ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້ຕົກລົງ ຂອງ ປ. ເອີໂດອານ ແຫ່ງເທີກີ ມີກຳນົດ ການລົງນາມ ໃນວັນສຸກ ທີ່ຈະເລີ້ມຕົ້ນຄືນ ການສົ່ງອອກເຂົ້າເບລ່ ຂອງຢູເຄຣນ


ແຟ້ມພາບ - ລົດກະບະ ແມ່ນເຫັນໄດ້ວ່າ ຈອດຮັບເອົາ ເຂົ້າເບລ ຢູ່ສະຖານທີ່ເກັມມ້ຽນ ໃນລະຫວ່າງການເກັບກ່ຽວ ໃນຂົງເຂດ ໂອເດຊາ ຂອງຢູເຄຣນ, ວັນທີ 23 ມິຖຸນາ 2022, ໃນຂະນະທີ່ລັດເຊຍ ໂຈມຕີປະເທດເພື່ອນບ້ານຂອງຕົນຢ່າງຕໍ່ເນື່ອງ.
ແຟ້ມພາບ - ລົດກະບະ ແມ່ນເຫັນໄດ້ວ່າ ຈອດຮັບເອົາ ເຂົ້າເບລ ຢູ່ສະຖານທີ່ເກັມມ້ຽນ ໃນລະຫວ່າງການເກັບກ່ຽວ ໃນຂົງເຂດ ໂອເດຊາ ຂອງຢູເຄຣນ, ວັນທີ 23 ມິຖຸນາ 2022, ໃນຂະນະທີ່ລັດເຊຍ ໂຈມຕີປະເທດເພື່ອນບ້ານຂອງຕົນຢ່າງຕໍ່ເນື່ອງ.

ຢູເຄຣນ ຣັດເຊຍ ເທີກີ ແລະເລຂາທິການໃຫຍ່ສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣສ ຈະລົງນາມໃນຂໍ້ຕົກລົງ ວັນສຸກມື້ນີ້ ເພື່ອເລີ້ມຄືນການສົ່ງອອກອາຫານປະ​ເພດເມັດຢູ່ທະເລດຳຂອງຢູເຄຣນ ຊຶ່ງຫ້ອງການຂອງປະທາ ນາທິບໍດີ ເທີກີ ທ່ານໄຕຢິບ ເອີໂດອານ ໄດ້ກ່າວໃນວັນຫັດວານນີ້ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ຣັດເຊຍ ແລະຢູເຄຣນ ຕ່າງ​ກໍເປັນຜູ້ສະໜອງເຂົ້າເບ​ລ່ ໃຫ້ແກ່ໂລກລາຍໃຫຍ່ ແຕ່ໃນວັນທີ 24 ຣັດເຊຍໄດ້ບຸກລຸກປະເທດເພື່ອນບ້ານຂອງຕົນ ເຮັດໃຫ້ລາຄາອາຫານສູງຂຶ້ນເລື້ອຍໆ ແລະກໍ່ໃຫ້ເກີດວິກິດການດ້ານອາຫານໃນຕ່າງປະເທດ. ສົງຄາມໄດ້ຍຸຕິການສົ່ງອອກຂອງກີຢິບ ເຮັດໃຫ້ກຳປັ່ນຫຼາຍສິບລຳຕິດຄ້າງ ແລະ ເຂົ້າເບລ່ ປະມານ 20 ລ້ານໂຕນ ຕິດຄ້າງຢູ່ໃນເລົ້າຕ່າງໆ ທີ່ທ່າເຮືອໂອເດຊາ.

ລັດຖະບານອັງກາຣາ ໄດ້ກ່າວວ່າ ຂໍ້ຕົກລົງທົ່ວໄປ ໄດ້ບັນລຸຍ້ອນແຜນການທີ່ນຳພາໂດຍສະຫະປະຊາຊາດ ໃນລະຫວ່າງການເຈລະຈາ ຢູ່ໃນເທີກີ ເມື່ອອາທິດແລ້ວນີ້ ແລະວ່າ ບັດນີ້ມັນຈະຖືກຂຽນເປັນລາຍລັກອັກສອນ ໂດຍທຸກຝ່າຍ. ລາຍລະອຽດຂອງຂໍ້ຕົກລົງ ບໍ່ທັນແຈ້ງໃຫ້ຮູ້ໃນທັນທີເທື່ອ. ມັນມີກຳນົດຈະຖືກລົງນາມໃນວັນສຸກມື້ນີ້ ຢູ່ຫ້ອງການທີ່ວັງ Dolmabahce ເວລານຶ່ງໂມງເຄິ່ງຕອນແລງ ຕາມເວລາໃນທ້ອງຖິ່ນ ດັ່ງທີ່ທ່ານເອີໂດອານໄດ້ກ່າວ.

ກ່ອນໜ້າການເຈລະຈາເມື່ອອາທິດແລ້ວນີ້ ບັນດານັກການທູດໄດ້ກ່າວວ່າ ລາຍລະອຽດຂອງແຜນການດັ່ງກ່າວ ລວມມີ ກຳປັ່ນລົບຂອງຢູເຄຣນ ນຳພາກຳປັ່ນບັນທຸກເຂົ້າເບລ່ທັງຫຼາຍ ທີ່ຢູ່ໃນແລະນອກ ຜ່ານນ່ານນ້ຳຂອງທ່າເຮືອ ທີ່ໄດ້ຖືກວາງທຸ່ນລະເບີດ ສ່ວນຣັດເຊຍຕົກລົງທີ່ຈະຢຸດຍິງ ໃນຂະນະທີ່ກຳປັ່ນຂົນສົ່ງທັງຫຼາຍເຄື່ອນຍ້າຍໄປ ແລະເທີກີ ໄດ້ຮັບການສະໜັບສະໜຸນໂດຍ ສະຫະປະຊາຊາດ ຈະກວດກາກຳປັ່ນທັງຫຼາຍ ເພື່ອຫລຸດຜ່ອນຄວາມຢ້ານກົວຂອງຣັດເຊຍ ຕໍ່ການລັກລອບຂົນອາວຸດ.

ສະຫະປະຊາຊາດ ແລະເທີກີ ໄດ້ທຳງານເປັນເວລາສອງເດືອນ ເພື່ອໄກ່ເກ່ຍ ອັນທີ່ທ່ານກູເຕເຣສ ໄດ້ເອີ້ນວ່າ “ຊຸດ” ຂໍ້ຕົກລົງ ເພື່ອເລີ້ມຕົ້ນຄືນການສົ່ງອອກເຂົ້າເບ​ລ່ຜ່ານທະເລດຳຂອງຢູເຄຣນ ແລະອຳນວຍຄວາມສະດວກແກ່ການຂົນ ສົ່ງເຂົ້າເບລ່ ແລະປຸຍຂອງຣັດເຊຍ.

ຢູເຄຣນ ອາດເປັນໄປໄດ້ສູງວ່າ ຈະເລີ້ມຕົ້ນຄືນການສົ່ງອອກໄດ້ຢ່າງວ່ອງໄວ ອີງຕາມການກ່າວຂອງຮອງລັດຖະມົນຕີກະຊວງກະສິກຳຂອງຢູເຄຣນ ທ່ານຕາຣາສ ວີໂຊດສກີ (Taras Vysotskiy) ໃນຕອນເຊົ້າວັນພະຫັດວານນີ້.

ທ່ານໄດ້ກ່າວຜ່ານທາງໂທລະພາບຂອງຢູເຄຣນ ວ່າ “ພື້ນຖານໂຄງລ່າງສ່ວນໃຫຍ່ຂອງທ່າເຮືອ ໂອເດຊາ ໂດຍວົງກວ້າງ ທີ່ມີຢູ່ສາມແຫ່ງ ຍັງເຫຼືອຢູ່ ສະນັ້ນ ມັນເປັນຄຳຖາມກ່ຽວກັບວ່າ ສອງສາມອາທິດໃນກໍລະນີທີ່ມີການຮັບປະກັນດ້ານຄວາມປອດໄພທີ່ເໝາະສົມ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG