ເຈົ້າໜ້າທີ່ Turkey ພວມເລັ່ງລັດຈັດຫາບ່ອນພັກພາອາໄສໃຫ້ແກ່ຜູ້ປະສົບໄພແຜ່ນດິນໄຫວ
ຈຳນວນຫຼາຍພັນຄົນທີ່ບໍ່ມີເຮືອນຊານຢູ່ແລະຕ້ອງໄດ້ຮັບມືກັບຝົນແລະຫິມະທີ່ຕົກລົງມາ.
ເຈົ້າໜ້າທີ່ກ່າວວ່າ ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວທີ່ມີຄວາມແຮງ 7.2 ໃນມື້ວັນອາ
ທິດຜ່ານມາໄດ້ເພີ່ມຂຶ້ນເປັນ 523 ຄົນແລ້ວ ແລະມີອີກຢ່າງນ້ອຍ 1,600 ຄົນໄດ້ຮັບບາດ
ເຈັບ.
ເຈົ້າໜ້າທີ່ຄາດວ່າໂຕເລກຜູ້ເສຍຊີວິດຍັງຈະສືບຕໍ່ມີຈຳນວນສູງຂຶ້ນຂະນະທີ່ມີການພົບເຫັນສົບ
ຄົນຕາຍເພີ່ມຕື່ມຢູ່ຕາມຊາກຫັກພັງ. ມີອີກ 3 ຄົນໄດ້ຖືກພົບເຫັນຍັງມີຊີວິດຢູ່ທີ່ເມືອງ Ercis
ໃນມື້ວັນພຸດວານນີ້.
ການຊ່ອຍເຫຼືອຈາກນາໆຊາດບາງຢ່າງ ຮວມທັງຜ້າຕັ້ງ ເຄື່ອງນຸ່ງຫົ່ມ ແລະອາຫານການກິນ
ໄດ້ຕົກໄປເຖິງປະເທດ Turkey ແລ້ວ.
ໃນຂັ້ນຕົ້ນອັງກາຣາໄດ້ຮັບເອົາແຕ່ການຊ່ອຍເຫຼືອຈາກອີຣ່ານແລະ Azerbaijan ຊຶ່ງມີຊາຍ
ແດນຕິດກັບເຂດ ທີ່ໄດ້ຮັບຄວາມເສຍຫາຍຮ້າຍແຮງຂອງ Turkey. ແຕ່ໃນເວລາຕໍ່ມາເຈົ້າ
ໜ້າທີ່ Turkey ໄດ້ຮັບເອົາການຊ່ອຍເຫຼືອຈາກປະເທດອື່ນໆນຳຮວມທັງການຊ່ອຍເຫຼືອຈາກ
ອິສຣາແອລທີ່ຄວາມສຳພັນພວມຕົກຢູ່ໃນສະພາບເຄັ່ງຕຶງນັ້ນ.
ປະຊາຊົນທີ່ບໍ່ມີບ່ອນພັກພາອາໄສຈຳນວນຫຼວງຫຼາຍພາກັນຈົ່ມທຸກວ່າ ລັດຖະບານບໍ່ໄດ້ດຳ
ເນີນການຢ່າງວ່ອງໄວພໍເພື່ອແຈກຢາຍການຊ່ອຍເຫຼືອ.
ອົງການກາແດງຂອງ Turkey ກ່າວວ່າ ລົດບັນທຸກ 17 ຄັນໄດ້ຖືກປຸ້ນເອົາເຄື່ອງໄປ ໃນມື້
ວັນພຸດວານນີ້.