ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເທີກີ ໂຈມຕີ ທາງອາກາດ ໃສ່ພວກກະບົດ ຊາວເຄີດ


ເຮືອບິນລົບ F-16 ຂອງ ເທີກີ ຫຼາຍສິບລຳຕຽມອອກບິນ ໃນລະຫວ່າງການຝຶກຊ້ອມ Anatolian Eagle ທີ່ຖານທັບ ອາກາດໃຫຍ່ທີ 3 ຢູ່ໃກ້ກັບເມືອງ Konya ໃຈກາງພາກພື້ນ Anatolian.
ເຮືອບິນລົບ F-16 ຂອງ ເທີກີ ຫຼາຍສິບລຳຕຽມອອກບິນ ໃນລະຫວ່າງການຝຶກຊ້ອມ Anatolian Eagle ທີ່ຖານທັບ ອາກາດໃຫຍ່ທີ 3 ຢູ່ໃກ້ກັບເມືອງ Konya ໃຈກາງພາກພື້ນ Anatolian.

ກອງທັບຂອງ ​ເທີ​ກີ ​ໄດ້​ກ່າວໃນ​ວັນ​ອັງຄານ​ມື້​ນີ້​ວ່າ ​ເຮືອບິນ​ລົບ​ໄດ້​ທຳ ​ການ​ໂຈມ​ຕີ​ທາງ​ອາກາດໃສ່​ເປົ້າ​ໝາຍພວກ​ກະບົດ​ຊາວ ​ເຄີ​ດ 17 ແຫ່ງ ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ ​ເທີ​ກີ.

​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ນີ້ໄດ້​ແນ​ໃສ່​ພັກ​ກຳ​ມະ ກອນ​ຊາວ ​ເຄີ​ດ ຫຼື PKK ​ໃນ​ແຂວງ Hakkari, ​ເຊິ່ງມີຊາຍ​ແດນ​ຕິ​ດ ກັບປະ​ເທດ ອິຣັກ ​ແລະ ອິຣ່ານ.

ການໂຈມ​ຕີ​ທາງ​ອາກາດ ມີຂຶ້ນຫລັງ​ຈາກ​ການ​ໂຈມ​ຕີຮ້າຍ​ແຮງ​ຫຼາຍ​ຄັ້ງ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ເຮັດໃຫ້​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ສີ່​ຄົນ ​ແລະ ທະຫານ​ຄົນ​ໜຶ່ງເສຍ​ຊີວິດ​ໃນແຂວງ Sirnak ທີ່ຢູ່ໃກ້​ຄຽງ. ​ໃນ​ຄືນ​ແລ້ວ, ພວກ​ກະ​ບົດຊາວ ​ເຄີ​ດ ​ກໍໄດ້​ໂຈມ​ຕີ​ຄ້າຍ​ທະຫານ​ໃນ​ແຂວງ Sirnak, ​ເຮັດ​ໃຫ້​ທະຫານ​ຄົນ​ໜຶ່ງເສ​ຍຊີວິດ.

​ເທີ​ກີ ​ໄດ້​ຖິ້ມ​ລະ​ເບີດ​ໃສ່​ເປົ້າ​ໝາ​ຍພວກ PKK ​ໃນ​ພາກ​ຕາ​ເວັນ​ອອກ ສຽງ​ໃຕ້ຂອງ ​ເທີກີ ​ແລະ ພາກ​ເໜືອຂອງ ອິຣັກ ຕັ້ງ​ແຕ່​ທ້າຍ​ເດືອນ ກໍລະກົດ ຫຼັງ​ຈາກ​ໄດ້​ປະກາດ​ການ​ໂຈມ​ຕີຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ໃໝ່. ທະຫານ ​ເທີ​ກີ ຍັງໄດ້​ແນ​ເປົ້າ​ໃສ່​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ຢູ່ຕາມ​ເຂດ​ຊາຍ​ແດນ​ໃນ ຊີ​ເຣຍ.

ສະຫະລັດ ​ແລະ ຢູ​ໂຣບ ​ໄດ້​ຮຽກຮ້ອງ ​ເທີ​ກີ ເມື່ອ​ສັບປະດາ​ທີ່​ຜ່ານ​ມາ ​ໃຊ້ຄວາມ​ຍັບ​ຢັ້ງ​ການ​ຖິ້ມ​ລະ​ເບີດ​ໃສ່​ຊາວ ​ເຄີ​ດ, ໂດຍ​ກ່າວ​ວ່າ ປະ​ເທດ​ດັ່ງກ່າວ​ມີ​ສິ​ດ​ໃນ​ການ​ປົກ​ປ້ອງ​ກັນ ຕົນເອງ ​ແຕ່​ວ່າ​ການ​ຕອບ​ໂຕ້​ຄວນ​ຈະ “ສົມນ້ຳສົມ​ເນື້ອ.”

ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ ​ໄດ້ກ່າວ​ວ່າພວກ PKK ຄວນ​ຍົກ​ເລີກ​ການ​ກໍ່​ຄວາມ​ຮຸນ​ແຮງ ​ແລະ ຄວນເປີດການເຈລະຈາ​ກັບ ​ເທີ​ກີ.

ພວກ PKK ​ໄດ້​ຕໍ່ສູ້​ກັບ ​ເທີ​ກີ ຕັ້ງ​ແຕ່ປີ 1984 ​ເປັນຕົ້ນມາໃນ​ການ​ປະ​ທະ​ກັນ​ທີ່​ເຮັດ​ໃຫ້ 40,000 ​ຄົນເສຍ​ຊີ​ວິດໄປແລ້ວ.

Turkey Unrest Analyst
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG