ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫຼາຍພັນຄົນ ໂຮມຊຸມນຸມ ຂະນະທີ່ ເທີກີ ກຳລັງ ໄວ້ອາໄລ ແກ່ 95 ຄົນ ທີ່ເສຍຊີວິດ


Turkey Blast
please wait
Embed

No media source currently available

0:00 0:02:21 0:00

ເຊີນຊົມວີດີໂອ ລາຍງານນີ້

ຫຼາຍພັນ​ຄົນ​ໄດ້​ໄປ​ເຕົ້າ​ໂຮມ​ກັນ ຢູ່​ໃນ​ໃຈ​ການນະ​ຄອນຫຼວງ
Ankara ​ໃນ​ວັນ​ອາທິດ​ມື້​ນີ້ ​ໂດຍໄດ້​ຮ້ອງ​ໂຮ ຄຳຂວັນ​ຕ່າງໆ
ຕໍ່ຕ້ານ​ລັດຖະບານ​ເທີ​ກີ ​ໃນ​ຂະນະ​ທີ່​ປະ​ເທດ ​ໄດ້​ໄວ້ອາ​ໄລ
ແກ່​ຜູ້​ເຄາະ​ຮ້າຍ ຈາກ​ເຫດ​ລະເ​ບີ​ດສອງ​ຄັ້ງ ຢູ່​ທີ່​ການໂຮມ
ຊຸມນຸມ ເພື່ອສັນຕິພາບ ທີ່​ໄດ້​ສັງຫານ​ຢ່າງ​ນ້ອຍ 95 ຄົນນັ້ນ.

ຝຸງ​ຄົນ​ບາງ​ສ່ວນ ​ໄດ້​ໄປ​ເຕົ້າ​ໂຮມ​ກັນ ​ຢູ່​ໃກ້​ບໍລິ​ເວນ​ຈຸດ​ເກີດ​ເຫດ
ຂອງ​ລະ​ເບີດ​ແຕກເມື່ອ​ວັນ​ເສົາ​ວານ​ນີ້ ​ແລ້ວ​ວາງ​ດອກ​ໄມ້​ຕ່າງໆ
​ໃຫ້​ແກ່​ຜູ້ເຄາະ​ຮ້າຍທັງຫຼາຍ ຫຼັງຈາກ​ໄດ້​ຖືກ​ກີດ​ກັນໃນ​ເ​ບື້ອງຕົ້ນ
ໂດຍ​ເຈົ້າໜ້າ​ທີ່​ຕຳຫຼວດ ທີ່​ໄດ້ໄປ​ມີໜ້າ​ຢ່າງ​ໜາ​ແນ້​ນຢູ່​ແຫ່ງ​ນັ້ນ.

ຍາດຕິພີ່ນ້ອງຂອງພວກຄົນບາດເຈັບ ໃນເຫດລະເບີດແຕກ ຢູ່ນະຄອນຫຼວງ Ankara ສະແດງອາການໂສກເສົ້າ ໃນຂະນະທີ່ພວກເຂົາເຈົ້າ ລໍຖ້າຂ່າວຄາວ ສຳຫລັບ ສະມາຊິກຄອບຄົວທີ່ຮັກຫອມຂອງເຂົາ ຢູ່ນອກໂຮງໝໍແຫ່ງນຶ່ງ, ວັນທີ 10 ຕຸລາ 2015.
ຍາດຕິພີ່ນ້ອງຂອງພວກຄົນບາດເຈັບ ໃນເຫດລະເບີດແຕກ ຢູ່ນະຄອນຫຼວງ Ankara ສະແດງອາການໂສກເສົ້າ ໃນຂະນະທີ່ພວກເຂົາເຈົ້າ ລໍຖ້າຂ່າວຄາວ ສຳຫລັບ ສະມາຊິກຄອບຄົວທີ່ຮັກຫອມຂອງເຂົາ ຢູ່ນອກໂຮງໝໍແຫ່ງນຶ່ງ, ວັນທີ 10 ຕຸລາ 2015.


ຕົວ​ເລກ​ທີ່​ໄດ້​ລາຍງານໃໝ່ ຈາກ​ຫ້ອງການ​ສຳນັກງານ​ນາຍົກ ທີ່​ກ່າວ​ວ່າ ລະ​ເບີດ​ແຕກ​ຢູ່​ໃກ້​ທາງ​ອອກ​ໃຫຍ່ ຂອງ​ສະຖານີ​ລົດ​ໄຟ ຢູ່​ໃນ​ຄຸ້ມ Ulus ຍັງ​ໄດ້​ບອກ​ວ່າ​ມີ​ຜູ້ບາດ​ເຈັບ​ອີກ 246 ຄົນ.​ ສະຖານ​ທີ່ແຫ່ງນັ້ນ ​ໄດ້ຖືກ​ສັນນິຖານ​ວ່າ ​ເປັນເປົ້າ​ໝາຍ​ທີ່​ຈະ​ກໍ່ໃຫ້​ເກີດ​ ການ​ເສຍ​ຊີວິດຈຳນວນຫຼາຍ​ໃນ​ພວກໝູ່​ທີ່​ເຂົ້າຮ່ວມ​ການ​ໂຮມ​ຊຸມ​ນຸມດັ່ງກ່າວ ຊຶ່ງ​ໄດ້​ຈັດ​ແຈງ​ໂດຍ ກຸ່ມ​ສັງຄົມ​ພົນລະ​ເຮືອນ ​ແລະ ກຸ່ມກຳມະກອນ ຕ່າງໆ.

ມີ​ຄວາມ​ວຸ້ນວາຍ ​ແລະ ຄວາມ​ສັບ​ສົນ ​ເກີດ​ຂຶ້ນ ຢູ່​ຈຸດ​ລະ​ເບີດ​ແຕກ ບ່ອນ​ທີ່​ ຊາກ​ສົບທັງຫຼາຍ ​ແຈກກະຈາຍໄປ​ທົ່ວ ພື້ນ​ທີ່ ພ້ອມ​ດ້ວຍ​ເຄື່ອງນຸ່ງ ​ແລະ ທຸງ​ສີ​ເຫຼືອງ ຂອງ​ພວກ​ນິຍົມ ພັກປະຊາ​ທິປະ​ໄຕ​ຂອງ​ປະຊາ​ຊົນ​ຊາວ​ເຄີ​ດ ຫຼື HDP.

Turkey blast
please wait
Embed

No media source currently available

0:00 0:00:34 0:00

ບັນດາ​ນັກວິ​ ເຄາະ ສົງ​ໄສ​ວ່າ ບໍ່​ແມ່ນ ກຸ່ມ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ຫຼື ພວກ​ຊາດ​ນິຍົມເທີ​ກີ ທີ່​ໄດ້​ຕໍ່ຕ້ານ ພັກ​ກຳມະກອນ​ຊາວ​ເຄີ​ດ ຫຼື PKK ​ທີ່​ຢູ່​ເບື້ອງຫຼັງການ​ໂຈມ​ຕີດັ່ງກ່າວ. ​ບໍ່​ມີ​ກຸ່ມໃດ ​ໄດ້​ອອກ​ມາ​ອ້າງເອົາ​ຄວາມ​ຮັບຜິດຊອບສຳຫລັບການໂຈມຕີຄັ້ງນີ້.

ປະທານາທິບໍດີ​ເທີ​ກີ ທ່ານ Recep Tayyip Erdogan ​ໄດ້​ປະນາມ​ການ​ວາງ​ລະ​ເບີດ​ນັ້ນ
ວ່າ “​ເປັນ​ການ​ໂຈມ​ຕີ​ທີ່​ໂຫດ​ຫ້ຽມ ຕໍ່ຄວາມ​ສາມັກຄີ​ຂອງ​ພວກ​ເຮົາ ​ແລະສັນຕິພາບ​
ຂອງ​ປະ​ເທດ​ພວກ​ເຮົາ.”
ທ່ານ​ໄດ້​ຍົກ​ເລີກ ການ​ນັດ​ໝາຍ​ໃນ​ລະຍະ​ສາມ​ມື້​ຕໍ່​ໄປ ​ເພື່ອ
ເພັ່ງ​ເລັງ​ໃສ່ ຄວາມ​ທ້າ​ທາຍ ດ້ານ​ຄວາມໝັ້ນຄົງ​ຂອງ​ເທີ​ກີ.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອບາ​ມາ ​ໄດ້​ສະ​ເໜີ ​ຄວາມ​ເສຍ​ໃຈ ຢ່າງ​ເປັນ
​ທາງ​ການ​ຕໍ່ ນາຍົກລັດຖະມົນຕີ​ເທີ​ກີ. ຖະ​ແຫລ​ງການ​ສະບັບ​ນຶ່ງ​ຂອງ​ທຳນຽບຂາວ ກ່າວ​ວ່າ
ທ່ານ​ໂອ​ບາ​ມາ ຍັງ​ໄດ້​ບົງ​ບອກ​ວ່າ “ທ່ານ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເປັນ​ສ່ວນ​ຕົວ ຢ່າງ​
ເລິກ​ເຊິ່ງ”
​ແ​ລະສະ​ແຫວ​ງຫາ​ທາງ​ ເພື່ອຂະຫຍາຍ​ຄວາມ​ຮັບປະກັນ​ວ່າ “ຊາວອາ​ເມຣິກາຢືນ​
ຢູ່​ໃນ​ຄວາມເປັນນ້ຳນຶ່ງໃຈ​ດຽວ​ກັບ ປະຊາ​ຊົນ​ເທີ​ກີ ​ໃນ​ການ​ຕໍ່ສູ້​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ.”

Protesters in Istanbul Decry Bomb Attacks in Ankara
please wait

No media source currently available

0:00 0:00:54 0:00

XS
SM
MD
LG