືອຂອງຊີເຣຍ ໃນການຕອບໂຕ້ຄືນ ຕໍ່ການໂຈມຕີດ້ວຍຈະຫຼວດເປັນເວລາຫຼາຍອາທິດ ທີ່ໄດ້ສັງຫານ 20 ຄົນ ຢູ່ໃນ ແລະ ບໍລິເວນອ້ອມແອ້ມເມືອງ Kilis.

ອົງການຂ່າວສານ Reuters ໄດ້ອ້າງອິງເຖິງ ແຫລ່ງຂ່າວຂອງທະຫານ ທີ່ ໄດ້ກ່າວວ່າ ການຍິງໂຈມຕີດ້ວຍປືນໃຫຍ່ຂອງເທີກີ ໃນວັນເສົາຜ່ານມາ ແມ່ນໄດ້ແນເປົ້າໝາຍ ໂດຍ ກົງ ໃສ່ພື້ນທີ່ຫຼາຍແຫ່ງ ຢູ່ພາກເໜືອ ຂອງເມືອງ Aleppo ໃນຊີເຣຍ. ພວກເຂົາເຈົ້າ ກ່າວ ອີກວ່າ ການຍິງປືນໃຫຍ່ນັ້ນ ຍັງໄດ້ທຳລາຍ ຖານຕິດຕັ້ງຈະຫຼວດ 3 ແຫ່ງ ແລະ ລົດຍົນ 3 ຄັນ ຂອງພວກລັດອິສລາມ.

ການຕໍ່ວ່າຂອງທ່ານ Erdogan ນັ້ນ ແມ່ນເປັນສັນຍານອັນຫຼ້າສຸດ ຂອງການບໍ່ລົງຮອຍ ກັນ ລະຫວ່າງ ລັດຖະບານ Ankara ກັບ ສະຫະພາບຢູໂຣບ ຊຶ່ງໄດ້ຮຽກຮ້ອງໃຫ້ເທີກີ ປະຕິຮູບ ກົດໝາຍຕໍ່ຕ້ານການກໍ່ການຮ້າຍ ທີ່ບັນດານັກວິເຄາະ ຈາກຕາເວັນຕົກ ກ່າວ ວ່າ ເປັນກົດໝາຍ ທີ່ໄດ້ຖືກນຳໃຊ້ ຫຼາຍຂຶ້ນເລື້ອຍໆ ຕໍ່ພວກທີ່ວິພາກວິຈານປະທານາທິບໍດີ ແລະ ພວກກຸ່ມຝ່າຍຄ້ານ.

ໃນພາກສ່ວນຂອງທ່ານ Erdogan ນັ້ນ ທ່ານເນັ້ນຢ້ຳວ່າ ປະເທດຂອງທ່ານ ກຳລັງປະ ເຊີນໜ້າກັບ ການຂົ່ມຂູ່ສອງດ້ານ ຈາກພວກກຸ່ມກະບົດຊາວເຄີດ ແລະ ການກໍ່ການຮ້າຍ ຈາກກຸ່ມລັດອິສລາມ ທີ່ຈຳເປັນຕ້ອງໄດ້ເຮັດໃຫ້ກົດໝາຍ ຕໍ່ຕ້ານການກໍ່ການຮ້າຍ ມີຄວາມ ເຂັ້ມແຂງ ແທນທີ່ຈະຫລຸດຜ່ອນກົດໝາຍພວກນັ້ນລົງ.

Turkey Islamic State
please wait
Embed

No media source currently available

0:00 0:01:09 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG