ລັດຖະມົນຕີການຕ່າງປະເທດ ຂອງເທີກີ ທ່ານ Mevlut Cavusoglu ໄດ້ກ່າວໃນວັນຈັນ ມື້ນີ້ ວ່າ ປະເທດທີ່ຕິດກັບຊາຍແດນຂອງເທີກີ ຕ້ອງໄດ້ “ກວດລ້າງໃຫ້ໝົດສິ້ນ” ກຸ່ມຫົວ ຮຸນແຮງລັດອິສລາມ.
ຄຳເຫັນຂອງທ່ານ Cavusoglu ໄດ້ມີຂຶ້ນ ຫຼັງຈາກທີ່ ເກີດການໂຈມຕີດ້ວຍ ລະເບີດ ສະຫຼະຊີບ ເມື່ອຕອນແລງວັນເສົາຜ່ານມາ ຢູ່ງານແຕ່ງດອງ ໃນພາກຕາເວັນອອກສຽງໃຕ້ ຂອງເທີກີ ທີ່ໄດ້ສັງຫານຢ່າງນ້ອຍ 51 ຄົນ.
ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ໄດ້ກ່າວຫາ ກຸ່ມລັດອິສລາມ ສຳລັບການໂຈມຕີ ຢູ່ໃນເມືອງ Gaziantep ໂດຍກ່າວວ່າ ຫຼັກຖານໄດ້ບົ່ງຊີ້ວ່າ ຜູ້ລະ ເບີດສະຫຼະຊີບ ເປັນເດັກນ້ອຍ ອາຍຸ ລະຫວ່າງ 12 ຫາ 14 ປີ.
ຢູ່ໃນຖະແຫລງການສະບັບທີ່ຂຽນເອົາ ກ່ອນໜ້ານີ້ ທ່ານ Erdogan ໄດ້ກ່າວວ່າ “ບໍ່ມີ ຫຍັງທີ່ແຕກຕ່າງກັນ” ລະຫວ່າງ ລັດອິສລາມ, ກຸ່ມພວກຫົວຮຸນແຮງທີ່ຜິດກົດໝາຍ ກັບພັກກຳມະກອນຊາວເຄີດ, ກຸ່ມ PKK ແລະ ພວກບໍລິວານ ຂອງນັກສອນສາສະໜາ Fethullah Gulen ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ ຜູ້ທີ່ທ່ານ Erdogan ໄດ້ຖິ້ມໂທດ ໃສ່ ສຳລັບ ການພະຍາຍາມກໍ່ລັດຖະປະຫານ ເມື່ອເດືອນແລ້ວນີ້.
ທ່ານ Erdogan ໄດ້ເວົ້າວ່າ “ປະເທດຂອງພວກເຮົາ ແລະ ປະເທດຊາດ ຂອງພວກ
ເຮົາ ມີຂໍ້ຄວາມພຽງອັນດຽວ ອີກເທື່ອໜຶ່ງ ຕໍ່ພວກຜູ້ທີ່ໂຈມຕີພວກເຮົາ ວ່າ ພວກເຈົ້າ ຈະບໍ່ປະສົບຜົນສຳເລັດ!”
ທຳນຽບຂາວ ໄດ້ປະນາມການໂຈມຕີ ຢູ່ໃນເມືອງ Gaziantep ໂດຍກ່າວວ່າ ເປັນ “ການ ກະທຳຄວາມໂຮດຮ້າຍຢ່າງປ່າເຖື່ອນ ແລະ ການແນເປົ້າໝາຍໃສ່ ງານແຕ່ງດອງນັ້ນ ເປັນການກະທຳທີ່ຂີ້ຂາດຕາຂາວ.” ຖະແຫລງການສະບັບວັນອາທິດ ທີ່ໄດ້ກ່າວຕື່ມອີກ ວ່າ ຮອງປະທານາທິບໍດີ ທ່ານ Joe Biden ຈະເດີນທາງໄປຢ້ຽມຢາມ ນະຄອນຫຼວງ Ankara ໃນວັນພຸດມື້ຮືນີ້ ເພື່ອຢືນຢັນອີກ ຄວາມໝັ້ນໝາຍຂອງສະຫະລັດ ທີ່ຈະທຳງານ ຮ່ວມກັນກັບ ເທີກີ ໃນການຕໍ່ຕ້ານ “ການລະບາດຂອງການກໍ່ການຮ້າຍ.”
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ