ພວກພະນັກງານຊ່ອຍກູ້ໄພໃນເທີກີກໍາລັງຊອກຄົ້ນຫາພວກທີ່ອາດລອດຊີວິດມາໄດ້
ຫລັງຈາກເກີດແຜ່ນດິນໄຫວທີ່ມີຄວາມແຮງ 5.7 ຣິກເຕີທີ່ໄດ້ສັງຫານຜູ້ຄົນໄປແລ້ວ
ຢ່າງໜ້ອຍ 7 ຄົນນັ້ນ.
ບັນດາເຈົ້າໜ້າທີ່ກ່າວໃນວັນພະຫັດມື້ນີ້ວ່າ ພວກຊ່ອຍກູ້ໄພໄດ້ດຶງຜູ້ຄົນ 25 ຄົນທີ່ຍັງ
ມີຊີວິດຢູ່ ອອກມາຈາກຊາກຫັກພັງ ຫລັງຈາກພວກພະນັກງານຊ່ອຍກູ້ໄພໄດ້ເຮັດວຽກ
ໝົດຄືນຜ່ານມານີ້ ຫລັງຈາກເກີດແຜ່ນດິນໄຫວໃນຕອນແລງວັນພຸດວານນີ້ ໃນຂົງເຂດ
Van ໃກ້ໆກັບຊາຍແດນອີຣ່ານ. ເຊື່ອກັນວ່າ ມີປະຊາຊົນຫລາຍສິບຄົນຍັງຕົກຄ້າງຢູ່
ກ້ອງສິ່ງຫັກພັງນັ້ນ.
ແຜ່ນດິນໄຫວຄັ້ງນີ້ໄດ້ເກີດຂຶ້ນໃນເວລາບໍ່ຮອດ 3 ສັບປະດາຫລັງຈາກແຜ່ນດິນໄຫວທີ່
ມີຄວາມແຮງ 7.2 ຣິກເຕີ ໄດ້ປະທະເຂດດັ່ງກ່າວ ຊຶ່ງໄດ້ເອົາຊີວິດຜູ້ຄົນໄປປະມານ 600
ຄົນ ແລະເຮັດໃຫ້ປະຊາຊົນຫລາຍພັນຄົນຕ້ອງອົບພະຍົບໜີຈາກບ້ານເຮືອນ.
ແຜ່ນດິນໄຫວໃນແລງວານນີ້ ໄດ້ສົ່ງຜົນໃຫ້ຕຶກອາຄານ 25 ຫລັງພັງລົງ ແຕ່ພວກເຈົ້າ
ໜ້າທີ່ເວົ້າວ່າ ຕຶກເຫລົ່ານັ້ນທັງໝົດ ນອກຈາກ 3 ຫລັງ ແມ່ນເປົ່າວ່າງ ຫລັງຈາກທີ່ໄດ້
ມີການຍົກຍ້າຍຄົນອອກ ລຸນຫລັງເກີດແຜ່ນດິນໄຫວໃນວັນທີ 23 ຕຸລານັ້ນ.
ໂທລະພາບລັດລາຍງານວ່າ ໃນບັນດາຕຶກຫລັງໃໝ່ທີ່ພັງລົງນັ້ນ ມີໂຮມທັງໂຮງແຮງ
6 ຊັ້ນຫລັງນຶ່ງ ທີ່ພວກນັກຂ່າວຕ່າງປະເທດແລະພວກພະນັກງານຊ່ວຍເຫລືອ ພັກຢູ່.