ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. Erdogan ຂອງເທີກີ ອ້າງເຖິງ ການບໍ່ ຍອມຮັບ ແລະການຕໍ່ຕ້ານອິສລາມ ໃນ ສຫລ


Turkey Mosque
please wait
Embed

No media source currently available

0:00 0:00:54 0:00

ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ໄດ້ອຸທິດວັດອິສລາມແຫ່ງໜຶ່ງ ທີ່ເທີກີ ໄດ້ໃຫ້ທຶນການກໍ່ສ້າງ ຢູ່ໃກ້ກັບນະຄອນຫຼວງ ວໍຊິງຕັນ ໃນວັນເສົາວານນີ້, ໂດຍ ກ່າວວ່າ ທ່ານຫວັງວ່າ ສະຖານທີ່ດັ່ງກ່າວຈະສາມາດຊ່ວຍ ໃນການລົບລ້າງແນວຄິດ ການບໍ່ຍອມຮັບ ແລະ ຕໍ່ຕ້ານສາສະໜາ ອິສລາມ ທີ່ທ່ານໄດ້ເຫັນຈາກຜູ້ລົງແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ບາງຄົນນັ້ນ.

ຝຸງຊົນ ຟັງຄຳປາໄສ ຂອງປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ຢູ່ທີ່ ພິທີເປີດ ສູນກາງ Diyanet Center of America ໃນເມືອງ Lanham ຂອງລັດ Maryland, ວັນທີ 2 ເມສາ 2016.
ຝຸງຊົນ ຟັງຄຳປາໄສ ຂອງປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ຢູ່ທີ່ ພິທີເປີດ ສູນກາງ Diyanet Center of America ໃນເມືອງ Lanham ຂອງລັດ Maryland, ວັນທີ 2 ເມສາ 2016.

ທ່ານ Erdogan ບໍ່ໄດ້ລະບຸຊື່ຜູ້ລົງແຂ່ງຂັນຄົນໃດ. ແຕ່ຜູ້ນຳໜ້າໃນການແຂ່ງຂັນຈາກ ພັກຣີພັບບລີກັນ ທ່ານ Donald Trump ເມື່ອສອງສາມສັບປະດາທີ່ຜານມາ ໄດ້ຮຽກ ຮ້ອງໃຫ້ມີການຫ້າມບໍ່ໃຫ້ຄົນມຸສລິມເດີນທາງເຂົ້າປະເທດ ສະຫະລັດ ເປັນການຊົ່ວຄາວ, ໃນຂະນະທີ່ຂູ່ແຂ່ງ ທ່ານ Ted Cruz ໄດ້ຮຽກຮ້ອງໃຫ້ຕຳຫຼວດ ເພີ່ມການກວດລາດຕະ ເວນ ໃນຄຸ້ມບ້ານຊາວມຸສລິມ ໃນທົ່ວປະເທດ.

ທ່ານ Erdogan ໄດ້ເອີ້ນມັນວ່າ “ເປັນທີ່ຮັບບໍ່ໄດ້ໂດຍຊິ້ນເຊີງ” ທີ່ຈະກ່າວຫາຊາວ ມຸສລິມ ໝົດທຸກຄົນສຳລັບການໂຈມຕີໃນປະເທດຕາເວັນຕົກ. ທ່ານໄດ້ກ່າວເພີ່ມເຕີມ ວ່າການໂຈມຕີກໍ່ການຮ້າຍເມື່ອບໍ່ດົນມານີ້ໃນນະຄອນຫຼວງ Brussels ແລະ Paris “ບໍ່ສາມາດປຽບທຽບ” ກັບຄວາມຮ້າຍກາດຈາກພວກຫົວຮຸນແຮງໃນປະເທດຂອງທ່ານ ແລະ ປາກິສຖານໄດ້.

ພວກຫົວຮຸນແຮງ ລັດອິສລາມ ໄດ້ດຳເນີນການໂຈມຕີດ້ວຍລະເບີດຄັ້ງໃຫຍ່ 4​ ຄັ້ງ ໃນ ປະເທດ ເທີກີ ໃນ 9 ເດືອນທີ່ຜ່ານມາ ທີ່ໄດ້ເຮັດໃຫ້ມີຄົນເສຍຊີວິດຢ່າງໜ້ອຍ 150 ຄົນ. ນອກນັ້ນລັດຖະບານນະຄອນຫຼວງ Ankara ຍັງໄດ້ຕໍ່ສູ້ກັບກຸ່ມກະບົດຊາວເຄີດ ທີ່ໄດ້ ເຮັດໃຫ້ມີຄົນເສຍຊີວິດຫຼາຍກວ່າ 40,000 ຄົນນັບຕັ້ງແຕ່ປີ 1984 ເປັນຕົ້ນມາ.

Erdogan Delivers Remarks at Dedication of Mosque Near Washington
please wait

No media source currently available

0:00 0:00:55 0:00

XS
SM
MD
LG