ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເລືອກຕັ້ງ ສະພາແຫ່ງຊາດ ທີ່ເທີກີ


ນາຍົກລັດຖະມົນຕີເທີກີ ທ່ານ Recep Tayyip Erdogan ກໍາລັງປ່ອນບັດ ທີ່ເມືອງອີສຕັນບູລ ໃນວັນອາທິດທີ່ 12 ມິຖຸນາ
ນາຍົກລັດຖະມົນຕີເທີກີ ທ່ານ Recep Tayyip Erdogan ກໍາລັງປ່ອນບັດ ທີ່ເມືອງອີສຕັນບູລ ໃນວັນອາທິດທີ່ 12 ມິຖຸນາ

ປະຊາຊົນ​ຜູ້​ມີ​ສິດເລືອກຕັ້ງໃນເທີກີ ພາກັນອອກໄປປ່ອນ ບັດໃນວັນອາທິດມື້​ນີ້ ​ເພື່ອເລືອກຕັ້ງເອົາສະມາຊິກສະພາ​ແຫ່ງ​ຊາດ.

ນາຍົກລັດຖະມົນຕີຂອງເທີກີ ແລະພັກທີ່​ນັບຖືມູນເຊື້ອ ອິສລາມຢ່າງ​ເຖິງ​ຖອງຂອງທ່ານ ມີຄວາມໝັ້ນໃຈທີ່ຈະ​ໄດ້ ຊະນະການເລືອກຕັ້ງໃນມື້ນີ້ ​ແລະ​ຂຶ້ນກໍາອໍານາດ​ເປັນ ສາມສະ​ໄໝລຽນຕິດ.

ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນຈາກການເສດຖະກິດຂອງ ປະເທດທີ່ກໍາລັງເຕີບໂຕຂື້ນນັບມື້ ແລະອໍານາດທີ່ກໍາລັງຖີບ ຕົວສູງຂື້ນໃນເວທີໂລກນັ້ນ ພັກຍຸຕິທໍາແລະການພັທະນາ ຫລື AKP ຂອງ​ລັດຖະບານຂອງ ທ່ານ Recep Tayyip Erdogan ມີຄວາມຫວັງວ່າຈະຊະນະບ່ອນນັ່ງສອງສ່ວນສາມທີ່ ສໍາຄັນໃນສະພາ ຊຶ່ງຈະເອື້ອອໍານວຍໃຫ້ພັກປ່ຽນລັດຖະທໍາມະນູນໄດ້.

ພວກທີ່ຕ້ອງ​ຕິທ່ານ Erdogan ກ່າວວ່າ ເປົ້າໝາຍການເມືອງຂອງທ່ານນັ້ນ ກໍຄືສ້າງສັນ ລັດຖະບານໃຫ້ເປັນແບບທີ່​ນໍາພາໂດຍປະທານາທິບໍດີຫລາຍຂື້ນ ໂດຍທີ່ທ່ານເອງ​ເປັນຜູ້ກໍາ ອໍານາດ.

ບາງຄົນອ້າງວ່າ ທ່ານ Erdogan ໄດ້ໃຊ້ອໍານາດຂອງທ່ານເກີນຂອບເຂດໄປແລ້ວ ແລະ ເວົ້າວ່າ ທ່ານກໍາລັງນໍາພາປະເທດຊາດ ຫັນເຫອອກຈາກລັດ ທີ່ມີ​ລັກສະນະ​ທາງໂລກ ​ໄປ​ສູ່ລັດຖະບານອະນຸລັກນິຍົມ ທີ່​ນັບຖື​ຫລັກການ​ດັ້ງ​ເດີ​ມຂອງສາ​ສະໜາອີສລາມຫລາຍກວ່າ.

XS
SM
MD
LG