ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

14 ຄົນ ທີ່ສົງໄສວ່າ ເປັນສະມາຊິກຂອງກຸ່ມ ​ລັດ​ອິສລາມ ທີ່ວາງແຜນໂຈມຕີ ໃນມື້ ເລືອກຕັ້ງ ຢູ່ເທີກີ ຖືກຈັບໄດ້


ພວກສະໜັບສະໜຸນທ່ານ ມູຮະແຣມ ອິນສ (Muharrem Ince), ຜູ້ລົງສະໝັກເລືອກຕັ້ງທີ່ມາຈາກພັກ ສາທາລະນະລັດ ປະຊາຊົນ ຫລື CHP ທີ່ເປັນພັກຝ່າຍຄ້ານໃຫຍ່ ພາກັນໂບກທຸງ ໃນການໂຮມຊຸມນຸມເພື່ອການເລືອກຕັ້ງ ຢູ່ໃນເມືອງອິສເມຍ (Izmir) ຂອງເທີກີໃນວັນທີ 21 ມິຖຸນາ, 2018.
ພວກສະໜັບສະໜຸນທ່ານ ມູຮະແຣມ ອິນສ (Muharrem Ince), ຜູ້ລົງສະໝັກເລືອກຕັ້ງທີ່ມາຈາກພັກ ສາທາລະນະລັດ ປະຊາຊົນ ຫລື CHP ທີ່ເປັນພັກຝ່າຍຄ້ານໃຫຍ່ ພາກັນໂບກທຸງ ໃນການໂຮມຊຸມນຸມເພື່ອການເລືອກຕັ້ງ ຢູ່ໃນເມືອງອິສເມຍ (Izmir) ຂອງເທີກີໃນວັນທີ 21 ມິຖຸນາ, 2018.

ອົງການ​ຂ່າວ ອານາ​ໂດ​ລູ (Anadolu) ຂອງ​ລັດຖະບານເທິ​ກີ ກ່າວ​ວ່າພວກ​ເຈົ້າ​ໜ້າ​ທີ່​
ໄດ້​ຈັບ​ກຸມຜູ້​ຕ້ອງ​ສົງ​ໄສຂອງກຸ່ມ​ເປັນສະມາຊິກ​ລັດ​ອິສລາມ 14 ຄົນ​ທີ່ກະກຽມ​ທີ່ຈະທໍາ
ການ​ໂຈມ​ຕີ​ການ​ເລືອກ​ຕັ້ງ​ໃນ​ທ້າຍ​ອາທິດ​ນີ້.

ອົງການ​ຂ່າວດັ່ງກ່າວ​ເວົ້າ​ວ່າຄົນ​ສັນຊາດຕ່າງປະ​ເທດ 14 ຄົນ ​ໄດ້​ຖືກ​ກັກ​ຂັງ​ໃນ
ຕອນ​ເຊົ້າວັນ​ສຸກມື້​ນີ້ ​ໃນ​ການ​ບຸກ​ເຂົ້າກວດຄົ້ນຢ່າງ​ຕໍ່​ເນື່ອງ​ຢູ່​ບ້ານ​ພັກ​ຂອງ​ເຂົາ​ໃນ
​ນະຄອນອັງກາຣາ ​ເມືອງ​ຫຼວງຂອງ​ປະ​ເທດ​ເທີກີ.

ຍັງບໍ່ເປັນ​ທີ່​ຈະ​ແຈ້ງ​ໃນທັນ​ທີທັນ​ໃດ​ວ່າ ມີ​ວັດ​ຖຸອັນ​ໃດ​ແດ່ທີ່​ຍຶດ​ໄດ້​ໃນ​ການ​ເຂົ້າກວດ
ຄົ້ນທີ່​ພັກ​ອາ​ໄສ​ດັ່ງກ່າວ.

ຊາວ​ເທີ​ກີ​ຈະ​ພາກັນລົງ​ຄະແນນ​ສຽງເລືອກ​ຕັ້ງ​ປະທານາທິບໍດີ ​ແລ​ະສະມາຊິກສະພາ
​ໃນວັນ​ອາທິດ​ມື້​ອື່ນ​ນີ້ ຊຶ່ງຈະ​ເຮັດ​ໃຫ້​ເກີດ​ມີ​ການ​ປ່ຽນແປງ​ໃນ​ລະບົບ​ການ​ເປັນ​
ປະ​ທາ​ນາ​ທິບໍດີີທີ່​ມີ​ອິດ​ທິພົນຂອງປະເທດ.

ລັດ​ອິສລາມ​ໄດ້​ປະຕິບັດ​ການ​ໂຈມ​ຕີ​ຫຼາຍ​ຄັ້ງ​ໃນ​ເທີ​ກີ​ໃນ​ຊຸ​ມ​ປີ​ມໍ່ໆ​ມາ​ນີ້ ຮວມທັງ​ການ
​ສັງຫານ​ໝູ່່​ປີໃໝ່​ຢູ່ໃນ​ສະ​ໂມ​ສອນກາງ​ຄືນ ຫລື​ບາ ໃນ​ເມືອງ​ອິສ​ແຕນ​ບູລ​ໃນ​
ປີ 2017 ທີ່​ເຮັດ​ໃຫ້ 39 ຄົນ​ເສຍ​ຊີວິດນັ້ນ.

Turkey’s state-run Anadolu news agency says authorities have arrested 14 suspected Islamic State members who were preparing an attack on this weekend’s elections.

The agency says the 14 foreign nationals were detained Friday morning, in simultaneous raids on their residences in Ankara, Turkey’s capital.

It was not immediately clear what materials were seized in the raids.

Turks vote Sunday in presidential and parliamentary elections that will trigger a change to a powerful presidential system.

Islamic State has conducted a number of attacks in Turkey in recent years, including a New Year’s massacre on a nightclub in Istanbul in 2017 in which 39 people were killed.

XS
SM
MD
LG