ເທີກີ ກ່າວວ່າ ຈີນ ສົມຄວນປິດສະຖານທີ່ຕ່າງໆທີ່ຮ້ອງວ່າ “ສູນກັກຂັງ” ສຳລັບຊົນເຜົ່າ
ວີເກີ ທີ່ຖືກລາຍງານວ່າມີນຶ່ງລ້ານຄົນ, ແລະ ປະກາດມັນວ່າ “ເປັນຄວາມອັບອາຍຂາຍ
ໜ້າຄັ້ງໃຫຍ່ ສຳລັບມວນມະນຸດ.”
ໂຄສົກກະຊວງການຕ່າງປະເທດ ເທີກີ ທ່ານ ຮາມີ ອັກຊອຍ ໄດ້ກ່າວໃນຖະແຫຼງການ
ສະບັບນຶ່ງໃນວັນເສົາວານນີ້ວ່າ, “ມັນບໍ່ແມ່ນຄວາມລັບອີກຕໍ່ໄປແລ້ວ ທີ່ຊາວ ວີເກີ ເທີກີ ຫຼາຍກວ່ານຶ່ງລ້ານຄົນ ທີ່ຖືກຈັບຕາມອຳເພີໃຈນັ້ນ ໄດ້ຖືກທໍລະມານ ແລະ ການລ້າງ
ສະໝອງທາງການເມືອງ ໃນສູນກັກຂັງ ແລະ ຄຸກຕ່າງໆ.
ຖະແຫຼງການຂອງ ເທີກີ ໄດ້ມີຂຶ້ນລຸນຫຼັງຂ່າວ ກ່ຽວກັບ ການຕາຍຂອງຜູ້ທີ່ຖືກກ່າວວ່າ
ເປັນນັກກະວີ ແລະ ນັກດົນເຕີ ຊາວ ວີເກີ ທ່ານ ອັບດູເຣຮິມ ເຮຢິດ ຜູ້ທີ່ຖືກຄວບຄຸມ
ຕົວໃນສູນແຫ່ງນຶ່ງ ໃນແຂວງ ຊິນຈຽງ ຂອງ ຈີນ.
ອົງການຂ່າວເອພີ ລາຍງານວ່າການຕາຍຂອງທ່ານ ເຮຢິດ ບໍ່ສາມາມາດຢືນຢັນໄດ້
ຢ່າງເປັນອິດສະຫຼະ.