ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເທີກີ ຊ່ອຍຜູ້ລອດຊີວິດ ອີກຄົນນຶ່ງ ອອກມາຈາກ ຊາກຫັກພັງ


ທ້າວ Ferhat Tokay ອາຍຸ 13 ປີ ທີ່ຖືກພວກກູ້ໄພຊ່ອຍອອກມາ ຈາກຊາກຫັກພັງຢູ່ເມືອງ Erics (28 ຕຸລາ 2011)
ທ້າວ Ferhat Tokay ອາຍຸ 13 ປີ ທີ່ຖືກພວກກູ້ໄພຊ່ອຍອອກມາ ຈາກຊາກຫັກພັງຢູ່ເມືອງ Erics (28 ຕຸລາ 2011)

ພວກກູ້ໄພ Turkey ໄດ້ຊ່ອຍເດັກຊາຍໄວລຸ້ນຄົນນຶ່ງອອກມາຈາກຊາກຫັກພັງໃນວັນສຸກມື້ນີ້
100 ກວ່າຊົ່ວໂມງລຸນຫຼັງທີ່ໄດ້ເກີດແຜ່ນດິນໄຫວຂະໜາດແຮງ 7.2 ຊຶ່ງໄດ້ສ້າງຄວາມເສຍ
ຫາຍໃຫ້ແກ່ບໍລິເວນສ່ວນໃຫຍ່ໃນເຂດພາກຕາເວັນອອກສຽງໃຕ້ຂອງປະເທດໃນມື້ວັນອາທິດ
ຜ່ານມາ.

ພວກເຂົາເຈົ້າໄດ້ພົບເຫັນເດັກຊາຍຄົນນີ້ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກໄດ້ພົບເຫັນເດັກຊາຍອີກ
ຄົນນຶ່ງທີ່ເມືອງ Erics ໃນມື້ວັນພະຫັດວານນີ້ ແຕ່ຄວາມຫວັງໃນການທີ່ຈະພົບເຫັນຜູ້ລອດ
ຊີວິດມາໄດ້ຕື່ມອີກນັ້ນ ພວມຄ່ອຍໆໝົດໄປ ຂະນະທີ່ສະພາບອາກາດໜາວ ແລະຫິມະຕົກ ໄດ້ເປັນອຸບປະສັກຂັດຂວາງຕໍ່ການປະຕິບັດງານກູ້ໄພ ຢູ່ທີ່ເມືອງ Erics ຊຶ່ງເປັນເມືອງທີ່ໄດ້
ຮັບຄວາມເສຍຫາຍຮ້າຍແຮງສຸດຕະຫຼອດທັງຫົວເມືອງແລະໝູ່ບ້ານອື່ນໆຢູ່ໃນຂົງເຂດ.

ເຈົ້າໜ້າທີ່ໄດ້ເລັ່ງລັດຈັດຫາບ່ອນພັກພາອາໄສໃຫ້ແກ່ຜູ້ປະສົບໄພແຜ່ນດິນໄຫວຈຳນວນຫຼາຍ
ພັນຄົນ. ໃນຕອນເຊົ້າຂອງວັນສຸກມື້ນີ້ເຈົ້າໜ້າທີ່ເວົ້າວ່າ ຈຳນວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນເປັນ
570 ຄົນແລະຜູ້ໄດ້ຮັບບາດເຈັບກໍເພີ່ມຂຶ້ນເປັນບໍ່ຕໍ່າກວ່າ 2,500 ຄົນ. ພວກເຈົ້າໜ້າທີ່ຄາດ
ວ່າໂຕເລກຜູ້ເສຍຊີວິດ ຍັງຈະສືບຕໍ່ມີຈຳນວນສູງຂຶ້ນ ຂະນະທີ່ມີການພົບເຫັນຊາກສົບຢູ່ຕາມ
ຊາກຫັກພັງເພີ່ມຕື່ມ.

ສະຫະພັນສະພາກາແດງນາໆຊາດກ່າວວ່າສະພາກາແດງຂອງ Turkey ກຳລັງດຳເນີນງານ ເພື່ອໃຫ້ຄວາມຊ່ອຍເຫຼືອແກ່ພວກທີ່ລອດຊີວິດມາໄດ້ ແລະໄດ້ແຈກຢາຍຕູບຜ້າຕັ້ງຫຼາຍກວ່າ
7,500 ອັນແລະຜ້າຫົ່ມ 22,000 ຜືນຕະຫຼອດທັງເຕົາຫູງຕົ້ມ ອາຫານແລະນໍ້າສະອາດນຳ
ດ້ວຍ.

ພວກທີ່ບໍ່ມີບ່ອນພັກພາອາໄສຈຳນວນນຶ່ງພາກັນຈົ່ມທຸກວ່າ ລັດຖະບານບໍ່ໄດ້ດຳເນີນການໄວ
ພຽງພໍໃນການແຈກຢາຍຄວາມຊ່ອຍເຫຼືອ. ເຖິງແມ່ນໄດ້ມີການເຂົ້າແຖວລໍຖ້າເປັນເວລາຫຼາຍ
ຊົ່ວໂມງກໍຕາມບາງຄົນກໍຍັງບໍ່ໄດ້ຮັບຕູບຜ້າຕັ້ງຫຼືບ່ອນພັກພາອາໄສເລີຍ. ຜູ້ຄົນຈຳນວນນຶ່ງ
ໄດ້ຖືກບັງຄັບໃຫ້ນອນຢູ່ກາງແຈ້ງດ້ວຍການຕຸ້ມຜ້າຫົ່ມໃກ້ໆກັບກອງໄຟ.

ມີລາຍງານວ່າ ບາງຄົນໄດ້ຮັບຕູບຜ້າຕັ້ງພິເສດ ເກີນກວ່າຄວາມຕ້ອງການແລ້ວກໍນຳໄປຂາຍ
ເອົາກຳໄລຂະນະທີ່ອົງການກາແດງຂອງ Turkey ກ່າວວ່າລົດບັນທຸກປັດໄຈບັນເທົາທຸກຂອງ
ຕົນ 17 ຄົນໄດ້ຖືກປຸ້ນເອົາເຄື່ອງໃນມື້ວັນພຸດຜ່ານມານີ້.

XS
SM
MD
LG