ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີ​ກີ ຍິງເຮືອ​ບິນ​ລົບ ຊີ​ເຣຍ ຕົກ ໃນ​ຂະ​ນະ​ທີ່ ມົ​ສ​ກູ ເຕືອນ​ລັດ​ຖະ​ບານ ອັງ​ກາ​ຣາ


ເຮືອ​ບິນ​ລົບ ຊີ​ເຣຍ ລຸ້ນ Aero L-39 Albatros ບິນ​ຢູ່​ເທິງ​ຟ້າ ໃນ​ລະ​ຫວ່າງ​ການ​ໂຈມ​ຕີ.
ເຮືອ​ບິນ​ລົບ ຊີ​ເຣຍ ລຸ້ນ Aero L-39 Albatros ບິນ​ຢູ່​ເທິງ​ຟ້າ ໃນ​ລະ​ຫວ່າງ​ການ​ໂຈມ​ຕີ.

ກອງ​ກຳ​ລັງ ເທີ​ກີ ໄດ້​ຍິງ​ເຮືອ​ບິນ​ລົບ​ຂອງ ຊີ​ເຣຍ ຕົກ​ໃນ​ແຂວງ ອິດ​ລິບ ຂອງ ຊີ​ເຣຍ​ ໃນ​ວັນ​ອັງ​ຄານ​ວານນີ້, ໃນ​ການ​ຂະ​ຫຍາຍ​ການ​ໂຈ​ມ​ຕີ​ຂອງກອງ​ທັບ ເທີ​ກີ ຕໍ່​ກອງ​ກຳ​ລັງ​ລັດ​ຖະ​ບານ ຊີ​ເຣຍ. ການ​ໂຈມ​ຕີ​ຂອງ​ລັດ​ຖະ​ບານ ອັງ​ກາ​ຣາ ແມ່ນ​ການ​ແກ້​ແຄ້ນ​ສຳ​ລັບ​ການ​ສັງ​ຫານກອງ​ທະ​ຫານ ເທີ​ກີ 34 ຄົນ​ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ທີ່​ໄດ້​ຖິ້ມ​ໂທດ​ໃສ່​ລັດ​ຖະ​ບານ ດາ​ມາ​ສ​ກັ​ສ ຂອງ ຊີ​ເຣຍ.

ການ​ຕໍ່​ສູ້​ດັ່ງ​ກ່າວ​ໄດ້​ເພີ່ມ​ໄພ​ຂົ່ມ​ຂູ່ ກ່ຽວ​ກັບ ການ​ປະ​ເຊີນ​ໜ້າ​ກັນ​ລະ​ຫວ່າງກອງ​ກຳ​ລັງ ເທີ​ກີ ກັບ ຣັດ​ເຊຍ, ເປັນ​ອັນ​ຕະ​ລາຍ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ແລະ ເທີ​ກີ ຈະ​ພະ​ຍາ​ຍາມຫຼີກ​ລ່ຽງ ເມື່ອ​ພວກ​ເພິ່ນ​ພົບ​ຈະ​ພົບ​ປະ​ກັນ​ໃນ​ວັນ​ພະ​ຫັດ​ນີ້. ຣັດ​ເຊຍ ໃຫ້​ການ​ໜູນຫຼັງ​ການ​ໂຈມ​ຕີ​ຂອງ​ລັດ​ຖະ​ບານ ຊີ​ເຣຍ​ ໃກ້​ກັບ​ເຂດ​ຊາຍ​ແດນ ເທີ​ກີ.

ການ​ຕໍ່​ສູ້​ທາງ​ທະ​ຫານ​ຂອງ ເທີ​ກີ ໄດ້​ສະ​ແດງ​ໃຫ້​ເຫັນ​ສັນ​ຍານ​ການ​ບັນ​ເທົາ​ລົງ​ພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ, ໂດຍ​ເຮືອ​ບິນ​ລົບ ຊີ​ເຣຍ ລຳ​ທີ​ສາມ​ໄດ້​ຖືກ​ຍິງ​ຕົກ​ໂດຍກອງ​ທັບ​ອາ​ກາດ ເທີ​ກີ ນັບ​ຕັ້ງ​ແຕ່​ວັນ​ອາ​ທິດ​ທີ່​ຜ່ານ​ມາ. ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ເທີ​ກີ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ໃນ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ, ທະ​ຫານ ຊີ​ເຣຍ ຫຼາຍກວ່າ 300 ຄົນ​ໄດ້​ຖືກ​ຂ້າ​ຕາຍ ແລະ ລົດ​ຖັງຫຼາຍກວ່າ​ສິບ​ຄັນ, ລົດ​ຫຸ້ມ​ເກາະ ແລະ ລະ​ບົບ​ລູກ​ສອງ​ໄຟ​ຂີ​ປະ​ນາ​ວຸດ​ຕ່າງໆ​ໄດ້​ຖືກ​ທຳ​ລາຍ.

ການ​ໂຈມ​ຕີ​ຂອງ ເທີ​ກີ ແມ່ນ​ໄດ້​ສຸມ​ໃສ່​ແຂວງ ອິດ​ລິບ, ເຊິ່ງ​ແມ່ນ​ຖານ​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ​ຂອງ​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ, ເຊິ່ງ​ກອງ​ກຳ​ລັງ ຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ​ກຳ​ລັງ​ທາງ​ອາ​ກາດ ຣັດ​ເຊຍ ນັ້ນ, ໄດ້​ຕໍ່​ສູ້​ເພື່ອ​ຍຶດ​ຄອງ. ກ​ານ​ໂຈມ​ຕີ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ຂອງ​ລັດ​ຖະ​ບານ ອັງ​ກາ​ຣາ ແມ່​ນ​ຄາດ​ວ່າ​ຈະ​ດຳ​ເນີນ​ຕໍ່​ໄປ​ຢ່າງ​ໜ້ອຍ​ຈົນ​ຮອດ​ວັນ​ພະ​ຫັດ​ນີ້, ເມື່ອ​ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ຈະ​ພົບ​ປະ​ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໃນ​ນະ​ຄອນຫຼວງ ມົ​ສ​ກູ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG