ເທີກີ ໄດ້ສະກັດກັ້ນການເຂົ້າຫາຕາໜ່າງສື່ສັງຄົມ Twitter
ໃນຂະນະທີ່ລັດຖະບານ ພວມຕໍ່ສູ້ ກັບຂ່າວນອງນັນກ່ຽວ
ກັບການສໍ້ລາດບັງຫລວງບໍ່ເທົ່າໃດມື້ກ່ອນການເລືອກຕັ້ງ
ທ້ອງຖິ່ນຕ່າງໆ.
ພັກຝ່າຍຄ້ານທີ່ສຳຄັນຂອງເທີກີ ກ່າວວ່າ ຕົນຈະຍື່ນຟ້ອງ
ທ້າທາຍທາງກົດໝາຍ ຕໍ່ການຕັດສິນຂອງສານ ທີ່ບໍ່ໃຫ້
ໃຊ້ຕາໜ່າງສື່ສັງຄົມ ແລະການບໍລິການກະຈາຍ ຂ່າວທາງ
ອິນເຕີແນັດຫລື microblogging.
ພັກສາທາລະນະລັດປະຊາຊົນ ກ່າວວ່າ ນອກນັ້ນ ຕົນຍັງ
ຈະຍື່ນຟ້ອງຕໍ່ນາຍົກ ລັດຖະມົນຕີ Recep Tayyib Erdogan ທີ່ໄດ້ລະເມີດຕໍ່ສິດ
ເສລີພາບ ສ່ວນ ບຸກຄົນ.
ທ່ານ Erdogan ກ່າວຢູ່ທີ່ບ່ອນໂຄສະນາຫາສຽງເລືອກຕັ້ງໃນວັນພະຫັດວານນີ້ວ່າ ທ່ານຈະເອົາບາດກ້າວ ຕໍ່ການໃຊ້ Twitter ໂດຍບໍ່ກ່ຽວເລີຍວ່າ “ປະຊາຄົມ ນາໆຊາດຈະກ່າວຢ່າງໃດ.”
ເຈົ້າໜ້າທີ່ໂທລະຄົມມະນາຄົມເທີກີ ກ່າວວ່າ ການເຂົ້າ ຫາຫຼືຊົມໃຊ້ ຈະໄດ້ຮັບ ການ ຟື້ນຟູຄືນ ເວລາໃດ twitter ລຶບຄຳເວົ້າທີ່ຜິດກົດໝາຍນັ້ນອອກແລ້ວ.
ທ່ານ Stefan Fuele ຄະນະກຳມະການຂະຫຍາຍຕົວຂອງສະຫະພາບຢູໂຣບ ກ່າວໃນວັນສຸກມື້ນີ້ວ່າ ການມີເສຣີພາບໃນການສົນທະນາ ແລະການເລືອກຢ່າງເສຣີໃນວິທີການ ສື່ສານນັ້ນເປັນ “ຄຸນຄ່າພື້ນຖານຂອງສະຫະພາບຢູໂຣບ.”