ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເທີກີ ຖິ້ມລະເບີດ ໂຈມຕີເປົ້າໝາຍ ພວກກະບົດ ຊາວເຄີດ


ເຮືອບິນເຮລິຄອບເຕີ ຄູກາ AS-532AL ບິນອອກຈາກຖານ ທັບອາກາດ Incirlik ໃນເມືອງ Adana, ປະເທດ ເທີກີ, 27 ກໍລະກົດ, 2015. ນັກລົບຊາວເຄີດ ໃນທາງພາກເໜືອຂອງ ປະເທດຊີເຣຍ ກ່າວປະນາມທະຫານ ເທີກີໃນການຖິ້ມລະເບີດ ໃສ່ທີ່ຕັ້ງຂອງພວກເຂົາ ໃນວັນຈັນທີ່ຜ່ານມາ.
ເຮືອບິນເຮລິຄອບເຕີ ຄູກາ AS-532AL ບິນອອກຈາກຖານ ທັບອາກາດ Incirlik ໃນເມືອງ Adana, ປະເທດ ເທີກີ, 27 ກໍລະກົດ, 2015. ນັກລົບຊາວເຄີດ ໃນທາງພາກເໜືອຂອງ ປະເທດຊີເຣຍ ກ່າວປະນາມທະຫານ ເທີກີໃນການຖິ້ມລະເບີດ ໃສ່ທີ່ຕັ້ງຂອງພວກເຂົາ ໃນວັນຈັນທີ່ຜ່ານມາ.

ເທີ​ກີ ​ໄດ້​ປະຕິບັດ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຕະຫຼອດ​ຄືນ ຕໍ່ພວກ​ກະບົດ ຊາວເຄີ​ດ, ຫ້ອງການ​ນາຍົກລັດຖະມົນຕີ ​ໄດ້​ກ່າວໃນ​ວັນ​ພຸດ​ມື້​ນີ້, ​ໃນຂະນະທີ່​ສະພາ​ຂອງ​ປະ​ເທ​ດ​ໄດ້ກະກຽມ​ທີ່​ຈະ​ຈັດການ​ປະຊຸມຮອບ​ພິ​ເສດ​ເພື່ອ​ພິຈາລະ​ນາ​ການ​ປະຕິບັດການທາງທະ ຫານ ຕໍ່ພວກນັກລົບຊາວເຄີດ ແລະ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໃນ​ອິຣັກ.

ການ​ໂຈມ​ຕີ​ທາງ​ອາກາດ​ ໄດ້ແນເປົ້າ​ໝາຍ​ແນ​ໃສ່​ 6 ທີ່​ຕັ້ງ​ຂອງພັກ​ກຳມະກອນ​ຊາວ ​ເຄີ​ດ ຫຼື PKK ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ ​ເທີ​ກີ ​ແລະ ພາກ​ເໜືອ​ຂອງ ອິຣັກ. ​ຖະ​ແຫຼ​ງການ​ຍັງ​ໄດ້​ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ໄດ້​ຄວບ​ຄຸ​ມຕົວ 1,300 ຄົນ​ໃນ​ ​ເທີ​ກີ ​ໃນການ​ບຸກ ເຂົ້າໄປກວດຄົ້ນພວກ​ສົງ​ໄສ​ວ່າ​ເປັນ​ສະມາຊິກ​ຂອງ​ພວກ PKK, ລັດ​ອິສລາ​ມ ​ແລະ ກຸ່ມ​ພວກ​ຫົວ​ຮຸນ​ແຮງ​ອື່ນໆ.

ກ່ອນ​ໜ້າກອງ​ປະຊຸມ​ສະພາ, ຜູ້ນຳ​ຂອງ​ພັກ​ປະ​ທິ​ປະ​ໄຕ​ປະ​ຊາ​ຊົນທີ່ສະໜັບສະໜູນຊາວ ເຄີດ ທ່ານ Selahattin Demirtas ​ໄດ້​ຮຽກຮ້ອງ​ໃຫ້​ຢຸດເຊົາການໂຈມຕີດັ່ງກ່າວ.

ປະທານາທິບໍດີ Recep Tayyip Erdogan ​ໄດ້​ກ່າວໃນ​ວັນ​ອັງຄານ ວານນີ້ວ່າ ​ເທີກີ​ ຈະ
“​ບໍ່​ຖອຍຫຼັງແມ່ນແຕ່​ກ້າວ​ດຽວ” ໃນ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ​ ເປັນ​ການ​ຕໍ່ສູ້​ຕ້ານ​ພວກ​ກໍ່​ການ​ຮ້າຍ.

ການໃຫ້ຄວາມ​ເຫັນຂອງ​ທ່ານ​ໄດ້​ມີ​ຂຶ້ນໃນ​ມື້​ດຽວ​ກັບທີ່ອົງການ NATO ​ໄດ້​ຈັດ​ກອງ​ປະຊຸມ​ຮອບ​ສຸ​ກ​ເສີນ ​ແລະ ​ໄດ້​ອອກ​ຖະ​ແຫຼ​ງການ​ກ່າວ​ປະ ນາມ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຕໍ່ ​ເທີ​ກີ ​ແລະ ໃຫ້​ສັນຍາ​ວ່າ ຈະສາມັກ​ຄີ ​ໂຮມແຮງກັບປະ​ເທດ​ດັ່ງກ່າວ.

Turkey Islamic State
please wait
Embed

No media source currently available

0:00 0:02:03 0:00

XS
SM
MD
LG