ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົກຄົນ ຖືກຈັບກຸມ ຫຼັງຈາກ ເຫດໄຟໄໝ້ ຫໍພັກ ໃນ ເທີກີ


ແປວໄຟກຳລັງລຸກໄໝ້ຈາກຫໍພັກໂຮງຮຽນໃນເມືອງ Aladag, ແຂວງ Adana, ເທີກີ. 29 ພະຈິກ, 2016.
ແປວໄຟກຳລັງລຸກໄໝ້ຈາກຫໍພັກໂຮງຮຽນໃນເມືອງ Aladag, ແຂວງ Adana, ເທີກີ. 29 ພະຈິກ, 2016.

​ເຈົ້າໜ້າ​ທີ່​ເທີ​ກີ ຈັບ 6 ຄົນ ທີ່​ພົວພັນ​ກັບເຫດອັກຄີໄພທີ່ເກີດຂຶ້ນຢູ່ໂຮງຮຽນແຫ່ງໜຶ່ງໃນ ພາກໃຕ້ຂອງປະ​ເທດ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 12 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 22 ຄົນ.

ໄຟໄດ້ໄໝ້ຂຶ້ນໃນຫໍພັກຂອງພວກເດັກຍິງໃນຕອນຄ່ຳຂອງວັນອັງຄານວານນີ້ໃນແຂວງ Adana ຢູ່ພາກໃຕ້ຂອງປະເທດ. ສາເຫດຂອງໄຟໄໝ້ນັ້ນແມ່ນ​ເຊື່ອ​ກັນ​ວ່າ ​ເປັນ​ບັນຫາ​ດ້ານ​ໄຟຟ້າ.

ພວກ​ທີ່​ຖືກ​ຈັບ​ແມ່ນ​ເປັນ​ຫົວ​ໜ້າແລະ​ພະນັກງານ​ຂອງ​ໂຮງຮຽນ​ທີ່​ພວມ​ຖືກ​ສືບສວນ​ກ່ຽວ​ກັບຄວາມ​ເປັນ​ໄປ​ໄດ້​ໃນ​ການ​ບໍ່​ເອົາ​ໃຈ​ໃສ່​ຕໍ່ໜ້າ​ທີ່.

​ເຈົ້າຄອງ​ກຳ​ແພງ​ເມືອງ Adana ທ່ານ Huseyin Sozlu ກ່າວ​ຕໍ່​ສື່ ມວນ​ຊົນ​ເທີ​ກີ​ວ່ວາ ປະຕູ​ກັນ​ໄຟ​ຂອງ​ຫໍ​ພັກ​ອາດ​ຈະ​ຖືກ​ລັອກ​ໄວ້ ດັ່ງ​ນັ້ນ ພວກ​ນັກຮຽນ​ຈຶ່ງ​ບໍ່​ສາມາດ​ເປີດ.

ເຈົ້າແຂວງໆ Adana ທ່ານ Mahmut Demirtas ໄດ້ກ່າວຕໍ່ອົງການຂ່າວ Anadolu ຂອງລັດຖະບານວ່າ ພວກນັກຮຽນບາງຄົນໄດ້ຮັບບາດເຈັບຈາກຄວັນໄຟ ແລະ ບາງຄົນ ໄດ້ຮັບບາດເຈັບໃນການພະຍາ ຍາມທີ່ຈະຫຼົບໜີອອກຈາກອາຄານທີ່ຖືກໄຟໄໝ້ນັ້ນ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG