ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເທີ​ກີ ທ້າ​ທາຍ ​ສະ​ຫະ​ລັດ ໃນ​ຂະ​ນະ​ທີ່ ​ລູກ​ສອນ​ໄຟ ​ຣັດ​ເຊຍ​ ​​ໄປເຖິງ


ລົດ​ທະ​ຫານ ແລະ​​ສ່ວນ​ນຶ່ງ ຂອງລະ​ບົບ​ປ້ອງ​ກັນ​ລູ​ກສອນ​ໄຟ S-400 ກຳ​ລັງ​ຂົນ​ອອກ​ຈາກ ​ເຮ​ື​ອ​ບິນຂົນ​ສົ່ງ​ຣັດ​ເຊຍ ທີ່​ຖານ​ທັບ​ອາ​ກາດ Murted ໃນ​ນະ​ຄອນ​ອັງ​ກາ​ຣາ ປະ​ເທດ​ເທີ​ກີ ວັນ​ທີ 12 ກໍ​ລະ​ກົດ 2019.
ລົດ​ທະ​ຫານ ແລະ​​ສ່ວນ​ນຶ່ງ ຂອງລະ​ບົບ​ປ້ອງ​ກັນ​ລູ​ກສອນ​ໄຟ S-400 ກຳ​ລັງ​ຂົນ​ອອກ​ຈາກ ​ເຮ​ື​ອ​ບິນຂົນ​ສົ່ງ​ຣັດ​ເຊຍ ທີ່​ຖານ​ທັບ​ອາ​ກາດ Murted ໃນ​ນະ​ຄອນ​ອັງ​ກາ​ຣາ ປະ​ເທດ​ເທີ​ກີ ວັນ​ທີ 12 ກໍ​ລະ​ກົດ 2019.

ຣັດ​ເຊຍ​ພວມ​ຈັດ​ສົ່ງ​ລະ​ບົບ​ລູກ​ສອນ​ໄຟ S-400 ​ໄປ​ໃຫ້​ເທີ​ກີ​ຊຶ່ງ​ເປັນການ​ເຄື່ອນ​ໄຫວ​
ທີ່ອາດ​ຈະ​ສ້າງຄວາມ​ເສຍ​ຫາຍ ໃຫ້​ແກ່​ສາຍ​ສຳ​ພັນ ລະ​ຫວ່າງ​ເທີ​ກີ ກັບສະ​ຫະ​ລັດ
ແລະ​ນຳ​ເອົາເທັກ​ໂນ​ໂລ​ຈີ​ທາງທະ​ຫານ​ຂອງຣັດ​ເຊຍ ​ເຂົ້າ​ມາ​ໃຊ້​ຢູ່​ໃນ​ປະເທດ​ສະ​ມາ​
ຊິກ ທີ່​ສຳ​ຄັນ ຂອງ​ກຸ່ມ​ພັນ​ທະ​ມິດ NATO.

ເຮືອ​ບິນ​ຂົນ​ສົ່ງ​ຣັດ​ເຊຍ​ລຳ​ນຶ່ງ​ ໃນ​ວັນ​ສຸກວານ​ນີ້ ໄດ້​ນຳເອົາຊຸດທຳ​ອິດ​ຂອງລະ​ບົບ
​ລູກສອນ​ໄຟ ມູນ​ຄ່າ 2 ພັນ 2 ຮ້ອຍ​ລ້ານ​ໂດ​ລາ ​ໄປ​ຍັງຖານ​ທັບ​ອາ​ກາດ ​ເທີ​ກີ ຢູ່ນອກ​
ນະ​ຄອນ​ຫຼວງ​ອັງ​ກາ​ຣາ ທີ່​ໄດ້​ສ້າງ​ຄວາມ​ເປັນ​ຫ່ວງ​ແຕ່ບ​ຣັ​ສ​ເຊີ​ລສ໌ ໄປ​ຫາ​ວໍ​ຊິງ​ຕັນ.
ວໍ​ຊິງ​ຕັນ​ກ່າວ​ວ່າ ລະ​ບົບ​ລູກ​ສອນ​ໄຟ S-400 ພ້ອມ​ດ້ວຍ​ເຣ​ດາ ທີ່​ທັນ​ສະ​ໄໝ​ອາດ​ນຳ​
ໃຊ້​ເພື່ອ​ແນ​ເປົ້າ​ໝາຍ​ໃສ່ ບັນ​ດາ​ເຮືອ​ບິນ​ລົບ​ຂອງ​ອົງ​ການ NATO ​ຊຶ່ງຂົ່ມ​ຂູ່​ວ່າ​ຈະ​
ເຮັດ​ໃຫ້ລະ​ບົບ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ຂອງ​ອົງ​ການ NATO ຢູ່​ໃນ​ເທີ​ກີ ຕົກ
​ຢູ່​ໃນ​ອັນ​ຕະ​ລາຍ. ສະ​ຫະ​ລັດ​ໄດ້​ຢຸດ​ເຊົາ​ທີ່​ຈະ​ສົ່ງ​ເຮືອ​ບິນ​ລົບ​ອາຍພົ່ນ​ຮຸ້ນ​ຫຼ້າ​ສຸດ
F-35 ໄປ​ໃຫ້​ເທີ​ກີ ຖ້າ​ຫາກ​ມີ​ການ​ຕິດ​ຕັ້ງ​ລະ​ບົບ​ລູກ​ສອນ​ໄຟ​ຣັດ​ເຊຍ ແລະ​ບັນ​ດາ​ບໍ
​ລິ​ສັດ​ເທິ​ກີ ອາດສູນເສຍ​ສັນ​ຍາ​ຕ່າງ​ໆ​ທີ່ຈະ​ສ້າງ​ເຄື່ອງ​ອາ​ໄຫຼ່ ສຳ​ຄັນໆ​ທີ່​ມີ​ລາ​ຄາ​ແພງ
​ສຳ​ລັບ​ເຮືອ​ບິນ​ລົບ F-35.

​ຮັກ​ສາ​ການລັດ​ຖະ​ມົນ​ຕີປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ມາຣ໌ກ ແອັ​ສ​ເປີ​ ກ່າວ​ຕໍ່​ບັນ
​ດາ​ນັກ​ຂ່າວ ​ໃນ​ວັນ​ສຸກວານ​ນີ້ວ່າ “ພວກ​ເຮົາ​ຮູ້ແລ້ວ​ທີ່​ເທີ​ກີ​ຮັບ​ເອົາ​ການ​ສົ່ງ ​ລູກ​ສອນ​
ໄຟ S-400 ໄປ​ໃຫ້. ທ່າ​ທີ​ພວກ​ເຮົາ ​ກ່ຽວ​ກັບເຮືອ​ບິນ​ລົບ F-35 ບໍ່​ມີ​ຫຍັງ​ປ່ຽນ​ແປງ.”
ທ່ານ​ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ເປັນ​ເວ​ລາ 30 ນາ​ທີ​ກັບ​ຄູ່​ຕຳ​ແໜ່ງຝ່າຍເທີ​ກີ​ ຄືທ່ານ​
ຮູ​ລີ​ຊີ ອ​າ​ກາ​ ແຕ່​ວ່າ​ທຳ​ນຽບ​ຫ້າ​ແຈ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ຂອງ​ການ​ໂທ​ລະ​ສັບ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ເທີ​ກີ ເຖິງ​ຢ່າງ​ໃດ​ກໍ​ດີໄດ້​ນຳ​ອອກ​ເຜີຍແຜ່​ລາຍ​ລະອຽດ
​ຢູ່​ໃນ​ຖະ​ແຫຼງ​ການ​ເມື່ອ​ວັນ​ສຸກວານ​ນີ້ ຊຶ່ງກ່າວ​ວ່າ​ ອັງ​ກາ​ຣາ​ໄດ້​ບອກ​ໃຫ້​ທ່ານ​ແອັ​ສ​ເປີ
ຊາບວ່າ ​ເທີ​ກີ​ຊື້​ລະ​ບົບ​ປ້ອງ​ກັນລູກ​ສອນ​ໄຟ S-400 ນັ້ນ​ “ບໍ່​ແມ່ນ ທາງ​ເລືອກແຕ່​ແມ່ນ
ຄວາມຈຳ​ເປັນ” ແລະ​ໄດ້​ສະ​ເໜີ​ໃຫ້​ຈັດ​ຕັ້ງກຸ່​ມ​ເຮັດ​ວຽກ​ຮ່ວ​ມ ເພື່ອຊັ່ງ​ຊາ​ເບິ່ງ​ຄວາມ
ເປັນ​ໄປ​ໄດ້​ໃນ​ການ​ດຳ​ເນີນ​ງານ​ຮ່ວມກັນ​ລະ​ຫວ່າງ​ເຮືອ​ບິນ​ລົບ F-35 ແລະ​ລະ​ບົບ
​ລູກ​ສອນ​ໄຟ S-400 ​ນັ້ນ ແມ່ນ “​ຍັງ​ຢູ່​ເທິງ​ໂຕະ.”

ທ່ານ Akar ກ່າວ​ເພີ້ມ​ວ່າ ​ເທີ​ກີ​ຍັງ​ໄດ້​ຊັ່ງ​ຊາ​ເບິ່ງການຂໍ​ຊື້ລະ​ບົບ​ປ້ອງ​ກັນ​ທາງ​ອາ​ກາດ
Patriot ​ຂອງ​ສະ​ຫະ​ລັດ ແລະ​ເທີ​ກີ​ທີ​ເປັນ​ຄູ່​ຮ່​ວມ​ງານ​ລະ​ຫວ່າງໂຄງ​ການເຮືອ​ບິນ​ລົ
ບ F-35 ​ຄວນຈະ​ດຳ​ເນີນ​ຕໍ່​ໄປ ແບບ “ບໍ່​ມີ​ການ​ລົບ​ກວນ” ອີງ​ຕາມ​ຄຳ​ເວົ້າ​ໃນ​ຖະ​
ແຫຼງການ.

ໂຄ​ສົກ​ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ນາງ​ມໍແກນ ອໍ​ເ​ຕກັ​ສ ໄດ້​ເຕືອນ​ໃນ​ຕົ້ນ
​ອາ​ທິດ​ນີ້​ ເຖິງ “ຜົນ​ທີ່​ຈ​ະ​ຕິດ​ຕາມ​ມາ ໃນ​ທາງ​ລົບ ​ຢ່າງ​ແທ້​ຈິງ ຖ້າ​ຫາກ ​ມີ​ການ​ຊື້ລູກ​
ສອນ​ໄຟ​ຂອງ​ຣັດ​ເຊຍ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG