ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກີດເຫດລະເບີດແຕກ ໃກ້ປ້ອມຕໍາຫລວດ ທີ່ ເທີກີ, ຕາຍ 9 ຄົນ (ສະໄລດ໌)


ເກີດເຫດລົດລະເບີດ ໃກ້ກັວປ້ອມຍາມຕໍາຫລວດ ທີ່ພາກຕາເວນອອກສຽງໃຕ້ຂອວເທີກີ
ເກີດເຫດລົດລະເບີດ ໃກ້ກັວປ້ອມຍາມຕໍາຫລວດ ທີ່ພາກຕາເວນອອກສຽງໃຕ້ຂອວເທີກີ
ລະ​ເບີດລົດ​ໄດ້​ແຕກ​ຂື້ນ​ໃກ້​ກັບ​ປ້ອມ​ຕໍາຫລວດ​ແຫ່ງ​ນຶ່ງ​ໃນ​ພາກ
ຕາ​ເວັນອອກສຽງ​ໃຕ້​ຂອງເທີ​ກີ ​ເຮັດ​ໃຫ້ຢ່າງ​ນ້ອຍ 9 ຄົນ​ເສຍ​ຊີວິດ
​ແລະ​ໄດ້​ຮັບ​ບາດ​ເຈັບ ອີກ 69 ຄົນ.

ຮອງ​ນາຍົກລັດຖະມົນ​ຕີ​ເທີ​ກີ ທ່ານ Besir Atalay ກ່າວ​ຕໍ່​ບັນດາ
ນັກ​ຂ່າວ​ໃນ​ວັນ​ອັງ​ຄານມື້ນີ້ວ່າ ຜູ້​ເສຍ​ຊີວິດ​ແມ່ນ​ຮວມ​ທັງ​ເດກນ້ອຍ
​ສີ່​ຄົນ.

ລະ​ເບີດ​ທີ່ຄວບ​ຄຸມ​ຈາກ​ໄລຍະ​ໄກ ​ໄດ້​ແຕກ​ຂຶ້ນ ໃນ​ແລງ​ວັນ​ຈັນ ຢູ່​ທີ່
ເມືອງ Gaziantep ໃກ້​ກັບ​ຊາຍ​ແດນ​ຂອງປະ​ເທດ​ຊີ​ເຣຍ.

ເປັນ​ທີ່​ຄາດ​ກັນ​ວ່າ ນາຍົກລັດຖະມົນ​ຕີ​ເທີ​ກີ​ ທ່ານ Recep Tayyip Erdogan ​ຈະ​ເດີນທາງ​ໄປ​ຍັງ​ເມືອງ​ດັ່ງ​ກ່າວ ​ໃນ​ວັນ​ພຸດ ມື້ອື່ນ​ນີ້.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອ້າງເອົາ​ຄວາມ​ຮັບຜິດຊອບ​ເທື່ອ ໃນ​ການ​ໂຈມ​ຕີ​ດ້ວຍລະ​ເບີດ ດັ່ງກ່າວ.
ພວກ​ກະບົດ​ ຈາກພັກກຳມະກອນ​ເຄີ​ດິສຕານ ຫລື PKK ​ຊຶ່ງເປັນ​ກຸ່ມ​ນອກ​ກົດ ໝາຍ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຢູ່​ໃນ​ເຂດພາກ​ຕາ​ເວັນ​ອອກສຽງໃຕ້ຂອງ​ເທີ​ກີ ທີ່​ມີ​ຊາວ​ເຄີ​ດ​ເປັນ​ຄົນ​ກຸ່ມ​ໃຫຍ່ອາ​ໄສ​ຢູ່​ນັ້ນ.

ຫລາຍ​ກວ່າ 40.000 ຄົນ ຊຶ່ງສ່ວນ​ໃຫຍ່​ແມ່ນຊາວ​ເຄີ​ດ ​ໄດ້ເສຍ​ຊີວິດໄປ​ແລ້ວ ​ນັບ​ຕັ້ງ​ແຕ່ກຸ່ມ PKK ​ໄດ້ລຸກ​ຂື້ນ​ຈັບ​ອາວຸດຕໍ່ສູ້ໃນ​ປີ 1984 ຮຽກຮ້ອງ​ເອົາ​ການ​ປົກຄອງ​ຕົນ​ເອງ.
XS
SM
MD
LG