ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ Erdogan ກ່າວຫາ ການຂ້າຄົນຈຳນວນ ຫຼາຍ ໃນງານແຕ່ງດອງ ໃສ່ພວກ ລັດອິສລາມ


ສະມາຊິກຄອບຄົວຂອງຜູ້ປະສົບເຄາະຮ້າຍ ຈາກການລະເບີດ
ສະຫຼະຊີບທີ່ງານແຕ່ງດອງແຫ່ງໜຶ່ງ ຮ້ອງໃຫ້ຢູ່ເທິງໂລງສົບ ໃນລະຫວ່າງພິທີສົ່ງສະການ ໃນເມືອງ Gaziantep ທາງພາກ
ໃຕ້ຂອງ ເທີກີ. 21 ສິງຫາ, 2016.
ສະມາຊິກຄອບຄົວຂອງຜູ້ປະສົບເຄາະຮ້າຍ ຈາກການລະເບີດ ສະຫຼະຊີບທີ່ງານແຕ່ງດອງແຫ່ງໜຶ່ງ ຮ້ອງໃຫ້ຢູ່ເທິງໂລງສົບ ໃນລະຫວ່າງພິທີສົ່ງສະການ ໃນເມືອງ Gaziantep ທາງພາກ ໃຕ້ຂອງ ເທີກີ. 21 ສິງຫາ, 2016.

ບັນດາເຈົ້າໜ້າທີ່ ເທີກີ ກ່າວວ່າ ຈຳນວນຜູ້ເສຍຊີວິດທັງໝົດຈາກເຫດການລະເບີດແຕກ ທີ່ຮ້າຍແຮງໃນງານແຕ່ງດອງ ໄດ້ເພີ່ມຂຶ້ນເປັນຢ່າງໜ້ອຍ 50 ຄົນ. ສ່ວນຄົນອື່ນໆອີກຫຼາຍ ຄົນແມ່ນໄດ້ຮັບບາດເຈັບໃນການໂຈມຕີນັ້ນ.

ອົງການຂ່າວລັດຖະບານ Anadolu ໄດ້ກ່າວເນັ້ນຄຳເວົ້າຂອງຜູ້ປົກຄອງແຂວງ Gaziantep ວ່າການລະເບີດດັ່ງກ່າວ ແມ່ນ “ການໂຈມຕີກໍ່ການຮ້າຍ” ທີ່ໄດ້ເກີດຂຶ້ນໃນ ເຂດທີ່ມີບັນຫາທາງພາກຕາເວັນອອກສຽງໃຕ້ຂອງປະເທດ.

ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ໄດ້ກ່າວປະນາມການໂຈມຕີ, ເຊິ່ງທ່ານໄດ້ຖິ້ມໂທດໃສ່ພວກຫົວຮຸນແຮງລັດອິສລາມ.

ແນວໃດກໍຕາມ, ມັນບໍ່ໄດ້ມີຜູ້ໃດ ອອກມາອ້າງເອົາຄວາມຮັບຜິດຊອບສຳລັບເຫດລະເບີດ ແຕກດັ່ງກ່າວ, ເຊິ່ງຮອງນາຍົກລັດຖະມົນຕີທ່ານ Mehmek Simsek ກ່າວວ່າ ມັນປະກົດ ວ່າຈະເປັນການລະເບີດສະຫຼະຊີບ. ບັນດາເຈົ້າໜ້າທີ່ຄົນອື່ນໆໄດ້ຄາດກັນວ່າ ໄດ້ມີສ່ວນ ຮ່ວມຂອງພວກກະບົດຊາວ ເຄີດ ຫຼືບໍ່ກໍ ພວກຫົວຮຸນແຮງ ລັດອິສລາມ.

ລະເບີດແຕກໄດ້ເກີດຂຶ້ນຢູ່ທີ່ພັດຕະຄານງານແຕ່ງດອງໃນເມືອງ Gaziantep, ເຊິ່ງເປັນ ເມືອງໜຶ່ງທີ່ສຳຄັນຂອງ ເທີກີ ທີ່ມີປະຊາກອນຊາວ ເຄີດ ທີ່ໃຫຍ່ອາໄສຢູ່, ຕັ້ງຢູ່ປະມານ 60 ກິໂລແມັດທາງພາກ


ເໜືອຂອງເຂດຊາຍແດນ ຊີເຣຍ. ການລາຍງານໃນທ້ອງຖິ່ນອ້າງວ່າມີການປະກົດຕົວ ຂອງຊາວເຄີດ ໃນການແຕ່ງດອງດັ່ງກ່າວເປັນຈຳນວນຫຼາຍ, ເຊິ່ງຊັກຈູງໃຫ້ຕັ້ງການຄາດ ຄະເນໃສ່ ກ່ຽວກັບ ການກ່ຽວພັນຂອງພວກ Jihad ລັດອິສລາມ.

ພວກສະໜັບສະໜູນພັກປະຊາຊາຊົນ ປະຊາທິປະໄຕ ຊາວ ເຄີດ ໄດ້ອ້າງອີງຄຳເວົ້າທີ່ວ່າ ສະມາຊິກຂອງພວກເຂົາໄດ້ໄປເຂົ້າຮ່ວມໃນງານແຕ່ງດອງນັ້ນ, ເຊິ່ງລວມມີແມ່ຍິງ ແລະ ເດັກນ້ອຍຫຼາຍຄົນນຳ.

ໃນບໍລິເວນດັ່ງກ່າວ ມັນຍັງເປັນບ່ອນລະເບີດແຕກທີ່ນ້ອຍກວ່າ 3 ຄັ້ງໃນສອງສາມມື້ທີ່ ຜ່ານມາ ທີ່ລັດຖະບານ ອັງກາຣາ ໄດ້ເຊື່ອມໂຍງໃສ່ພວກກະບົດຈາກພັກ ກຳມະກອນ ຊາວ ເຄີດ ຫຼື PKK ທີ່ເປັນອາຊະຍາກອນນັ້ນ.

ພວກ PKK ໄດ້ເປີດການກໍ່ກະບົດຕິດອາວຸດໃນປີ 1984, ໃນການສະແຫວງຫາເຂດປົກ ຄອງອິດສະຫຼະ ໃນບໍລິເວນທີ່ກວ້າງຂວາງຂອງພາກພື້ນຕາເວັນອອກສຽງໃຕ້ທີ່ມີຊາຍ ແດນຕິດກັບ ຊີເຣຍ, ອີີຣັກ ແລະ ອີຣ່ານ. ປະຊາຊົນເກືອບ 50,000 ຄົນໄດ້ຖືກຂ້າຕາຍ ໃນລະຫວ່າງການຕໍ່ສູ້ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Turkey Cites Terrorism in Blast Killing at Least 22 at Wedding
please wait

No media source currently available

0:00 0:00:57 0:00

XS
SM
MD
LG